Ad

Ad

14 January 2014

ສະ​ຖາ​ບັນ​ທະນາຄານເຊື່ອມ​ຊືມມູນ​ເຊື້ອວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບ​ຮອບ 65



       ສະ​ຖາ​ບັນ​ການ​ທະນາຄານ​ໄດ້​ຈັດ​ພິທີ​ເຊື່ອມ​ຊືມມູນ​ເຊື້ອວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ(20/1/1949- 20/ 1/2014) ຂຶ້ນ​ໃນ​ວັນ​ທີ13 ມັງກ ອນນີ້, ຢູ່ສະ​ຖາ​ບັນ​ດັ່ງກ່າວ​ໃຫ້​ກຽດ​ປາຖະກະຖາ​ໂດຍ​ທ່ານ ພັນ​ເອກ ສາຍສະໝອນ ສະ​ລັບ​ແສງ ຫົວໜ້າ​ກົມ​ໂຄສະນາ-​ອົບຮົມ, ກົມ​ໃຫຍ່​ການ​ເມືອງ​ກອງທັບ, ມີ​ບັນດາ ຜູ້​ອຳນວຍ​ການ​ທະນາ ຄານ​ທຸລະ​ກິດ-ລັດ​ເຂົ້າ​ຮ່ວມ.
        ທ່ານ ພັນ​ເອກ ສາຍສະ ໝອນ ສະ​ລັບ​ແສງ ​ກ່າວວ່າ: ຕະ ຫລອດ​ໄລຍະ 65 ປີຜ່ານມາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫລະ​ເລືອດ​ເນື້ອ ​ແລະ ຄວາມ​ອົງອາດ​ກ້າ​ແກ່ນ​ຂອງ​ບັນພະ​ບູລຸດລາວ​ເຮົາ​ແຕ່​ລະ​ຍຸກ, ​ແຕ່​ລະສະ​ໄໝ​ທີ່​ໄດ້​ຕໍ່ສູ້​ຕ້ານ​ກັບ​ຈັກກະພັດ​ຜູ້​ຮຸກ​ຮານ​ທັງ​​ເກົ່າ ​ແລະ ​ໃໝ່​ຈົນ​ເຮັດ​ໃຫ້​ສາມາດ​ປົດ​ປ່ອຍ ​ແລະ ສະຖາ ປະນາ​ປະ​
ເທດ​ຊາດໄດ້​ຢ່າງ​ມີ​ໄຊ ແລະ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຈົບ ງາມ, ປະກາດ​ເປັນ​ອິດສະຫລະ ພາບ ​ແລະ ປະຊາຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ໂດຍ​ແທ້​ຈິງ​, ເຮັດ​ໃຫ້​ກອງທັບ​ປະຊາຊົນ​ລາວ​ມີ​ຄວາມ​ເຕີບ​ໃຫຍ່ຂະຫຍາຍຕົວ ແລະ ມີ​ຄວາມ​ທັນ​ສະ​ໄໝເທື່ອ​ລະ​ກ້າວ, ການ​ເຫລົ່າ​ມູນ​ວັນ​ດັ່ງກ່າວ​ກໍເພື່ອ​ແນ​ໃສ່​ເຮັດ​ໃຫ້​ສະ​ມາ​ຊິກ​ພັກ-ພະນັກງານໄດ້ຮັບຮູ້ ​ແລະ ເຂົ້າ​ໃຈ​ແຈ້ງ​ຢ່າງ​ເລິກ​ເຊິ່ງຕໍ່​ມູນ​ເຊື້ອການ​ປະຕິວັດ​ລາວ​ເຮົາ​ກໍ​ຄື​ມູນ​ເຊື້ອອັນ​ອົງອາດ​ກ້າ​ແກ່ນ​ຂອງ​ກອງທັບ​ປະຊາຊົນ​ລາວ​ທີ່​ຍາດ​ມາ​ໄດ້​ຕະຫລອດ​ໄລຍະ 65 ປີຜ່ານມາ.

No comments:

Post a Comment