Ad

Ad

11 April 2014

ເປີດ​ຫ້ອງການ​ຜູ້ຕາງໜ້າ​ອຸດສາຫະກຳ​ກາວ​ຊູ​ຫວຽດນາມຢູ່​ລາວ



     ພິທີ​ເປີດຫ້ອງການ​ຜູ້ຕາງໜ້າ​ອຸດສາຫະກຳ​ກາວ​ຊູ​ຫວຽດນາມ​ຢູ່​ລາວ ​ໄດ້​ມີ​ຂຶ້ນ​ໃນ​ເຊົ້າວັນ​ທີ 10 ເມສາ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ທະວີ ສີ​ສຸພັນທອງ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງ ທຶນ, ທ່ານ ​ເລືອ​ງກວັກ​ຮຸຍ ອຸປະ​ທູດ​ຫວຽດນາມ​ປະຈຳ​ລາວ, ທ່ານ ​ເຈິ​ນ ຫງ໋ອກ​ຖວັນ ອຳນວຍ​ການ ກຣຸບອຸດສາຫະກຳ​ກາວ​ຊູ​ຫວຽດ ນາມ ​ແລະ ພະນັກງານ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
     ​ໃນ​ພິທີ, ທ່ານ​ລັດຖະມົນຕີ​ຊ່ວຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນລາວ ​ໄດ້​ມອບ​ໃບ​ອະ ນຸຍາດ​ເຄື່ອນ​ໄຫວ​ວຽກ​ງານ​ໃຫ້​ຫ້ອງການ​ຜູ້ຕາງໜ້າ​ດັ່ງກ່າວ ແລະ ກ່າວ​ສະ​ແດງ​ຄວາມ​ຍິນ​ດີ ແລະ ຊົມ​ເຊີຍ​ການ​ເຂົ້າມາ​ລົງທຶນ​ຢູ່​ລາວ​ຂອງ​ອຸດສາຫະກຳ​ກາວ​ຊູ​ຫວຽດນາມ ​ແລະ ຝ່າຍ​ລາວ​ຈະ​ເພີ່ມ​ທະວີ​ອຳນວຍ​ຄວາມ​ສະ ດວກ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ຫ້ອງການ​ຜູ້ຕາງໜ້າ​ຫົວ ໜ່ວຍ​ທຸລະ​ກິດ​ດັ່ງກ່າວ​ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ໃຫ້​ມີ​ປະສິດທິ​ຜົນ.

     ຕາງໜ້າ​ບໍລິສັດ, ທ່ານ ​ເຈິ​ນຫງ໋ອກຖວັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ມາ​ຍັງ​ພັກ, ລັດ ຖະບານ ​ແລະ ປະຊາຊົນ​ລາວ ​ໄດ້​ອຳນວຍ​ຄວາມ​ສະດວກ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບໍລິສັດ​ສາມາດ​ດຳ​ເນີນ​ແຜນການລົງທຶນ​ຂອງ​ຕົນ​ຢູ່​ລາວ​ຢ່າງ​ມີ​ປະສິດທິ​ຜົນ ແລະ ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ແກ້​ໄຂ​ຄວາມທຸກ​ຍາກ, ປົວ​ແປງ​ຊີ ວິດ​ການ​ເປັນ​ຢູ່ ​ແລະ ພື້ນຖານ​ການ​ຜະລິດ​ຂອງ​ປະຊາຊົນ​ລາວ ນັບ​ມື້ດີ​ຂຶ້ນ ​ໂດຍ​ສະ​ເພາະ​ປະຊາ ຊົນ​ຜູ້​ຢູ່​ເຂດ​​ໂຄງການ​ລົງທຶນ​ຂອງ​ບໍລິສັດ ​ແລະ ການ​ເປີດ​ຫ້ອງການ​ຕົວ​ແທນ​ໃນ​ລາວ​ກໍ​ເພື່ອ​ແນ​ໃສ່​ກະຕຸກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ປະສິດ ທິ​ຜົນ​ຍິ່ງ​ຂຶ້ນ, ປະ ກອບສ່ວນ​ສຳ ຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດ ນາມ ນັບ​ມື້ຂະຫຍາຍຕົວ ​ແລະ ​ແຕກ​ດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

No comments:

Post a Comment