Ad

Ad

11 April 2014

ປະທານ​ປະ​ເທດ​ຢ້ຽມຢາມ​ໂຮ​ງງານ​ປະກອບ​ລົດ​ບໍລິສັດ ​ໂຄ​ລາວ​ອໍ​​ໂຕ້​ດີ​ວີ​ລົບ​ພິງ ທີ່​ແຂວງ​ສະຫວັນ​ນະ​ເຂດ



     ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ຂອງ​ທ່ານ​ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ພ້ອມ​ຄະນະ ໃນ​ລະຫວ່າງ​ວັນ​ທີ 7-8 ​ເມສາ​ນີ້ ກໍ​ໄດ້​ລົງ​ຢ້ຽມ ຢາມ​ເບິ່ງ​ພື້ນຖານ​ການ​ຜະລິດ​ອຸດ ສາຫະກຳກໍ​ຄື​ບັນດາ​ໂຮງ​ຈັກ​​ໂຮງ ງານ​ພາຍ​ໃນ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ. ພ້ອມ​ນັ້ນ ໄດ້​ລົງ​ຕິດຕາມ​ເບິ່ງ​ໂຮງງານ​ປະ ກອບ​ລົດ​​ແດຮັນ​ຂອງ​ບໍລິສັດ​ໂຄ​ລາວ​ອໍ​ໂຕ​ດີ​ວີ​ລົບ​ພິງ​ຈຳກັດ.
    ​ໂອກາດ​ນີ້, ທ່ານ​ອຳນວຍ​ການ​ບໍລິສັດ​ໂຄ​ລາວ ອໍ​ໂຕ​ເວີ ດີ​ວີ​ລົບ​ພິງ ຈຳກັດ ກໍ​ໄດ້​ລາຍ​ງານ​ສະ ພາບ​ການ​ຜະລິດ​ຂອງ​ໂຮງງານ​ວ່າ: ​ໂຮງງານ​ປະກອບ​ລົດ​ແຫ່ງ​ນີ້ ​ໄດ້​ເລີ່​ມລົງມື້ກໍ່ສ້າງ​ມາ​ແຕ່​ວັນ​ທີ 6 ກຸມພາ 2012 ລວມມີ​ເນື້ອທີ່​ທັງ​ໝົດ 16 ​ເຮັກຕາ ​ແລະ ຍັງ​ສືບຕໍ່​ຂໍ​ສຳ​ປະທານ​ດິນ​ຕື່ມ​ອີກ 20 ເຮັກ ຕາ ​ເພື່ອ​ຂະຫຍາຍ​ກຳລັງ​ການ​ຜະ ລິດ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ. ສຳ ລັບ​ການ​ພັດທະ ນາ​ຂອງ​ໂຮງ ງານ​ແມ່ນ​ແບ່ງ​ອອກ​ເປັນ 3 ໄລ ຍະ ຄື​ການ​ກໍ່ສ້າງ ​ແລະ ຕິດຕັ້ງ​ເຄື່ອງ​ຈັກ​ສຳລັບ​ຜະລິດ​ລົດ​ບັນ ທຸກ​ຂະໜາດ 1 ​ໂຕນ ​ແລະ 2,5 ໂຕນ, ​ໄລຍະ​ທີ 2 ​ແມ່ນ​ກໍ່ສ້າງ ແລະ ຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ລົດ​ກະບະ 2 ປະຕູ ​ແລະ 4 ປະຕູ, ສ່ວນ​ໄລຍະ 3 ​ແມ່ນ​ການ​ກໍ່ສ້າງ ແລະ ຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ລົດ​ເກັງ, ລົດ​ຕູ້ ​ເຊິ່ງ​ເປົ້າໝາຍ​ການ​ຜະລິດ​ລົດ​ຕົ້ນຕໍ​ແມ່ນ​ທົດ​ແທນ​ການ​ນຳ​ເຂົ້າລົດ​ມື​ສອງ​ຈາກ​ຕ່າງ ປະ​ເທດ ທັງ​ເປັນ​ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ຄົນ​ລາວ​ໄປ​ສູ່​ຕ່າງປະ​ເທດ​ອີກ​ດ້ວຍ.

     ​ໂຮງງານ​ປະກອບ​ລົດ​​ແດ​ຮັນ ໄດ້​ເລີ່​ມລົງມື​ຜະລິດ​ລົດ​ນັບ​ແຕ່​ຕົ້ນ​ເດືອນ​ມັງກອນ 2014 ເປັນຕົ້ນ ມາ, ສາມາດ​ຜະລິດ​ລົດ​ໄດ້​ມື້ລະ 25-30 ຄັນ ​ເຊິ່ງ​ໃນ​ປີ​ທຳ​ອິດ​ນີ້ຕັ້ງ ຍອດ​ການ​ຜະລິດ​ໄວ້ປະມານ 5.000 ຄັນ ​ແລະ ຈະ​ເພີ່ມ​ຈຳນວນ​ຂຶ້ນ​ໃນ​ທຸກໆ​ປີ​ຕາມ​ຄວາມ​ຕ້ອງ ການ​ຕົວ​ຈິງ​ຂອງ​ສັງຄົມ ​ໂດຍ​ໄດ້​ສົ່ງ​ໄປ​ຈຳໜ່າຍ​ຕາມ​ສູນ​ຈຳໜ່າຍ​ຂອງ​ບໍລິສັດ​ໂຄ​ລາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ທີ່​ມີ​ເຖິງ 100 ກວ່າ​ສາຂາ ​ເຫັນ​ໄດ້​ວ່າ​ລູກ​ຄ້າ​ໃຫ້ການ​ຕອບ​ຮັບ​ສິນຄ້າ​ດີ​ສົມຄວນ.
     ​ໂຮງງານ​ປະກອບ​ລົດ​ແດ​ຮັນ ມີ​ພະນັກງານ​ປະມານ 430 ຄົນ, ເບື້ອງຕົ້ນທາງ​ໂຮງງານ​ມີ​ຄວາມ​ຕ້ອງການ​ແຮງ​ງານ​ປະມານ 1.000 ຄົນ ​ແລະ ຖ້າ​ຫາກ​ມີ​ການ​ຂະຫຍາຍ​ການ​ຜະລິດ​ຄົບ​ຊຸດ​ແລ້ວ ຄວາມ​ຕ້ອງການ​ທາງ​ດ້ານ​ແຮງ​ງານ​ຈະ​ສູງ​ເຖິງ 1.400 ຄົນ. ປັດຈຸບັນ​ໂຮງງານ​ແມ່ນ​ຜະລິດ​ໄດ້ 4 ພາກສ່ວນ ຄື​ຮ່າງ​ລົດ, ຫ້ອງ​ຂັບ, ປະຕູ ​ແລະ ຖັງ​ກະບະ, ສ່ວນ​ຈັກ ​ແລະ ອາ​ໄຫລ່ ປະກອບ​ແມ່ນ​ໄດ້​ນຳ​ເຂົ້າມາ​ຈາກ ສ.​ເກົາ ຫລີ.

No comments:

Post a Comment