Ad

Ad

13 January 2014

ຍີ່​ປຸ່ນຊ່ວຍ​ເຫລືອ​ເງິນ​ກູ້​​ແກ່ລາວ.


     ພິທີ​ເຊັນ​ສັນຍາ​ເງິນ​ກູ້​ລະຫວ່າງ​ລັດຖະບານລາວກັບລັດຖະບານ ຍີ່​ປຸ່ນສຳລັບ 1 ​ແຜນ​ງານ ແລະ 1 ​ໂຄງການ, ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ມັງກອນນີ້ຢູ່​ກະຊວງ​ການ​ເງິນ, ຕາງໜ້າ​ລັດຖະບານລາວແມ່ນທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນ ຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຕາງໜ້າ​ລັດຖະບານ​ຍີ່​ປຸ່ນແມ່ນ​ທ່ານ ​ໂຄ​ອີ​ຈິ ທາ​ເກ​ອິ ຫົວ​ໜ້າຫ້ອງ ການອົງການ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ (JICA) ປະ​ຈຳລາວ ​ໂດຍ​ມີພະນັກງານ​​ທີ່​ກ່ຽວ ຂ້ອງ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ.
     ສຳລັບເງິນກູ້ຂອງ​1ແຜນ​ງານ ​​​ແມ່ນ​ການສະໜັບສະໜູນການ​ຫລຸດຜ່ອນຄວາມ ທຸກ​ຍາກ ຊຸດ​ທີ 3 ​ໄລຍະ 9 (PRSO 9), ມູນ​ຄ່າ 500 ລ້ານ​ເຢັນ(ສະກຸນເງິນຍີ່ປຸ່ນ) ປະມານ 5 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 40 ຕື້ ກວ່າກີບ. ການ​ສະໜອງ​ທຶນ​ກູ້​ຢືມ​ຈາກ JICA ​ແມ່ນ​ປະກອບສ່ວນ​ໃນ​ການ​ສະໜອງ​ທຶນ​ຮ່ວມ​ກັບ​ທະນາ
ຄານໂລກ​ໃຫ້​ແຜນ​ງານ (PRSO 9) ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຸ່ນງົບປະມານ,ໂດຍ JICA ​ເຫັນ​ດີ​​ຕໍ່​ຜົນ​ສຳ​ເລັດ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ເງື່ອນ​ໄຂ ​ແລະ ໜ້າ​ວຽກ​ຂອງ​ແຜນ​ງານ PRSO 9 ທີ່​ລັດຖະບານລາວ ​ໄດ້ຕົກລົງ​ກັບ​ທະນາຄານ​ໂລກ ​ໃນ​ເດືອນສິງຫາ 2013,ເງື່ອນ​ໄຂ​​ໄລຍະ​ການ​ກູ້​ຢືມ 40 ປີ ລວມທັງ​ໄລຍະ​ປອດ​ການ​ຊຳລະ​ຕົ້ນ​ທຶນ 10 ປີ, ອັດ ຕາ​ດອກ​ເບັ້ຍ 0,01% ຕໍ່​ປີ ຈ່າຍ 2 ຄັ້ງ​ຕໍ່​ປີ,ຄ່າ​ທຳນຽມ​ເງິນ​ກູ້ 0,1% ຂອງ​ຈຳນວນ​ເງິນ​ກູ້ຊຶ່ງ​ຜູ້​ກູ້​ຕ້ອງ​ຈ່າຍ​ພາຍ​ໃນ ຫລື ຫລັງ​ຈາກ​ມື້​ສັນຍາ​ເງິນກູ້​ມີ​ຜົນ​ສັກສິດ,ແຕ່​ບໍ່​ເກີນ 60 ວັນ​.ໂດຍ JICA ຈະ​ໂອນ​ເງິນ​ເຂົ້າ​ບັນຊີ​ຜູ້​ກູ້ ພາຍຫລັງ​ທີ່​ໄດ້​ຮັບ​ຄ່າ​ທຳນຽມ​ຄົບ​ຖ້ວນ.ສຳລັບ​​ໂຄງການ​ຂະຫຍາຍ​ອາຄານ​ຜູ້​ໂດຍສານ​ສະໜາມ​ບິນ​ສາກົນວັດ​ໄຕ​ ມູນ​ຄ່າ 9.017 ລ້ານ​ເຢັນ (ສະກຸນເງິນຍີ່ປຸ່ນ) ປະມານ 90,44 ລ້ານ​ໂດ​ລາ​ສະຫະລັດ ຫລືປະມານ 700 ຕື້ກວ່າກີບ, ໂດຍ​ແມ່ນ​ກະ ຊວງ​​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ຈະ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ.ສຳລັບ​ໂຄງການນີ້ ​ແມ່ນ​ການ​ຂະ​ຫຍາ​ຍອາຄານ​ຜູ້ໂດຍ ສານ​ສະໜາມ​ບິນ​ສາກົນວັດ​ໄຕ ​ທັງ​ສາຍພາຍ​ໃນ ​ແລະ ຕ່າງປະ​ເທດ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ສະ ໜາມບິນ, ເພີ່ມ​ທະວີ​ການ​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່​ການ​ບໍລິການ​ຜູ້​​ໂດຍສານ ຊຶ່ງ​ໂຄງການ​ດັ່ງກ່າວ​ຈະປະກອບ ສ່ວນ​ຊຸກ​ຍູ້​ການ​ພັດທະນາ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ ຊ່ວຍ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ​ໃນ​ເງື່ອນ​ໄຂ​ຂອງ​ການ​​ກູ້​ຢືມ 30 ປີ ລວມທັງ​ໄລຍະ​ປອດ​ການ​ຊຳລະ​ຕົ້ນ​ທຶນ 10 ປີ,ອັດຕາ​ດອກ​ເບັ້ຍ 0,7% ຕໍ່​ປີ ສຳລັບ​ຄ່າ​ກໍ່ສ້າງ ຈ່າຍ 2 ຄັ້ງ​ຕໍ່​ປີ, ອັດຕາ​ດອກ​ເບັ້ຍ 0,01% ຕໍ່​ປີ ສຳລັບ​ຄ່າ​ທີ່​ປຶກສາຈ່າຍ 2 ຄັ້ງ​ຕໍ່​ປີ, ຄ່າ​ທຳນຽມ​ເງິນ​ກູ້ 0,2% ຂອງ​ຈຳນວນ​ເງິນ​ກູ້ຊຶ່ງ​ຜູ້​ກູ້​ຕ້ອງ​ຈ່າຍ​ພາຍ​ໃນ 60 ວັນ ຫລັງ​ຈາກ​ສັນຍາ​ເງິນ​ກູ້​ມີ​ຜົນ​ສັກສິດ. ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄ່າ​ທຳ
ນຽມດັ່ງກ່າວ​ຄົບ​ຖ້ວນ​ຕາມ​ຈຳນວນ​ແມ່ນ JICA ຈະ​ຢຸດຕິ​ການ​ເບີກ​ຈ່າຍ​ເງິນ​ໃຫ້​ໂຄງການ. ​ໃນ​ກໍລະນີ​ການ​ເບີກ​ຖອນ​ເງິນສຳ​ເລັດ​ຕາມ​ໄລຍະ​ເວລາ​ທີ່​ກຳນົດ​ໄວ້​ ໃນ​ສ​ັນຍາ JICA ຈະ​ສົ່ງ​ຄືນ 0,1%. 

No comments:

Post a Comment