Ad

Ad

13 January 2014

ສະຫຍາມ​ຄູ​ໂບຕ້າມອບເສື້ອກັນໜາວໃຫ້​ປະຊາຊົນຢູ່ເຂດ​ຊົນນະບົດ.​


   ບໍລິສັດ​ ສະຫຍາມ​ຄູ​ໂບຕ້າ​ຄໍ​ໂປຣ​ເຣຊັ່ນ ​ໄດ້​ນຳ​ເອົາ​ເສື້ອກັນ​ໜາວ ຈຳນວນ 4 ພັນ ຜືນ, ມູນ​ຄ່າ 1,2 ລ້ານບາດ (ສະ ກຸນເງິນໄທ) ມາ​ມອບ​ໃຫ້ຄະນະ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂ້ັນສູນ​ກາງ ​ໂດຍ​ການ​ກ່າວ​ຮັບ​ຂອງທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ເພື່ອນຳ​ໄປ​ມອບ​ຕໍ່​ ໃຫ້​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ຂອງ​ລາວ ຢູ່​ເຂດ​ພາກ​ເໜືອ ​ແລະ ພາກ​ໃຕ້ລວມມີ:​ ນະຄອນຫລວງ​ວຽງ​ຈັນ, ​ຊຽງ​ຂວາງ, ຫລວງ​ພະ​ບາງ, ໄຊ​ຍະ​ບູລີ, ຫລວງ​ນ້ຳທາ,ຈຳປາ​ສັກ ​ແລະ ​ແຂວງ​ອັດ​ຕະປື ທັງ​ນີ້ກໍ​ເພື່ອ​ເປັນ​ການ​ສ້າງ​ກຳລັງ​ໃຈ ​ແລະ ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ປະຊາຊົນ ​ແລະ ນັກຮຽນ​ໃນ​ເຂດ​ດັ່ງກ່າວ.

          ທ່ານ​ນາງ ນັດ​ກະມົນ ລັກຂະນາ​ວາ​ລາພອນ ຜູ້​ຈັດການ​ສ່ວນ​ອາວຸ​ໂສ-ສື​່ສານ​ການ​ຕະຫລາດ ຂອງ​ ບໍລິສັດ​ສະຫຍາມ​ຄູ​ໂບຕ້າ​ຄໍ​ໂປຣ​ເຣຊັ່ນ ​​ກ່າວວ່າ:ການ​ມອບ​ເສື້ອ​ກັນ​ໜາວ​ໃນ​ຄັ້ງນີ້ ​ແມ່ນ​ນອນ​​ໃນ​ໂຄງການ “ກຳລັງ​ສູ້​ຄວາມ ໜາວ” ຊຶ່ງ​ເປັນ​ກິດຈະກຳ​ທີ່​​ບໍລິສັດ​ຈັດ​ຂຶ້ນເປັນ​ປີ​ທີ​ສອງ​ແລ້ວ ​ແລະ ​ຈະ​ສືບຕໍ່​ຈັດກິດຈະກຳ​ດັ່ງກ່າວ​ໄປ​ເລື້ອຍໆ ​ເພື່ອ​ເປັນ​ການ​ຕອບ​​ແທນ​ສັງຄົມ ກໍ​ຄື​ປະຊາຊົນ​ລາວ ທີ່​ໃຫ້ການ​ສະໜັບສະໜູນ​ໃນ​ການ​ດຳ​ເນີນ​ທຸລະ​ກິດຢູ່ລາວ.  
      ນອກຈາກ ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ຄັ້ງນີ້ ຜ່ານ​ມາ​​ບໍລິສັດຍັງ​ໄດ້ໃຫ້ການ​ສະໜັບສະ ໜູນ​ດ້ານ​ກະສິກຳ,ການ​ສຶກ ສາ ​ແລະ ສິ່ງ​ແວດ​ລ້ອມແກ່ລາວນຳດ້ວຍ.

No comments:

Post a Comment