Ad

Ad

11 April 2014

ສູນກາງສະຫະພັນແມ່ຍິງເຕືອນເອື້ອຍນ້ອງແມ່ຍິງຄວນເປັນຕົວແບບໃນການສະຫຼອງປີໃໝ່ໃຫ້ຮັກສາໄດ້ຮີດຄອງປະເພນີ



     ໂດຍສັງເກດເຫັນວ່າ: ໃນຫຼາຍປີຜ່ານມານີ້ ການຫຼີ້ນບຸນປີໃໝ່ຫຼາຍແຫ່ງຢູ່ບ້ານເມືອງເຮົາ ແມ່ນບໍ່ໄດ້ຄ່ອຍສຳນຶກເຖີງຮີດ ຄອງປະເພນີແຕ່ຢ່າງໃດໂດຍສະ ເພາະແມ່ນຊັ້ນຄົນຊາວໜຸ່ມໄວຄະນອງ, ມັກສະຫຼອງກັນແບບໂລດໂຜນ, ນຸ່ງເຄື່ອງເປີດແປນ ແລະ ມີການເຕັ້ນໂຊຕາມສະຖານທີ່ຕ່າງໆ, ມີການຫົດສົງກັນແບບບໍ່ສຸພາບ, ນຳໃຊ້ນ້ຳເປື້ອນ, ນ້ຳສີ ຫຼືຫ່າຍນ້ຳໃສ່ຖົງຢາງແລ້ວ ດຶກໃສ່ກັນເຮັດໃຫ້ເກີດອັນຕະລາຍ ແລະ ເສຍພາບພົດອັນດີງາມ ຂອງປະເພນີສົງການປີໃໝ່ລາວ, ດັ່ງນັ້ນ ສະຫະພັນແມ່ຍິງ ໄດ້ອອກມາຮຽກຮ້ອງໃຫ້ເອື້ອຍ ນ້ອງແມ່ຍິງຄວນມີສະຕິເຄົາລົບນັບຖືຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ລາວບໍ່ຄວນນຸ່ງນ້ອຍຫົ່ມນ້ອຍເຂົ້າໄປ ໃນວັດ ຫຼື ສະຖານທີ່ສັກສິດເປັນ ຕົ້ນແມ່ນໃສ່ສົ້ງຂາສັ້ນ, ນຸ່ງເສື້ອສາຍດ່ຽວ, ສະເກີດ ແລະ ອື່ນໆ ເພາະມັນຈະເປັນການຢົ້ວຢວນ ແລະ ນຳໄປສູ່ການລວນລາມ ລາມົກອານາຈານ ແລະ ໃຫ້ມີສະຕິກິນດື່ມໃຫ້ພໍດີ ພໍງາມ ເພື່ອຫຼີກເວັ້ນການເກີດອຸປະຕິເຫດຊຶ່ງຈະນຳມາແຫ່ງຄວາມເສຍຫາຍທັງ ເສຍຊີວິດ ແລະ ຊັບສິນ.
      ເຮັດແນວໃດສະຫຼອງປີໃໝ່ ໃຫ້ບັນລຸໄດ້ຕາມສາມຄາດໝາຍໃຫຍ່ທີ່ນະຄອນຫຼວງວຽງຈັນ ວາງອອກຄື: ສາມາດອະນຸ ລັກຮັກສາ ແລະ ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ປະຢັດມັດທະຍັດ ແລະ ຮັບປະ ກັນໄດ້ຄວາມເປັນລະບຽບຮຽບຮ້ອຍສະຫງົບປອດໄພ ແລະ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ນັບມືຂະ ຫຍາຍຕົວ, ເປັນທີ່ຈັບອົກຈັບໃຈຂອງແຂກບ້ານແຂກເມືອງ.

No comments:

Post a Comment