Ad

Ad

13 January 2014

ພາສີດ່ານປະເພນີໜອງດາຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນ.


    ທ່ານ ກອງມີ ມິນີວັນ ຫົວໜ້າພາສີດ່ານປະເພນີໜອງດາ ໄດ້ໃຫ້ສຳພາດກັບນັກຂ່າວ ໜັງ ສືພິມລາວພັດທະນາ ໃນວັນທີ 8 ມັງກອນຜ່ານມາວ່າ: ໃນສົກປີ 2013-2014 ຈະສູ້ຊົນຈັດ ຕັ້ງປະຕິບັດການເກັບລາຍຮັບໃຫ້ໄດ້ຕາມແຜນການວາງໄວ້ຈຳນວນ 3.611 ລ້ານກີບ, ຂະນະ ທີ່ໃນສົກປີ 2012-2013 ຜ່ານມາການຈັດເກັບລາຍຮັບແມ່ນບໍ່ໄດ້ຕາມແຜນ.
    ທ່ານຫົວໜ້າພາສີດ່ານປະເພນີໜອງດາ ກ່າວວ່າ: ດ່ານປະເພນີດັ່ງກ່າວ ຕັ້ງຂຶ້ນໃນປີ 2010 ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ,ນະຄອນຫລວງວຽງຈັນ ໂດຍໄດ້ຍຸບດ່ານປະເພນີຢູ່9ລ້ຽວ ມາເປັນດ່ານດັ່ງກ່າວ ມີສາຍຕັ້ງຂຶ້ນກັບພາສີເຂດ V ແລະ ດ່ານພາສີສາກົນຂົວມິດຕະພາບ I. ໂດຍດ່ານແຫ່ງນີ້ເປີດໃຫ້ບໍລິການໃນການຂົນສົ່ງສີນຄ້າປະເພດກະສິກຳ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ຜ່ານໄປມາຂອງປະຊາຊົນສອງຊາດລາວ-ໄທ ອາທິດໜຶ່ງສາມວັນຄື: ວັນອັງຄານ,ພະຫັດ ແລະ ວັນເສົາ ໃນຈຸດຜ່ອນປົນບ້ານໝໍ້ ອຳເພີສີຊຽງໃໝ່ ຈັງຫວັດໜອງຄາຍ ລາຊະອານາຈັກໄທ.ສົກປີ
2012-2013 ກົມພາສີ,ໄດ້ວາງຄາດໝາຍການຈັດເກັບລາຍຮັບຢູ່ດ່ານດັ່ງກ່າວໃຫ້ໄດ້ 4 ຕື້ກີບ, ແຕ່ການຈັດຕັ້ງປະຕິບັດ ຕົວຈິງໄດ້ພຽງ 3.114 ລ້ານກີບ, ໂດຍສາເຫດທີ່ພາໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນແມ່ນຍ້ອນດ່ານດັ່ງກ່າວເປັນ ພຽງດ່ານທີ່ແກ້ໄຂການຜ່ານເຂົ້າ-ອອກ ຂອງປະຊາຊົນໃນເຂດເມືອງໃກ້ຄຽງຂອງສອງປະເທດເທົ່ານັ້ນ ໂດຍສ່ວນຫລາຍ ແມ່ນປະຊາຊົນເຂດເມືອງສີໂຄດຕະບອງ ຂອງລາວຂ້າມໄປ,ສ່ວນຜູ້ປະກອບການນຳສີນຄ້າເຂົ້າຢູ່ດ່ານກໍມີຈຳນວນ
ໜ້ອຍ ແລະ ສ່ວນຫລາຍແມ່ນຜູ້ປະກອບການລາຍຍ່ອຍ.ສຳລັບ ສົກປີ 2013-2014 ກົມພາສີ ໄດ້ວາງຕົວ
ເລກຄາດການເກັບລາຍຮັບຈຳນວນ 3.611 ລ້ານກີບ,ເມື່ອທຽບໃສ່ສົກປີຜ່ານມາຫລຸດລົງເກືອບ 20% ແຕ່
ແນວໃດກໍຕາມ ຈະສູ້ຊົນຈັດຕັ້ງປະຕິບັດການເກັບລາຍຮັບໃຫ້ໄດ້ຕາມແຜນກຳນົດໄວ້ ໂດຍນຳໃຊ້ມາດຕະ
ການຄື: ເພີ່ມທະວີການໂຄສະນາໃຫ້ປະຊາຊົນມາບໍລິການຜ່ານດ່ານແຫ່ງນີ້ໃຫ້ຫລາຍຂຶ້ນ,ປັບປຸງລະບົບການ
ກວດກາສີນຄ້າເຂົ້າ-ອອກດ່ານ ໃຫ້ມີຄວາມວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ກັບປະຊາຊົນຜ່ານໄປ
ມາ ແລະ ຂຸດຄົ້ນທ່າແຮງຂອງແຫລ່ງລາຍຮັບຢູ່ດ່ານທີ່ມີໃຫ້ທົ່ວເຖິງ ແລະ ມີປະສິດທິຜົນ. 

No comments:

Post a Comment