Ad

Ad

13 January 2014

ມອບ-ຮັບໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ.


      ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງທີ່ເລີ່ມຈັດຕັ້ງປະ ຕິບັດມາແຕ່ປີ 2009 ໄດ້ສຳເລັດ ການກໍ່ສ້າງ ແລະ ມີພິທີມອບ-ຮັບຢ່າງເປັນທາງ ການໃນວັນທີ 10 ມັງກອນນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,ທ່ານ ຮຶນ ໂອ ຊ໋ອກ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງຍຸດທະສາດ ແລະ ການເງິນແຫ່ງ ສ.ເກົາຫລີ ພ້ອມ ດ້ວຍການນຳຂັ້ນສູນກາງກ່ຽວຂ້ອງເຂົ້າຮ່ວມ.
        ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ລາຍງານວ່າ: ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງແມ່ນໂຄງການບູລິມະສິດຂອງລັດຖະບານ, ເປັນໂຄງການເງິນກູ້ດອກ ເບ້ຍຕ່ຳຈາກອົງການ EDCF ສາທາລະນະລັດ ເກົາຫລີ ໃນມູນຄ່າ 37,2 ລ້ານໂດລາສະ ຫະລັດ ຫລື ປະມານ 297 ຕື້ກວ່າ ກີບ ໃນເງື່ອນໄຂອັດຕາດອກເບ້ຍ 0,5% ຕໍ່ປີ,ໄລຍະກູ້ຢືມ 30 ປີ ແລະ ບໍ່ມີ ດອກເບ້ຍ 10 ປີ. ນອກນີ້ ຍັງມີເງິນສົມທົບຂອງ
ລັດຖະບານລາວຈຳນວນໜຶ່ງ ເພື່ອນຳໃຊ້ໃນວຽກຊົດເຊີຍ ແລະ ຍົກຍ້າຍສິ່ງກີດຂວາງອອກຈາກເຂດກໍ່ສ້າງໂດຍເລີ່ມແຕ່ ບ້ານດ່ານຄຳຫາບ້ານທາດຂາວຫລັກ 3. ສ່ວນໜ້າວຽກທີ່ຈັດ ຕັ້ງປະຕິບັດລວມມີການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນລວມ ທັງຄັນຄູປ້ອງກັນນ້ຳຖ້ວມ ເຊິ່ງມີຄວາມຍາວ 12,2 ກິໂລ ແມັດ, ກໍ່ສ້າງສວນເຈ້ົາອານຸວົງ ມີເນື້ອທີ່14,5 ເຮັກຕາ, ກໍ່ສ້າງເສັ້ນທາງປູຢາງອັດສະຟານ ເທິງສັນຄູປ້ອງກັນນ້ຳຖ້ວມ ແຄມຂອງ ແລະ ທາງຊອຍຕັດໃສ່ 4 ແຍກໂຮງໝໍມະໂຫສົດ ແລະ ທາງໂຄງທາດຂາວ ເຊິ່ງມີຄວາມຍາວ 3 ກິໂລ ແມັດ, ກໍ່ສ້າງອາຄານສອງຊັ້ນ 1 ຫລັງ ເພື່ອເປັນສູນຝຶກອົບຮົມ ພ້ອມທັງຕິດຕັ້ງລະບົບອຸປະກອນໄອທີ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ດ້ານການ ບໍລິຫານຄຸ້ມຄອງ-ບູລະນະຮັກສາໂຄງສ້າງປ້ອງກັນຕາຝັ່ງເຈື່ອນ,ຄູປ້ອງກັນນ້ຳຖ້ວມ ແລະ ສວນສາທາລະນະເຈົ້າອາ ນຸວົງ ໃຫ້ມີການນຳໃຊ້ຢ່າງຍາວນານ ແລະ ຍືນຍົງ.
          ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງນີ້,ໄດ້ສ້າງຜົນປະໂຫຍດຢ່າງຫລວງຫລາຍ ໃຫ້ ແກ່ນະຄອນຫລວງວຽງຈັນ ເປັນຕົ້ນແມ່ນສາມາດປ້ອງກັນບໍ່ໃຫ້ດິນເຊາະເຈື່ອນ, ບໍ່ໃຫ້ນ້ຳຂອງໄຫລເຂົ້າຖ້ວມຕົວ ເມືອງວຽງຈັນ, ມີສວນສາທາລະນະທີ່ກວ້າງຂວາງເປັນບ່ອນພັກຜ່ອນ ແລະ ອອກກຳລັງກາຍຂອງຊາວນະຄອນ ຫລວງວຽງຈັນ, ມີເສັ້ນທາງທີ່ອຳນວຍຄວາມສະດວກ ແລະ ຫລຸດຜ່ອນການສັນຈອນທີ່ແອອັດໃນຕົວເມືອງໄດ້ເປັນ ຢ່າງດີ.

No comments:

Post a Comment