Ad

Ad

11 April 2014

ການພັດທະນາຕະຫຼາດທຶນຍັງມີຫຼາຍຂອດຕ້ອງແກ້ໄຂ



        ຄະນະກຳມະການຄຸ້ມຄອງ ຫຼັກຊັບໃຫ້ຮູ້ວ່າ: ການພັດທະນາຕະຫຼາດທືນຂອງລາວໃນໄລ ຍະຜ່ານມາຍັງບໍ່ທັນຂະ ຫຍາຍຕົວເທົ່າທີ່ຄວນຍ້ອນຍັງມີຈຸດຄົງຄ້າງບາງອັນຄື:  (1) ຜະລິດຕະພັນຫຼັກຊັບໃນລາວຫາກໍຖືກສ້າງ ຂຶ້ນ ແລະ ຢູ່ໃນໄລຍະ ປະຖົມ ປະຖານທີ່ສຸດ, ຍັງບໍ່ທັນມີຜະລິດຕະພັນຫຼັກຊັບພື້ນຖານ ເຊັ່ນ: ພັນທະບັດລັດຖະບານ, ຮຸ້ນກູ້ ແລະ ຮຸ້ນ ຢ່າງພຽງພໍ ເພື່ອ ສ້າງໜໍ່ແໜງໃຫ້ການພັດທະນາຕະຫຼາດທຶນໄລ ຍະຍາວ, (2) ຖານວິສາຫະກິດບໍ່ ທັນມີການຂະຫຍາຍຕົວສູ່ລວງ ກວ້າງ ແລະ ລວງເລິກ, ວິສາຫະກິດສ່ວນຫຼາຍແມ່ນນອນຢູ່ໃນໄລຍະເລີ່ມຕົ້ນຂອງການສ້າງຕັ້ງ ແລະ ຂະຫຍາຍຕົວ, ຈຶ່ງເຮັດໃຫ້ ບໍລິສັດ ສ່ວນຫຼາຍບໍ່ທັນເຂົ້າໃຈ ເຖິງຜົນປະໂຫຍດຂອງການລະ ດົມທຶນຜ່ານຕະຫຼາດທຶນ, ຈຶ່ງອີງ ໃສ່ການກູ້ຢືມເງິນຈາກທະ ນາຄານທະລຸກິດເປັນຕົ້ນຕໍ ແລະ ອີກ ຢ່າງໜຶ່ງແມ່ນບໍລິສັດສ່ວນຫຼາຍ ຍັງຖືເບົາວິໄນທາງດ້ານການ ເງິນ, ບໍ່ເອົາໃຈໃສ່ຫຼັກ ການທາງ ດ້ານບັນຊີ ແລະ ບໍ່ທັນໝູນໃຊ້ຂໍ້ ມູນການບັນຊີເຂົ້າໃນການບໍລິ ຫານທຸລະກິດ, ສ່ວນຜູ້ລົງທຶນ ຈາກຕ່າງປະເທດ ທີ່ມາລົງທຶນຢູ່ ລາວກໍນຳເອົາທຶນມາຈາກປະ ເທດໃນຮູບແບບການກູ້ຢືມເປັນ ສ່ວນໃຫຍ່ ແລະ ເລີ່ມມີການລະດົມທຶນຈາກ ຕະຫຼາດທຶນ ຕ່າງ ປະເທດ, (3) ຂະໜາດຂອງຕະຫຼາດ ຫຼັກຊັບລາວຍັງນ້ອຍ, ສະພາບ ຄ່ອງບໍ່ທັນສູງ ແລະ ຂາດຜະລິດ ຕະພັນ, ຈຶ່ງເຮັດໃຫ້ຜູ້ ລົງທຶນ ແລະ ຕ້ອງການລະດົມທືນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນ ໃຈ. (4) ລະບົບການ ເຊື່ອມໂຍງ ຂອງຕະຫຼາດ ຫຼັກຊັບລາວກັບລະບົບທະນາຄານທຸລະກິດ ແລະ ທະ ນາຄານດູແລຊັບສິນບໍ່ທັນຄ່ອງ ຕົວ ແລະ
ການເຊື່ອມໂຍງກັບສູນ ສະ ສາງ-ຊຳລະສາກົນບໍ່ທັນໄດ້ ຮັບການຈັດຕັ້ງ ແລະ ຄົ້ນຄວ້າ ສຶກສາ, (5) ບັນດາສະຖາບັນ ສື່ກາງດ້ານຫຼັກຊັບບໍ່ທັນໄດ້ຮັບ ການ ຂະຫຍາຍຕົວດ້ານຈຳນວນ ແລະ ປະເພດ, ບໍລິສັດຫຼັກຊັບທີ່ມີ ໃນປັດຈຸບັນບໍ່ທັນ ເຂັ້ມແຂງທາງດ້ານວິຊາຊີບທຸລະກິດຫຼັກຊັບ, ອຸ ປະກອນຮັບໃຊ້ບໍ່ທັນຄົບຖ້ວນ ແລະ ຖານລາຍຮັບຍັງບໍ່ທັນຮັບປະກັນ ໄດ້ຄວາມຍືນຍົງຂອງບໍລິສັດພາໃຫ້ມີຫຼາຍດ້ານທ້າ ທາຍໃນການເຊື່ອມໂຍງກັບອາຊຽນ, (6) ຖານຜູ້ລົງທຶນຍັງແຄບ ແລະ ຖືກຄອບງຳໂດຍຜູ້ລົງທືນປະເພດບຸກຄົນເປັນສ່ວນ ໃຫຍ່ສະເລ່ຍມີເຖິງ 98%, (7) ບັນດາກົດໝາຍປິ່ນອ້ອມວຽກງານ ຫຼັກຊັບຈຳນວນໜຶ່ງຍັງບໍ່ທັນສົ່ງເສີມຢ່າງຕັ້ງໜ້າ ເປັນຕົ້ນ ແມ່ນກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍອາ ກອນ ແລະ ລັດຖະບັນຍັດວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງ ປະ ເທດ ແລະ ວັດຖຸມີຄ່າ, ຈຶ່ງເຮັດໃຫ້ການເຄື່ອນໄຫວຂອງ ສະຖາບັນສື່ກາງດ້ານຫຼັກຊັບບໍ່ ຄ່ອງຕົວເທົ່າທີຄວນ, (8) ການ ຄຸ້ມ ຄອງວຽກງານຫຼັກຊັບບໍ່ທັນ ເຂົ້ມແຂງພຽງພໍ ແລະ ບຸກຄະລາ ກອນຄຸ້ມຄອງຍັງຈຳກັດທາງ ດ້ານຈຳນວນ ແລະ ຄວາມຮູ້ ຄວາມສາມາດ, (9) ຄວາມສາມາດເຊື່ອມໂຍງກັບ ຕະຫຼາດທຶນ ອາຊຽນຍັງຈຳກັດຫຼາຍດ້ານ, ຖານະບົດບາດຂອງຕະຫຼາດ ທຶນຂອງລາວໃນເວທີສາກົນ ຍັງບໍ່ທັນເປັນທີຮັບຮູ້ຢ່າງ ເປັນທາງການ, ແລະ (10)  ການສຶກສາອົບຮົມ ແລະ ໂຄສະນາ ເຜີຍ ແຜ່ເຖິງວ່າໄດ້ເອົາໃຈໃສ່ແຕ່ຍັງບໍ່ທັນຫຼາກຫຼາຍທົ່ວເຖິງ ແລະ ພຽງພໍ, ຈຶ່ງເຮັດໃຫ້ວຽກງານດັ່ງກ່າວບໍ່ເປັນທີ່ຮູ້ຈັກຢ່າງແຜ່ ຫຼາຍ, ເຖິງຢ່າງໃດກໍຕາມຕໍ່ກັບ ຂໍ້ຄົງຄ້າງດັ່ງກ່າວຄະນະກຳມະ ການຄຸ້ມຄອງຫຼັກຊັບກໍໄດ້ສຸມໃສ່ປັບປຸງເພື່ອເຮັດໃຫ້ການພັດທະນາຕະ ຫຼາດທຶນຂອງລາວໃນໄລຍະແຕ່ນີ້ ຮອດປີ  2025 ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

No comments:

Post a Comment