Ad

Ad

10 April 2014

ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈຳເດືອນ ເມສາ 2014



        ໃນວັນທີ 08-09 ເມສາ 2014 ກອງປະຊຸມລັດຖະບານ ສະໄໝວິສາມັນປະ ຈຳເດືອນເມສາ 2014 ໄດ້ໄຂຂຶ້ນຢ່າງ ເປັນທາງການທີ່ຫ້ອງວ່າການລັດຖະບານ, ໂດຍ ການເປັນປະທານ ຂອງ ທ່ານ ອາຊາງ ລາວລີ ຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ ນຳວຽກງານ ວັດທະນະທຳ-ສັງຄົມ.  ໄດ້ພິຈາລະນາ ແລະ ຮັບຮອງເອົາ ນິຕິກຳທີ່ສຳຄັນຈຳນວນໜຶ່ງຄື:    
     ພິຈາລະນາ ແລະ ຮັບຮອງດ້ານຫຼັກການຕໍ່ກັບການປັບປຸງຮ່າງກົດໝາຍວ່າດ້ວຍມາດຕະຖານ. ສຳລັບຮ່າງກົດໝາຍ ດັ່ງ ກ່າວທີ່ໄດ້ປະກາດໃຊ້ມາແຕ່ປີ 2007 ເຫັນວ່າເນື້ອໃນສ່ວນຫຼາຍ ຍັງບໍ່ທັນສອດຄ່ອງ, ຄົບຖ້ວນ ແລະ ຊັດເຈນກັບສະພາບ ການພັດທະນາເສດຖະກິດ- ສັງຄົມໃນປັດຈຸບັນເຊິ່ງຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານ ແລະ ລະບຽບການເຕັກນິກສຳ ລັບຜະລິດຕະພັນ ແລະ ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງ ແວດລ້ອມແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີຄຸນນະ ພາບ, ມີປະ ສິດທິພາບ,
ຍຸຕິທຳ ແລະ ປົກ ປ້ອງສິດ, ຜົນປະໂຫຍດອັນຊອບ ທໍາ, ຄວາມປອດໄພຂອງຜູ້ບໍລິໂພກສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາປະເທດຊາດ. ສຳລັບການປັບປຸງກົດ ໝາຍວ່າດ້ວຍມາດຕະຖານໃນ ຄັ້ງນີ້ ປະກອບມີ 13 ພາກ, 13 ໝວດ, 126 ມາດຕາ, ປັບປຸງ 34 ມາດຕາ ແລະ ເພີ່ມ ເຂົ້າໃໝ່ 23 ມາດຕາ.         
     ການກວດສອບເອກະລາດແມ່ນການກວດສອບເອກະສານລາຍງານການເງິນຕາມກົດໝາຍ ຫຼື ຕາມຄວາມສະໝັກໃຈ ທີ່ດຳເນີນການໂດຍນັກກວດສອບຂອງວິສາຫະກິດກວດສອບທີ່ເປັນເອກະລາດຈາກເປົ້າໝາຍທີ່ຖືກກວດສອບ. ດັ່ງນັ້ນ, ກອງ ປະຊຸມໃນຄັ້ງນີ້ໄດ້ເຫັນດີເປັນກະພາບຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການກວດສອບເອກະລາດ ເຊິ່ງໄດ້ກຳນົດຫຼັກການ, ລະ ບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກ ງານກວດສອບເອກະລາດແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງສັງຄົມ, ນັກກວດສອບ, ເປົ້າໝາຍຖືກກວດສອບຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານບໍລິຫານການເງິນ, ສົ່ງເສີມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ ແກ່ນັກລົງທຶນທັງພາຍ ໃນ ແລະ ຕ່າງປະເທດເຮັດໃຫ້ສັງຄົມມີຄວາມຍຸຕິທໍາ, ເປັນລະບຽບຮຽບຮ້ອຍທັງປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວ ແລະ ໝັ້ນຄົງ. 
      ໄດ້ຜ່ານການປັບປຸງຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມທີ່ສະເໜີໂດຍກະຊວງການເງິນ, ຕໍ່ບັນຫາດັ່ງກ່າວກອງປະ ຊຸມໄດ້ມີທິດຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງຄືນຕາມການປະກອບຄຳຄິດຄຳເຫັນຂອງສະມາຊິກລັດຖະບານ. ພ້ອມທັງ, ໃຫ້ຈັດກອງປະຊຸມສຳມະນາໃນທາງວິຊາການຕື່ມເພື່ອເຮັດໃຫ້ການປັບປຸງຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນ ຄົບຖ້ວນ, ຮັດກຸມ, ຈະແຈ້ງເມື່ອປະກາດໃຊ້ແລ້ວຕ້ອງສາມາດນຳໃຊ້ໄດ້ຍາວນານ ແລະ ບໍ່ຄັດກັບນິຕິກຳອື່ນໆ, ແລ້ວນຳມາ ຜ່ານກອງປະຊຸມລັດຖະບານໃນຄັ້ງຕໍ່ໄປເພື່ອນຳສະເໜີສະພາແຫ່ງ ຊາດພິຈາລະນາຮັບຮອງ. ກອງ ປະຊຸມຍັງໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບຮັບຮອງຮ່າງກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການ ຮ້າຍເຊິ່ງຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກ ງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ກອງປະຊຸມເຫັນວ່າການອອກກົດໝາຍສະບັບນີ້ທັງເປັນ ຄວາມຈຳເປັນສຳລັບພາຍໃນ ແລະ ທັງເປັນພັນ ທະສາກົນທີ່ສຳຄັນເພື່ອແນໃສ່ສະກັດກັ້ນ, ຈຳກັດ ແລະ ປ້ອງກັນບໍ່ໃຫ້ເກີດມີ ການກະທຳດັ່ງກ່າວດ້ວຍຮູບການໃດໆຢູ່ປະເທດຂອງພວກເຮົາ.
       ຕອນທ້າຍຂອງກອງປະຊຸມທ່ານຮອງນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານນໍາເອົາເນື້ອໃນທີ່ໄດ້ຕົກລົງ ເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມແຕ່ນີ້ຫາທ້າຍເດືອນເມສາ 2014 ໄປຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດດ້ວຍຄວາມຮັບຜິດຊອບຢ່າງເອົາການເອົາງານ ແລະ ໃຫ້ໄດ້ຮັບຜົນສໍາເລັດດ້ານປະລິມານ ແລະ ຄຸນນະ ພາບເປັນຕົ້ນ: 
      ໃຫ້ບັນດາທ່ານລັດຖະມົນຕີວ່າການກະຊວງ, ຫົວໜ້າອົງການທີ່ກ່ຽວຂ້ອງຮີບຮ້ອນກະກຽມເນື້ອໃນກອງປະຊຸມກາງປີ 2014 ແລະ ກອງປະຊຸມພົບປະລະຫວ່າງນາຍົກກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດທີ່ຈະດຳເນີນໃນວັນທີ 21-25 ເມສານີ້ ໃຫ້ສຳເລັດໂດຍໄວ ແລະ ສົ່ງໃຫ້ຫ້ອງວ່າການລັດຖະບານເພື່ອໃຫ້ທັນສົ່ງໃຫ້ສະມາຊິກລັດຖະບານ ແລະ ບັນດາເຈົ້າ ແຂວງ ແລະ ເຈົ້າຄອງນະຄອນຫຼວງຕາມລະບຽບວາລະການປະຊຸມ. ໃຫ້ບັນດາສະຫາຍຮີບຮ້ອນຈັດຕັ້ງຜັນຂະຫຍາຍຄຳສັ່ງ ແນະນຳຂອງຄະນະເລຂາທິການສູນກາງພັກສະບັບເລກທີ 15/ຄສພ, ລົງວັນທີ 7 ເມສາ 2014, ຄຳສັ່ງ ຂອງນາຍົກລັດຖະມົນ ຕີສະບັບ ເລກທີ 17/ນຍ, ລົງວັນທີ 1 ເມສາ 2014 ກ່ຽວກັບການກວດກາ ແລະ ເກັບກຳຈຳນວນພົນ, ພະນັກງານ-ລັດຖະ ກອນ, ພະນັກງານບຳນານ, ເສຍອົງຄະ ແລະ ເປົ້າໝາຍອື່ນໆທີ່ໄດ້ຮັບເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນຕ່າງໆຈາກ ງົບປະມານຂອງລັດໃຫ້ແລ້ວທັນລາຍງານຄະນະກວດກາເກັບກຳຈຳນວນພົນຂອງລັດຖະບານຕາມກຳນົດເວລາ.    ໃຫ້ທຸກຂະ ແໜງການທັງສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່ຊີ້ນຳ-ນຳພາ ແລະ ແນະນຳຂະແໜງການຂອງຕົນໃນການຫຼິ້ນບຸນປີໃໝ່ລາວບົນ ຈິດໃຈຂອງການປະຢັດມັດທະຍັດ, ມີຄວາມສະຫງົບ-ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງທຸກຄົນ, ທຸກຄອບຄົວແນໃສ່ເຮັດໃຫ້ງານສະຫຼອງບຸນປີໃໝ່ລາວປີນີ້ເຕັມໄປດ້ວຍບັນຍາກາດອັນສົດຊື່ນ, ມີ ຄວາມໝາຍສຳຄັນໃນການຮັກສາ ແລະ ສົ່ງເສີມຮີດຄອງປະເພນີກໍຄືມູນເຊື້ອທາງດ້ານວັດທະນາທຳອັນດີງາມຂອງຊາດລາວ ເຮົາ.

No comments:

Post a Comment