Ad

Ad

10 April 2014

ນາຍົກລັດຖະມົນຕີແຫ່ງ ສປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີປົວອ້າວ 2014 ກ່ຽວກັບເວທີສົນທະນາພາກພື້ນ



      ໂດຍຕອບສະໜອງຕາມານ ເຊີນຂອງ ສະຫາຍ ລິ ເຄິ້ ສຽງ, ນາຍົກລັດຖະມົນ ຕີ ແຫ່ງ ສປ ຈີນ, ສະຫາຍ ທອງສິງ  ທຳ ມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 8-12 ເມສາ 2014 ແລະ ເປັນການ ຢ້ຽມຢາມ ສປ ຈີນ ເປັນຄັ້ງທໍາ ອິດຂອງສະ ຫາຍນາຍົກລັດຖະມົນຕີແຫ່ງ ສປປ ລາວ.
     ໃນຕອນບ່າຍຂອງວັນທີ 8 ເມສາຜ່ານມານີ້ ສະຫາຍນາຍົກລັດຖະມົນຕີພ້ອມ ດ້ວຍຄະນະໄດ້ເດີນທາງໂດຍເຮືອບີນພິ ເສດເຖິງສະຫນາມບິນສາກົນຊານຢາແຂວງຫາຍໜານ ສປ ຈີນ, ເຊິ່ງໃນເວລາ 16: 30 ຕາມເວລາທ້ອງຖ່ິນສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະໄດ້ຖືກ ຕ້ອນຮັບ ຢ່າງສົມກຽດ ແລະ ເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດ, ມິດຕະພາບອັນອົບອຸ່ນ ຈາກສະຫາຍ ລິ ເຄິ້ ສຽງ ນາຍົກລັດຖະ ມົນຕີແຫ່ງ ສປ ຈີນ .

      ຫລັງຈາກສຳເລັດພິທີຕ້ອນຮັບທັງສອງຝ່າຍໄດ້ມີການພົບປະສຸດຍອດຢ່າງເປັນທາງການ, ເຊິ່ງສະຫາຍນາຍົກລັດຖະມົນ ຕີ ທັງສອງຕ່າງກໍໄດ້ແຈ້ງສະພາບການພັດທະນາເສດຖະກິດຂອງປະເທດຂອງຕົນໃຫ້ກັນຊາບ ແລະ ແລກປ່ຽນຄວາມຄິດ ເຫັນ ນຳກັນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກກະພາບຢ່າງກວ້າງຂວາງກ່ຽວກັບການເສີມຂະຫຍາຍສາຍພົວພັນແບບຄູ່ ຮ່ວມມື ຍຸດທະສາດຮອບດ້ານລະ ຫວ່າງ ສປປ ລາວ ແລະ ສປ ຈີນ, ເຊິ່ງປັດຈຸບັນນີ້ ສປ ຈີນ ຢືນຢູ່ອັນ ດັບ 1 ໃນການລົງ ທຶນຢູ່ລາວ, ລວມມູນຄ່າຫລາຍກວ່າ 6 ຕື້ໂດ ລາສະຫະລັດ, ມີ 749 ໂຄງການ ໃນຫລາຍຂະແໜງ ເຊັ່ນ: ບໍ່ແຮ່, ພະລັງງານ ໄຟຟ້າ, ກະສີກໍາ, ອຸດສະຫະກໍາປຸງແຕ່ງ, ການບໍລິການ ແລະ ອື່ນໆ. ເຊິ່ງມີມູນຄ່າການ ແລກປ່ຽນສິນຄ້ານຳກັນບັນລຸເຖີງ 2,7 ຕື້ໂດລາສະ ຫະລັດໃນປີ 2013 ແລະ ໂອກາດນີ້ ຝ່າຍລາວສະເໜີໃຫ້ຝ່າຍຈີນສືບຕໍ່ໃນການ ລົງທຶນໃນຂະແໜງພະລັງງານ ໄຟຟ້າດ້ວຍ ແຮງນ້ຳ ແລະ ຖ່ານຫີນ, ກ່ຽວກັບບັນຫາທາງລົດໄຟນາຍົກທັງສອງຍັງຍືນຢັນຢ່າງ ໜັກແຫ້ນວ່າຈະສືບຕໍ່ໃຫ້ການ ສະໜັບສະ ໜູນໂຄງການລົດໄຟ ລາວ-ຈີນ ແລະ ໃຫ້ສອງຝ່າຍຮີບ ຮ້ອນເຈລະຈາ ແລະ ຊອກຫາຮູບ ແບບການຮ່ວມມືທ່ີ ມີປະສິດທິຜົນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຂະແໜງກະສີກຳຝ່າຍລາວສະເໜີໃຫ້ລັດຖະບານຈີນສືບຕໍ່ສະໜັບ ສະໜູນ ເງິນກູ້ເພື່ອໃຊ້ເຂົ້າ ໃນການພັດທະນາລະບົບຊົນລະປະທານ ຢູ່ 2 ແຂວງພາກກາງຂອງລາວ ເພື່ອຄຳ້ປະກັນຄວາມໝັ້ນ ຄົງ ດ້ານສະບຽງອາຫານ ນອກນີ້ ທັງ 2 ຝ່າຍຍັງຈະສືບຕໍ່ຮ່ວມມືໃນຂົງເຂດເຕັກໂນໂລຊີ ເຊິ່ງຝ່າຍລາວສະເໜີໃຫ້ຈີນຮ່ວມມືດ້ານ ໂຈລະກຳທາງອິນເຕີ ເນັດ ແລະ ໂຄງການບໍລິຫານລັດດ້ວຍລະບົບອິເລັກໂຕຣນິກ  (E-Govern ment) ສຳລັບຂະແໜງ ປ້ອງກັນຄວາມສະຫງົບ ທັງສອງຝ່າຍເປັນເອກະພາບສືບຕໍ່ຍົກລະດັບໃນການຮັກສາຄວາມສະຫງົບຕາມລຳນຳ້ຂອງ ແລະ ອາສະຍາກຳຂ້າມຊາດທຸກ ຮູບແບບ, ຂົງເຂດສຶກສາ ແລະ ວັດທະນະທຳ, ຝ່າຍລາວສະເໜີໃຫ້ຝ່າຍຈີນໃຫ້ທຶນແກ່ນັກ ສຶກສາລາວໃຫ້ຫລາຍຂຶ້ນ.
        ໃນໂອກາດດຽວກັນນິ້ຜູ້ນຳທັງສອງຝ່າຍຍັງໄດ້ເປັນສັກຂີພິຍານການລົງນາມໃນເອກກະສານຮ່ວມມືລະຫວ່າງສອງປະ ເທດຄືສານແລກປ່ຽນວ່າດ້ວຍລັດຖະບານຈີນໃຫ້ການຊ່ວຍເຫລືອລັດຖະບານລາວເພື່ອປະຕິບັດໂຄງການລະບົບສຳລະບັດ ອັດຕະໂນມັດຂອງທະນາຄານເປັນຕົ້ນ.
       ໃນໄລຍະການຢ້ຽມຢາມ ສປ ຈີນ ຄັ້ງນີ້ ສະຫາຍ ນາຍົກ ລັດຖະມົນຕີ ທອງສິງ ທຳມະວົງ ພ້ອມດ້ວຍຄະນະຍັງໄດ້ໄປ ຢ້ຽມຊົມພື້ນຖານການຜະລິດກະສິກຳ ແລະ ສະຖານທ່ີທ່ອງທ່ຽວທ່ີສຳຄັນຂອງແຂວງຫາຍໜານພ້ອມຈະໄດ້ເຂົ້າຮ່ວມກອງ ປະຊຸມປະຈຳປີປົວອ້າວ 2014 ກ່ຽວກັບເວທີສົນທະນາພາກພື້ນອີກດ້ວຍ.

No comments:

Post a Comment