Ad

Ad

10 April 2014

ການບິນ​ລາວ​ສະຫລອງ​ຄົບຮອບ 25 ປີ



     ​ໃນ​ວັນ​ທີ 9 ​ເມສາ​ນີ້, ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງວັນ​ສ້າງຕັ້ງຄົບ​ຮອບ 25 ປີ (23/5/ 1989 - 23/5/2014) ຂຶ້ນທີ່​ສຳນັກງານ​ຂອງຕົນ​ໃນ​ນະ ຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.
     ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ດຣ. ສົມ​ພອນ ດວງ​ດາລາ ​ໄດ້​ກ່າວ​ຄຳ​ເຫັນ​ວ່າ: ລັດ​ວິ​ສາ​ຫະກິດ​ການບິນ​ລາວ ແມ່ນ​ຫົວໜ່ວຍ​ທຸລະ​ກິດ​ໜຶ່ງ​ທີ່​ລັດ ຖະບານ​ໄດ້​ສ້າງຕັ້ງຂຶ້ນ ​ເຊິ່ງ​ແຍກ​ອອກ​ຈາກ​ກົມ​ການບິນ​ພົນລະ​ເຮືອນ​ເພື່ອ​ມາ​ດຳ​ເນີນ​ທຸລະ​ກິດ​ແບບ​ເອກະລາດ​ທາງ​ດ້ານ​ການ​ເງິນ ​ແລະ ຕະຫລອດ​ໄລຍະ 25 ປີຜ່ານມາ​ນັ້ນ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ລຽນຕິດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ມີ​ການ​ຂະຫຍາຍຕົວ ຄື​ທຶນ​ເພີ່ມ​ຂຶ້ນຈາກ 400 ຕື້ກີບ ​ໃນ​ປີ 2006 ມາ​ເປັນ 2.000 ຕື້ກີບ ​ໃນ​ປີ 2013, ມີ​ເຮືອບິນ​ເພີ່ມ​ຂຶ້ນຈາກ 2 ລຳ ມາ​ເປັນ 15 ລຳ ​ໃນ​ປີ 2014, ​ໃນ​ນັ້ນມີ​ແອ​ບັດ A320 ຈຳ ນວນ 4 ລຳ. ພະນັກງານ​ກຳມະ ກອນ​ເພີ່ມ​ຂຶ້ນຈາກ 400 ຄົນ ມາ​ເປັນ 875 ຄົນ, ​ໃນ​ນັ້ນ ຈຸ​ບິນ​ເພີ່ມ​ຂຶ້ນ 6 ​ເທົ່າ; ຕົວ​ແທນ​ຂາຍ​ປີ້​ເພີ່ມ​ຂຶ້ນ​ເປັນ 360 ຕົວ​ແທນ, ມີ​ການ​ຮ່ວມ​ມື​ກັບ​ 25 ສາຍ​ການບິນຂອງ 23 ປະ​ເທດ​ໃນ​ໂລກ. ບໍລິການ​ຜູ້​ໂດຍສານ​
ເພີ່ມ​ຂຶ້ນຈາກ 275.000 ​ເທື່ອ​ຄົນ ມາ​ເປັນ 743.000 ​ເທື່ອ​ຄົນ, ລາຍ​ຮັບ​ທຸລະ​ກິດ​ເພີ່ມ​ຂຶ້ນ ຈາກ 199 ຕື້ກີບ ມາ​ເປັນ 926 ຕື້ກີບ. ລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ ​ແລະ ​ໄດ້​ຮັບ​ລາງວັນ​ຈາກ​ອົງ ການ​ຈັດຕັ້ງສາກົນ BID & BIZZ ຈຳນວນ 5 ປີ​ຊ້ອນ ນັບ​ແຕ່​ປີ 2007 ​ເປັນຕົ້ນມາ, ​ໄດ້​ຮັບຮອງ​ເປັນ​ອົງການ​ທີ່​ມີ​ມາດ​ຖານ ISO ດ້ານ​ບໍລິການ ​ແລະ ກຳລັງ​ກວດ​ສອບ​ເພື່ອ​ຮັບຮອງ​ເປັນ​ອົງການ​ທີ່​ມີ​ມາດຖານ​ຄວາມ​ປອດ​ໄພ​ສາກົນ IOSA ​ໃນ​ປີນີ້.
     ຜົນສຳ​ເລັດ​ດັ່ງກ່າວນັ້ນ, ມັນ​ໄດ້​ສ້າງ​ພາບ​ພົດ​ອັນ​ໃໝ່ ທັງ​ເປັນ​ນິມິດ​ໝາຍ​ທີ່​ເອກອ້າງ​​ແກ່​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ກໍ​ຄື​ຂອງ​ປະ​ເທດ​ພວກ​ເຮົາ. ມັນ​ສ່ອງ​ແສງ​ເຖິງ​ຄວາມ​ຖືກຕ້ອງ​ຕາມ​ແນວ ທາງ​ຂອງ​ພັກ ​ແລະ ລັດຖະບານ​ໃນ​ການ​ປັບປຸງ ​ແລະ ພັດ ທະນາ​ລັດ​ວິ​ສາ​ຫະກິດ​ໄລຍະ​ໃໝ່, ສ່ອງ​ແສງ​ເຖິງ​ຄວາມ​ພະຍາຍາມ​ອົດ ທົນ, ຄວາມ​ສະດຸ້ງ​ໄວ ​ແລະ ຄວາມ​ມີ​ສະຕິ​ເປັນ​ເຈົ້າຕົນ​ເອງ ເພິ່ງ​ຕົນ​ເອງ​ທີ່​ມີ​ຄວາມ​ຮັບຜິດ ຊອບ​ສູງ​ຂອງ​ພະນັກງານ​ກຳມະ ກອນ​ພວກ​ເຮົາ ​ແລະ ​ໃນຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ພະຍາຍາມ​ນຳ​ໃຊ້​ບົດຮຽນ ​ແລະ ປະສົບ​ການ​ທີ່​ມີ ​ເພື່ອ​ສືບຕໍ່​ປັບປຸງ ​ແລະ ພັດທະນາ​ການບິນ​ລາວ​ໃຫ້​ບັນລຸ​ເປົ້າໝາຍ​ຫັນ​ເປັນ​ທັນ​ສະ​ໄໝ, ມີ​ມາດຖານ ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ ​ໃນ​ປີ 2020 ​ເຊິ່ງ​ເປັນ​ປີ​ທີ່​ປະ​ເທດ​ຊາດ​ຂອງ​ເຮົາ​ໄດ້​ຫລຸດ​ພົ້ນອອກ​ຈາກ​ບັນຊີ​ປະ​ເທດ​ດ້ອຍ​ພັດທະນາ.

No comments:

Post a Comment