Ad

Ad

11 April 2014

ເຈົ້າໜ້າທີ່ເຕືອນເພີ່ມທະວີລະວັງອັກຄີໄພໃນໄລຍະບຸນປີໃໝ່



    ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟ ນະ ຄອນຫຼວງວຽງຈັນໄດ້ອອກ ແຈ້ງເຕືອນໃຫ້ປະຊາຊົນມີສະຕິໃນ ການຊົມໃຊ້ຟືນໄຟ ແລະ ເປັນເຈົ້າການປ້ອງກັນອັກຄີໄພ ໃນໄລຍະ ບຸນປີໃໝ່ລາວນີ້  ເນື່ອງຈາກວ່າ ສະພາບອາກາດຮ້ອນອົບເອົ້າ ມັກເກີດອັກຄີໄພ ໄດ້ງ່າຍສະນັ້ນ ຈຶ່ງຄວນປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນການກວດກາລະບົບໄຟ ຟ້າພາຍໃນ ເຮືອນໃຫ້ດີ ແລະ ມີສະຕິໃນການນຳໃຊ້ຟືນໄຟເຂົ້າໃນຊີວິດປະຈຳວັນ.
     ພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ການເກີດອັກຄີໄພ ຢູ່ນະຄອນ ຫຼວງວຽງຈັນ ແມ່ນມີລັກສະນະເພີ່ມຂຶ້ນສ່ວນໃຫຍ່ແມ່ນ ຍ້ອນການຂາດສະຕິໃນການຊົມໃຊ້ຟືນໄຟເຊັ່ນ: ການໄຕ້ທູບທຽນ ບູຊາການໃຊ້ຟືນໄຟເຂົ້າໃນ ການແຕ່ງຢູ່ຄົວກິນ ແລະ ໄຟຟ້າລັດວົງຈອນຄື: ພຽງໃນໄລຍະ 3 ເດືອນ ຕົ້ນປີນີ້ ຢູ່ນະຄອນຫຼວງ ວຽງຈັນມີອັກຄີໄພເກີດຂຶ້ນ ຫຼາຍກວ່າ 20 ຄັ້ງ ສົ່ງຜົນເຮັດໃຫ້ມີເຮືອນປະຊາຊົນເສຍຫາຍກວ່າ 10 ຫຼັງ, ໄຟໄໝ້ຕະຫຼາດ 3 ຄັ້ງ ແລະ ອື່ນໆ ດັ່ງນັ້ນໃນຊ່ວງ ບຸນກຸດສົງການ ປີໃໝ່ລາວນີ້ ຈົ່ງເພີ່ມທະວີຄວາມ ມີສະຕິໃນການຮັກສາຟືນໄຟບໍ່ ໃຫ້ອັກຄີໄພເກີດ ຂຶ້ນເນື່ອງຈາກວ່າໄລຍະ
ນີ້ຄົນສ່ວນຫຼາຍອາດຈະມີການສະເຫຼີມສະຫຼອງ ແລະ ປະເຮືອນຊານໄປຕ່າງແຂວງກໍມີ ສະນັ້ນຈຶ່ງ ເຕືອນປະຊາຊົນໃຫ້ມີ ຄວາມລະວັງຄວນກວດກາລະບົບໄຟຢ່າງຄັກແນ່ກ່ອນອອກຈາກບ້ານ ແລະ ຄວນມີສະຕິໃນການຫຼິ້ນ ນ້ຳເນື່ອງຈາກອາດເກີດ ໄຟຟ້າຊ໋ອດ ແລະ ກໍລະນີອື່ນໆ.

No comments:

Post a Comment