Ad

Ad

25 June 2015

ເຈົ້າ​ໜ້າ​ທີ່​ເລັ່ງນຳ​ຈັບ​ຕົວ​​ໄວ​ໜຸ່ມກໍ່​ເຫດ​ແທງ​ກັນ​ເສຍ​ຊີວິດ 1 ຄົນ ຢູ່​ເມືອງ​ປາກ​ເຊ



     ພາຍຫລັງ​ໄດ້ເກີດ​ເຫດມີໄວ​ຫນຸ່ມ ​​ໃຊ້​ມີດ​ໄລ່​ແທງ​ກັນ​ຢ່າງ​ໂຫດ​ຫ້ຽມ ​ໃນຕອນ​ແລງ​ຂອງວັນທີ 23 ມິຖຸນານີ້, ​ຢູ່ບ້ານໂພນ ໄຊ ເມືອງ ປາກເຊ ແຂວງຈຳປາສັກ ຈົນ​ມີ​ຜູ້​ເສຍ​ຊີວິດ​ໜຶ່ງ​ຄົນ​ຄື ທ້າວ ກັນ (ສັນຊາດຫວຽດນາມ) ອາຍຸ 30 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານ ຫລັກ 21 ເມືອງປາກເຊ ແຂວງຈຳປາສັກ.
     ຈາກການສອບຖາມປະຊາຊົນຜູ້ເຫັນເຫດການຂອງເຈົ້າໜ້າທີ່ໃຫ້ຮູ້ໃນເບື້ອງຕົ້ນວ່າ: ກ່ອນເກີດເຫດ ທ້າວ ກັນ ໄດ້ໄປທີ່ເຮືອນຂອງທ້າວ ຈອນນີ້ແລະ ຫຼັງຈາກນັ້ນ ບໍ່ພໍເທົ່າໃດນາທີ ທ້າວ ຈອນນີ້ ກໍໄດ້
ແລ່ນອອກມາຈາກເຮືອນພ້ອມກັບໃຊ້ມີດປາຍແຫລມແທງເຂົ້າບໍລິເວນໜ້າເອີກຂອງທ້າວກັນ 1 ບາດ ແລະ ຫລັງ 2 ບາດ ຈຶ່ງເຮັດ​​ໃຫ້ທ້າວກັນໄດ້ຮັບບາດເຈັບແລະ ແລ່ນໜີຕາຍໄປຫາບ້ານປະຊາຊົນທີ່ຢູ່​​ໃກ້ຄຽງ, ຈາກນັ້ນໄດ້ມີພົນລະເມືອງດີນຳຕົວສົ່ງໂຮງໝໍ​, ​ແຕ່ຜູ້ກ່ຽວທົນຕໍ່ຄວາມເຈັບປວດບໍ່ໄຫວຈຶ່ງໄດ້ເສຍຊີວິດໃນເວລາຕໍ່ມາ. ສ່ວນທ້າວ ຈອນນີ້ໄດ້ຫລົບໜີ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຫາສາເຫດຂອງການກໍ່ເຫດຄັ້ງນີ້ແລະ ນຳຕົວຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment