Ad

Ad

3 March 2016

ນຳ​ສະ​ເໜີ​ແນວທາງ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ຕໍ່​ກອງ​ປະຊຸມ​ປ່າ​ໄມ້​ປະຈຳ​ພາກພື້ນອາຊີ-ປາຊີ​ຟິກທີ່​ຟີ​ລິບ​ປິນ

          ລັດຖະບານລາວຮ່ວມກັບສະມາຄົມອຸດສາຫະກຳປຸງແຕ່ງໄມ້ລາວໄດ້ເຜີຍແຜ່ໝາກຜົນກ່ຽວກັບແນວທາງ​​ໃໝ່ເພື່ອໃຊ້ເຂົ້າໃນການປັບປຸງການຄຸ້ມຄອງປ່າໄມ້ໃນປະເທດລາວເຊິ່ງເອີ້ນວ່າ: “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້” ​ໃນກອງປະຊຸມປ່າໄມ້ປະຈຳພາກພື້ນອາຊີ-ປາຊີຟິກ (Asia-Pacific Forestry Week) ​ໃນລະຫວ່າງວັນທີ 22-26 ກຸມພາ 2016 ທີ່ປະເທດຟີລິບປິນເຊິ່ງເປັນກອງປະຊຸມທີ່ສຳຄັນກ່ຽວກັບວຽກງານປ່າໄມ້ໃຫຍ່ທີ່ສຸດໃນພາກພື້ນ.

           ທ່ານ ຊູຊາດໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳແລະ ປ່າໄມ້ຂອງລາວໄດ້ກ່າວວ່າ: ໝາກຜົນທີ່ສຳຄັນໜຶ່ງທີ່ໄດ້ນຳສະເໜີໃນກອງປະຊຸມຄັ້ງນີ້ແມ່ນການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ເຊິ່ງເປັນວຽກງານທີ່ສັບຊ້ອນກ່ຽວຂ້ອງກັບຂະແໜງປ່າໄມ້ໃນລາວ ຕະຫລອດຮອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກຳຂໍ້ມູນ, ການອະນຸມັດໂກຕ້າ, ການຄຸ້ມຄອງແລະ ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງແລະ ການສົ່ງອອກ. ການສັງລວມນິຕິກຳກ່ຽວກັບວຽກງານປ່າໄມ້ນີ້ຈະສາມາດຊ່ວຍເຂົ້າໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ເຊິ່ງເປັນສ່ວນສຳຄັນຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້ (FLEGT VPA) ​ເຊິ່ງລັດຖະບານລາວພວມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ.
           ທ່ານ ທອງສະຫວັນ ສຸລິຍະມາດ ປະທານສະມາຄົມອຸດສາຫະກຳປຸງແຕ່ງໄມ້ລາວໄດ້ກ່າວໃນກອງປະຊຸມດັ່ງກ່າວວ່າ: ລັດຖະບານລາວໄດ້ເລັ່ງເຫັນຄວາມສຳຄັນຂອງພາກເອກະຊົນໃນການເປັນໜ່ວຍງານຕົ້ນຕໍເພື່ອພັດທະນາຂະແໜງອຸດສາຫະກຳປຸງແຕ່ງໄມ້ແລະ ມີພາລະບົດບາດສຳຄັນໃນແຜນງານ FLEGT VPA ​ເຊິ່ງເປັນແນວຄິດລິເລີ່ໃໝ່ເພື່ອຮັບປະກັນການສະໜອງ​​ໄມ້ທີ່ຖືກຕ້ອງຕາມກົດໝາຍໃຫ້ຂະແໜງອຸດສາຫະກຳຢ່າງພຽງພໍແລະ ຮັບປະກັນການປັບປຸງການຄຸ້ມຄອງປ່າໄມ້ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງໃນລາວ. ນອກຈາກນີ້, ຄະນະຜູ້ແທນຈາກປະເທດລາວໄດ້ລາຍງານຄວາມຄືບໜ້າການເພີ່ມຂຶ້ນຂອງປ່າໄມ້ປົກຫຸ້ມໃນລະຫວ່າງປີ 2010-2015 ​ເຊິ່ງເປັນໝາກຜົນຈາກການຫລຸດຜ່ອນທາງດ້ານການຕັດໄມ້ແລະ ການເພີ່ມຂຶ້ນຂອງການຟື້ນຟູປ່າໂດຍສະເພາະໃນເຂດທີ່ມີການຕັດໄມ້, ພ້ອມທັງການປະຕິບັດແນວທາງການມີສ່ວນຮ່ວມຂອງພາກສ່ວນຕ່າງໆ, ການປົກປັກຮັກສາລະບົບນິເວດວິທະຍາແລະ ການສ້າງຜົນປະໂຫຍດຕໍ່ການດຳລົງຊີວິດໃນການຟື້ນຟູປ່າ.
          ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳແລະ ປ່າໄມ້ ກ່າວວ່າ: ສປປ ລາວ ພວມອອກແຮງຈັດຕັ້ງປະຕິບັດວຽກງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງປ່າໄມ້ໃນປະເທດ. ​ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (FLEGT VPA) ​ແມ່ນຂີດໝາຍອັນສຳຄັນທີ່ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງປ່າໄມ້, ການຄຸ້ມຄອງປ່າໄມ້ທີ່ດີນັ້ນຈະຊ່ວຍໃຫ້ພວກເຮົາສາມາດປົກປັກຮັກສາປ່າໄມ້ເພື່ອອະນາຄົດຂອງຄົນຮຸ້ນໃໝ່, ​ເສີມຂະຫຍາຍໂອກາດໃຫ້ແກ່ຂະແໜງການປຸງແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໄມ້, ສ້າງໂອກາດໃນການຈ້າງງານໃນຂະແໜງປ່າໄມ້ແລະເປີດກວ້າງໂອກາດທາງການຕະຫລາດທີ່ໃຫຍ່ຂຶ້ນກວ່າເກົ່າ. ພາຍຫລັງທີ່ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈໄດ້ຖືກຈັດຕັ້ງປະຕິບັດແລ້ວ, ຜະລິດຕະພັນໄມ້ຂອງລາວກໍຈະສາມາດຕອບສະໜອງຕາມກົດລະບຽບວ່າດ້ວຍໄມ້ຂອງສະຫະພາບເອີຣົບເຊິ່ງຈະເປັນການສົ່ງເສີມການສົ່ງອອກໄມ້ທີ່ຖືກກົດໝາຍໄປຍັງຕະຫລາດຂອງສະຫະພາບເອີຣົບແລະ ປະເທດຄູ່ຮ່ວມການຄ້າຂອງສະຫະພາບເອີຣົບ. ພ້ອມກັນນັ້ນ ບັນດາບໍລິສັດປຸງແຕ່ງໄມ້ໃນລາວກໍຈະສາມາດເຂົ້າເຖິງຕະຫລາດອື່ນໆໄດ້ງ່າຍຂຶ້ນເປັນຕົ້ນເຂົ້າເຖິງຕະຫລາດຂອງບັນດາປະເທດອາຊຽນ, ສະຫະລັດອາເມລິກາ, ອົດສະຕຣາລີ, ນິວຊີແລນແລະ ຍີ່ປຸ່ນ.
           ກອງປະຊຸມປ່າໄມ້ປະຈຳພາກພື້ນອາຊີ-ປາຊີຟິກແມ່ນຈັດຂຶ້ນທຸກ 4 ປີ, ​ແມ່ນເວທີຂອງວຽກງານປ່າໄມ້ທີ່ໃຫຍ່ແລະ ສຳຄັນທີ່ສຸດໃນພາກພື້ນແລະ ມີຜູ້ເຂົ້າຮ່ວມຫລາຍກວ່າພັນຄົນເຊິ່ງເປັນຕົວແທນຈາກພາກລັດໃນຂະແໜງປ່າໄມ້, ຊັບພະຍາກອນທຳມະຊາດແລະ ບັນດາພາກສ່ວນທີ່ມີສ່ວນຮ່ວມຕ່າງໆເຊັ່ນ: ໜ່ວຍງານກຳນົດແລະ ອອກລະບຽບນະໂຍບາຍ, ຊ່ຽວຊານ, ສະຖາບັນການສຶກສາ, ສະຖາບັນການຄົ້ນຄວ້າ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແລະ ພາກເອກະຊົນຈາກຫລາຍກວ່າ 30 ປະເທດເພື່ອຕີລາຄາການພັດທະນາຕ່າງໆທາງດ້ານຕະຫລາດແລະ ການຄ້າໄມ້ສາກົນແລະເພື່ອແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງກັບທ່າອ່ຽງແລະ ອະນາຄົດຂອງຕະຫລາດແລະ ການຄ້າໄມ້ສາກົນໃນຂົງເຂດການຄ້າໄມ້ແບບຍືນຍົງແລະແນວທາງການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ແລະ ການຂະຫຍາຍຕົວໃນອະນາຄົດພາຍໃນພາກພື້ນ.
          ສະຫະພາບເອີຣົບ (EU) ​ໄດ້ລິເລີ່ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້ (FLEGT) ​ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ. ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ​ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫລຸດຜ່ອນການຕັດໄມ້ທີ່ຜິດກົດໝາຍແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.
     ສປປ ລາວແມ່ນໜຶ່ງໃນບັນດາປະເທດທີ່ເລີ່ເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບເຊິ່ງໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍໄມ້, ການຄຸ້ມຄອງແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ (ProFLEGT).

           ProFLEGT ​ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານລາວແລະ ການຮ່ວມມືການພັດທະນາຂອງເຢຍລະມັນເຊິ່ເປັນໂຄງການທີ່ເຮັດວຽກຮ່ວມກັບກະຊວງກະສິກຳແລະ ປ່າໄມ້ (​ໂດຍຜ່ານຫ້ອງການ​​ແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງກົມກວດກາປ່າໄມ້, DOFI), ກະຊວງອຸດສາຫະກຳແລະ ການຄ້າແລະ ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ລວມທັງອົງການຈັດຕັ້ງອື່ນໆຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາແລະ ອຸດສາຫະກຳປຸງແຕ່ງໄມ້.

No comments:

Post a Comment