Ad

Ad

3 March 2016

ໂຄງການ​​ເຮືອນຈັດ​ສັນ​ທົ່ງ​ປົ່ງ ກລີ​ນ ລີ​ຊີ​ເດັນ ມີ​ລູກ​ຄ້າ​ຈັບຈອງ​​ແລ້ວກາຍ​ເຄິ່ງ

           ​ການປຸກສ້າງທີ່ຢູ່ອາໄສແມ່ນຄວາມຈຳເປັນພື້ນຖານຂອງຄົນໃນສັງຄົມ, ໝາຍວ່າຖ້າຢາກມີເຮືອນເປັນຂອງຕົນເອງຈັກໜຶ່ງຫລັງຕ້ອງ​​ໄດ້ໃຊ້ເງິນຈຳນວນຫລາຍໃນການຊື້ທີ່ດິນແລະ ປຸກສ້າງເຮືອນ. ດັ່ງນັ້ນ ໂຄງການບ້ານຈັດສັນ ກີ ລີຊີເດັນ (Green Residence) ​​ໄດ້ຊ່ວຍຕອບໂຈດ​​ບັນຫາສຳລັບຜູ້ທີ່ມີເງິນຈຳກັດໃຫ້ສາມາດມີທີ່ພັກພາອາໄສທີ່ສວຍງາມ, ບົນພື້ນຖານສະພາບແວດລ້ອມເອື້ອອຳນວຍ, ສະດວກສະບາຍດ້ວຍການໃຫ້ຜ່ອນຊຳລະຍາວນານເຖິງ 20-25 ປີ,​ໂດຍການຈ່າຍກ່ອນ 20% ຂອງມູນຄ່າທີ່ດິນແລະເຮືອນ, ເຊິ່ງເລີ່ມຕົ້ນພຽງແຕ່ 627 ​ໂດລາສະຫະລັດເທົ່ານັ້ນກໍສາມາດເຂົ້າມາເປັນເຈົ້າຂອງກຳມະສິດ​​ເຮືອນແລະ ທີ່ດິນໄດ້ແລ້ວ.

          ທ່ານນາງດາລຸນນີ ພູມມະສັກ ອຳນວຍການໂຄງການບ້ານຈັດສັນ ດັ່ງກ່າວໄດ້ໃຫ້ສຳພາດ​​ນັກຂ່າວພວກເຮົາເມື່ອບໍ່ດົນມານີ້ວ່າ: ​ບ້ານຈັດສັນແຫ່ງນີ້ຕັ້ງຢູ່ບ້ານທົ່ງປົ່ງ, ​ເມືອງສີໂຄດຕະບອງ,ນະຄອນຫລວງວຽງຈັນ, ມີເຮືອນທັງໝົດ 69 ຫລັງ, ​ໃນນັ້ນໄດ້ແບ່ງອອກເປັນ 4 ປະເພດເຮືອນຄື:​ເຮືອນຄູ່,​ເຮືອນດ່ຽວ 2 ຊັ້ນ, ອາຄານ​ 3 ຊັ້ນແລະເຮືອນ 2 ຊັ້ນ,​ ໃນນັ້ນເຮືອນຄູ່ເໝາະສຳລັບຄອບຄົວທີ່ມີລາຍຮັບປານກາງ, ມີສະມາຊິກປະມານ 3-4 ຄົນ, ມີຄວາມລຽບງ່າຍແຕ່ພາຍໃນມີການຕົບແຕ່ງແບບທັນສະ​​ໄໝ, ສ່ວນ​​ເຮືອນດ່ຽວ 2 ຊັ້ນ ​​ເໝາະສຳລັບຄອບຄົວໃຫຍ່ທີ່ມີສະມາຊິກປະມານ 5-6 ຄົນ,​ ມີເນື້ອທີ່ກ້ວາງຂວາງ, ມີຫ້ອງຮັບແຂກໂອ້​​ໂຖງ, ມີສວນຢູ່ດ້ານໜ້າ​ ​ແລະ ຫລັງ​​ເຮືອນກວາງຂວາງ, ສ່ວນອາຄານ​ 3 ຊັ້ນແມ່ນຕັ້ງຢູ່ຖະໜົນໃຫຍ່ເໝາະແກ່ການຄ້າຂາຍ,​​ ​ແລະ ຫ້ອງການສຳນັກງານຕ່າງ, ​ເນື່ອງຈາກແຕ່ລະຊັ້ນມີເນື້ອທີ່ກວ້າງຂວາງແລະ ສາມາດຈັດວາງສິ່ງຂອງຕ່າງໆ​​ໄດ້ຢ່າງສະດວກແລະເຮືອນ 2 ຊັ້ນແມ່ນໄດ້ອອກ​​ແບບດ້ວຍຄວາມທັນສະໄໝ, ມີເນື້ອທີ່ພາຍນອກ​ ​ແລະ ​​ພາຍໃນກວ້າງຂວາງ, ມີສະຖານທີ່ຈອດລົດໃນຮົ່ມແລະ ມີຫ້ອງນອນທີ່ກວ້າງຂວາງ, ລະບຽງໃນຫ້ອງນອນສາມາດເຮັດເປັນພື້ນທີ່ພັກຜ່ອນ​​ໄດ້ເປັນຢ່າງດີ.

           ທ່ານນາງດາລຸນນີ ກ່າວວ່າ: ໂຄງການບ້ານຈັດສັນແຫ່ງນີ້ ຍັງເນັ້ນໃສ່ລະບົບຮັກສາຄວາມສະອາດເປັນສໍາຄັນ,​ ໂດຍສະເພາະມີການກຳຈັດຂີ້ເຫຍື້ອ​​ 3 ວັນຕໍ່ອາທິດ, ມີການລ້າງຖະໜົນພາຍໃນໂຄງການຢ່າງໜ້ອຍອາທິດລະຄັ້ງ, ມີສູນອອກກຳລັງກາຍແບບບໍ່ເສຍຄ່າ, ມີເດີ່ນຫຍ້າສຳລັບໃຫ້ເດັກຫລີ້ນພັກຜ່ອນ​, ມີຄວາມປອດໄພ, ມີໂຮງຮຽນ, ມີລະບົບເຕືອນອັກຄີໄພໄວ້ທົ່ວໂຄງການ, ຕິດຕັ້ງກ້ອງວົງຈອນປິດ​​ໃນຈຸດສຳຄັນ, ມີຮົ້ວກັ້ນທີ່ໜາແໜ້ນ, ມີພະນັກງານຮັກສາຄວາມປອດໄພຕະຫລອດ 24 ຊົ່ວໂມງແລະ ພິເສດສຳລັບຜູ້ທີ່ເຂົ້າມາຈັບຈອງ​​ພາຍໃນເດືອນມີນານີ້ທາງໂຄງການຈະມີສ່ວນຫລຸດແບບພິເສດແລະ ຍັງມີຂອງຂັວນສົມມະນາຄຸນຈາກຮ້ານເຟີນີເຈີອິນເທັກໃນມູນຄ່າ 5 ພັນ​​ໂດລາສະຫະລັດໃຫ້ລ້າໆ​ ​ແລະ ມາຮອດປັດຈຸບັນເຮືອນເກືອບເຄິ່ງໜຶ່ງຂອງໂຄງການພວກເຮົາແມ່ນ​​ໄດ້ມີລູກຄ້າຈັບຈອງແລ້ວ.

No comments:

Post a Comment