Ad

Ad

7 December 2016

ເມື່ອເງິນເດືອນຄູຖືກຝາກໄວ້ທະນາຄານ

ໂດຍ: ມຶກບໍ່ແຫ້ງ
          ເປັນເລື່ອງທີ່ເສົ້າໃຈຫລາຍເມື່ອມີລາຍງານຈາກໜັງສືພິມປະເທດລາວໃນວັນທີ 1 ພະຈິກ 2016 ຜ່ານມາວ່າ ມີປາກົດການ ພະນັກງານລັດຈຳນວນຫນຶ່ງສວຍໃຊ້ໜ້າທີ່ຕຳແໜ່ງຕົນ ນຳເອົາເງິນເດືອນຄູໄປຝາກໄວ້ທະນາຄານເພື່ອກິນດອກເບ້ຍ, ຄິດມາແລ້ວໜ້າເຫັນໃຈຜູ້ທີ່ໄດ້ຊື່ວ່າ: ເປັນແມ່ພິມຂອງຊາດແທ້ໆນໍ.
          ໃນວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີVIII ກຳລັງດຳເນີນໄປດ້ວຍບັນຍາກາດອັນເຂັ້ມຂຸ້ນ, ປຶກສາຫາລື ແລະ ສ່ອງແສງເຖິງຫລາຍບັນຫາທີ່ສຳຄັນຂອງຊາດນັ້ນ, ກໍມີເລື່ອງ
ເງິນເດືອນພະນັກງານຂອງລັດໂດຍສະເພາະເງິນເດືອນຄູເຊິ່ງບັນຫານີ້ກໍໄດ້ຖົກຖຽງ, ປຶກສາຫາລືໃນລະດັບຊາດມາຫລາຍປີສົມຄວນແລ້ວແຕ່ມາຮອດປີນີ້ກໍພັດມີຫຼັກຖານອັນໃໝ່ອ່ຽມຕໍ່ສັງຄົມເຮົາກໍຄືມີບາງກຸ່ມຄົນຂອງພະນັກງານເຮົາໄດ້ສວຍໃຊ້ໜ້າທີ່ຕົນເອງກອບໂກຍເອົາຊັບສິນຂອງລັດກໍຄືຂອງຊາດຢ່າງໜ້າຕາເສີຍໂດຍນຳເອົາເງິນທີ່ລັດຖະບານຖືເປັນບ້ວງເບີກຈ່າຍເງິນເດືອນແກ່ຄູອາຈານນັ້ນໄປຝາກທະນາຄານເພື່ອກິນດອກເບ້ຍເລີຍແກ່ຍາວເວລາຕໍ່ຄູອາຈານທີ່ຈະໄດ້ຮັບເງິນເດືອນຂອງຕົນ.
          ເມື່ອເປັນແບບນັ້ນເປັນຫຍັງພວກເຮົາຄືໃຫ້ບຸລິມະສິດແກ່ຄູອາຈານຕໍ່າແທ້ ? ຖ້າຈະເວົ້າເຖິງຄວາມໝາຍຄວາມສຳຄັນຂອງຄູ-ອາຈານນັ້ນບໍ່ມີມື້ພັນລະນາໝົດດອກ, ນັບແຕ່ເປັນຜູ້ຈັບມືເດັກນ້ອຍເຮົາຮຽນຂຽນຮຽນອ່ານຈົນເຖິງຖ່າຍທອດຄວາມຮູ້ຄວາມຊຳນານທາງດ້ານວິຊາສະເພາະສາມາດປະກອບສ່ວນໃນການຂັບເຄື່ອນປະເທດນີ້ໃຫ້ດຳລົງຄົງຕົວຢູ່ໄດ້ກໍແມ່ນຄູ, ກໍແມ່ນຂະແໜງການສຶກສາເປັນຂອດສຳຄັນ, ຕາມແນວທາງຂອງພັກ-ລັດເຮົາກໍຍັງເວົ້າວ່າ : ໃຫ້ເອົາການສຶກສາໄປກ່ອນຂະແໜງການອື່ນກ້າວໜຶ່ງ ”, ແຕ່ມາມື້ນີ້ກຽດສັກສີຂອງຄູອາຈານພັດຖືກຢຽບຍໍ່າທຳລາຍຄືແນວນີ້ມັນແມ່ນສາກລະຄອນທີ່ເສົ້າໂສກໂສກາອາດຸນທີ່ສຸດແລ້ວ.
          ພ້ອມນັ້ນ, ຜູ້ຂຽນກໍຄິດພໍ້ວ່າຕາມກົດຂອງຊາວມຸດສະລິມນັ້ນເຂົາເຈົ້າຈະຫ້າມທີ່ສຸດໃນການເອົາເງິນໄປຝາກຫລືໃຫ້ຜູ້ອື່ນຢືມແລ້ວກິນດອກເບ້ຍເພາະເຊື່ອວ່າເງິນແມ່ນຄວນໄດ້ຮັບການແບ່ງປັນເພື່ອສ້າງຄຸນງາມຄວາມດີແກ່ສັງຄົມ, ເຮົາຄົນລາວຊາວພຸດກໍເຊັ່ນດຽວກັນມີຄຳສອນຂອງສັມມາສັມພຸດທະເຈົ້າບໍ່ໃຫ້ບຽດບຽນຜູ້ອື່ນ, ຫ້າມທີ່ສຸດໃນການກະທຳເອົາຂອງເພິ່ນມາເປັນຂອງໂຕມັນຈະສົ່ງຜົນສະທ້ອນດ້ານລົບຕໍ່ສັງຄົມເຊັ່ນດຽວກັນນັ້ນເມື່ອເອົາເງິນເດືອນຄູໄປຝາກໄວ້ຢູ່ທະນາຄານກໍຈະເຮັດໃຫ້ຄູ-ອາຈານຕ້ອງໄດ້ຄອງຄອຍຖ້າເປັນ 2-3 ເດືອນຫຼືຫຼາຍກວ່ານັ້ນເງິນເດືອນຈຶ່ງຈະອອກເທື່ອໜຶ່ງ, ເຫດການແບບນີ້ມັນໄດ້ກາຍເປັນຄວາມຊິນເຄີຍທີ່ໜ້າອັບອາຍໄປແລ້ວໃນສັງຄົມເຮົາເພາະຢູ່ປະເທດທີ່ເພິ່ນຈະເລີນ, ມີການສຶກສາດີນັ້ນເງິນເດືອນຄູບໍ່ສະເພາະແຕ່ໄດ້ຕາມກຳນົດເວລາແຕ່ຍັງໃຫ້ສູງກວ່າເພິ່ນອີກດັ່ງເຊັ່ນຢູ່ປະເທດສະກອດແລນ, ຍີ່ປຸ່ນ ແລະ ອື່ນໆ.
          ເມື່ອເງິນເດືອນຄູຊັກຊ້າກາຍເປັນບັນຫາທີ່ຊໍ້າເຮື້ອມາຫລາຍປີມັນກໍສົ່ງຜົນສະທ້ອນໂດຍລວມຕໍ່ສັງຄົມເຊັ່ນ: ຜູ້ເກັ່ງກໍບໍ່ຢາກເປັນຄູ, ຜູ້ເປັນຄູຢູ່ແລ້ວກໍບໍ່ມີກຳລັງໃຈ, ບໍ່ຫ້າວຫັນຕໍ່ວຽກງານ, ການສິດສອນກໍບໍ່ເຕັມເມັດເຕັມໜ່ວຍສຸດທ້າຍຄຸນນະພາບການສຶກສາກໍບໍ່ໄດ້ເລື່ອງ, ລູກຫລານເຮົາກໍຂາດຄວາມຮູ້ຄວາມສາມາດນັ້ນກໍໝາຍຄວາມວ່າພວກເຮົາກໍບໍ່ສາມາດມີຊັບພະຍາກອນມະນຸດທີ່ດີສະໜອງຕໍ່ຄວາມຕ້ອງການຂອງປະເທດຊາດໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ພວກເຮົາຫຼ້າຫຼັງນັບມື້ມັນກໍບໍ່ເປັນແລ.
          ເຖິງຢ່າງໃດກໍຕາມເຊື່ອໝັ້ນຢ່າງຍິ່ງວ່າລັດຖະບານເພິ່ນກໍາລັງຫາວິທີໃນການແກ້ໄຂບັນຫານີ້ຢູ່ຢ່າງເຄັ່ງຮ້ອນແຕ່ບັນຫາທຸກຢ່າງກ່ອນຈະລຸລ່ວງໄດ້ນັ້ນກໍບໍ່ໄດ້ໝາຍວ່າມອບໃຫ້ລັດຖະບານຝ່າຍດຽວເປັນຄົນແກ້, ມັນຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມພວກເຮົານີ້ລະຈົ່ງຊ່ວຍເປັນຫູເປັນຕາ, ຮັບຟັງແລະຈິງໃຈແກ້ໄຂບັນຫາຮ່ວມກັນ, ພ້ອມກັນຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດແລະທ່ານທອງລຸນສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວເນັ້ນໜັກໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຫ້າມເດັດຂາດບໍ່ໃຫ້ນຳໃຊ້ເງິນເດືອນຄູໄປຈ່າຍໃນບ້ວງອື່ນເດັດຂາດ ແລະຮັບປະກັນໃຫ້ເງິນເດືອນຄູໄດ້ຮັບກົງເວລາທຸກເດືອນ. ບາດນີ້ລະຜູ້ທີ່ມັກເອົາເງິນເດືອນຄູໄປຝາກທະນາຄານກິນດອກເບ້ຍຊິໄດ້ນັ່ງກິນເຂົ້າແຫ້ງຄັກໆ!.

4 comments:

  1. ການຂຽນໄດ້ດີຫຼາຍ

    ReplyDelete
  2. ຈັກຊິວ່າແນວໃດ
    ເງິນເດືອນ 3ເດືອນອອກເທື່ອຫນື່ງໃນບາງໂຮງຮຽນ

    ReplyDelete
  3. ຜູ້ທີ່ເຮັດແບບນີ້ສົ່ງໄປຮຽນສານແຫສານມອງລະແມ ທ່ານເອີຍຈົ່ງໄວ້ເຮັດຫຍັງ

    ReplyDelete
  4. ຖືກໃຈຫຼາຍ

    ReplyDelete