Ad

Ad

14 January 2014

ສະຫລອງການ​ປົກ​ປັກ​ຮັກສາ​ມູນ​ມໍລະດົກ​ທາງ​ດ້ານ​ວັດທະນະ​ທຳ



      ພິທີ​ສະ​ເຫລີ​ມສະຫລອງ​​ແຫ່​ໜັງສື​ໃບ​ລານ​ຄົບ​ຮອບ 10 ປີ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງກອນນີ້, ຢູ່ບ້ານ​ນາ​ຊອນນະ​ຄອນ​ຫລວງ ວຽງ​ຈັນໂດຍ​ມີ ພຣະອາຈານ ວັນນາ ສຸຣິຍະ​ວົງ ປະທານ ອົງ ການ​ພຸດທະສາສະໜາ ນະຄອນ ຫລວງ​ວຽງ​ຈັນ, ມີ ທ່ານ ບົວ​​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ ການກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ມີ​ບັນດາ​ພະສົງ​ສາມະເນນ, ຊາວບ້ານ, ​ແນວ​ໂຮມ, ອົງການ​ຈັດ​ຕັ້ງຕ່າງໆ​ພາຍ​ໃນ​ບ້ານ​ນາ​ຊອນ ແລະ ບ້ານ​ອ້ອມ​ຂ້າງ ​ເຂົ້າ​ຮ່ວມ.
       ທ່ານ ນາງ ຂັນ​ທະ​ມາລີ ຍັງ​ນຸວົງ ອຳນວຍ​ການ​ຫໍສະໝຸດ​​ແຫ່ງ​ຊາດ ​ກ​່າວ​ວ່າ: ວຽກ​ງານ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ ​ໄດ້​ເລີ່​ມຕົ້ນ​ໃນ​ການ​ສຳ​ຫລວດ​ແຕ່​ປີ 1992 ​ເປັນ​ຕົ້ນ​ມ​າ, ໂດຍ​ໄດ້​ຮັບ​ທຶນ​ສະໜັບສະໜູນ​ຈາກ​ລັດຖະ ບານ​ເຢຍລະມັນ​ໃນ​ການ​ຟື້ນ​ຟູ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ກໍ​ຄື​ການ​ສືບ​ສານ​ໃນ​ການ​ປົກ​ປັກ​ຮັກສາ​ມູນ​ມໍລະດົກ​ທາງ​ດ້ານ​ພູມ​ປັນຍາ​ຂອງ​ບັນພະບຸລຸດ​ລາວ​ເຮົາ​ທີ່​ໄດ້​ປະດິດ​ຄິດ​ແຕ່​ງ, ຄົງ​ຕົວ​ໃນ​ຮູບ​ແບບ​ການ​ຈາລຶກ​ເປັນ​ລາຍ​ລັກ​ອັກສອນ​ທີ່​ຖ່າຍ​ທອດ​ຈາກ​ຄູ​ອາ ຈານ​ມາ​ເຖິງ​ຮຸ່ນ​ສືບ​ທອດ​ໃນ​ປັດ ຈຸ​ບັນ, ພ້ອມ​ທັງ​ເສີມ​ຂະຫຍາຍ, ປົກ​ປັກ​ຮັກສາ, ບົວລະບັດ​ຂັດ​ສີ​ດ້ວຍ​ວິທີ​ວິທະຍາທີ່​ທັນ​ສະ​ໄໝ​ແບບ​ວິທະຍາ​ສາດ​ທັງ​ປະສົມ​
ປະ ສານ​ແບບ​ວິທີ​ບູຮານ​ທີ່​ເຄີຍ​ປະ ຕິບັດ​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ຫລາຍ​ສັດຕະວັດ​. ໃຫ້​ໄດ້​ທັງ​ປະ ລິມານ ​ແລະ ຄຸນ​ນະພາ​ບ​ໃຫ້​ມີ​ການ​ເຜີຍ​ແຜ່​ຢ່າງ​ກ້ວາງ​ຂວາງ​ໃນ​ວົງສາ​ຄະນາ​ຍາດ​ຄົນ​ລາວ. ໜັງສື​ໃບ​ລານ​ເປັນ​ໜັງສື​ສັກສິດ​ທີ່​ປະຊາຊົນ​ລາວ​ມີ​ຄວາມ​ເຄົາລົບ​ຢຳ​ເກງ​ຕະຫລອດ​ມາ​ຍັງ​ໄດ້​ຖືກ​ນຳ​ມາ​ໃຊ້​ໃນ​ການ​ດຳລົງ​ຊີວິດ​ຂອງ​ປວງ​ຊົນ​ຊາວ​ລາວ​ເຮົາ​ໃນ​ທາງ​ພຸດທະ​ສາສະໜາ ​ແລະ ອື່ນໆ.
      ໃນ​ໂອກາດດັ່ງກ່າວທ່ານ ບົວ​​ເງິນ ຊາ​ພູ​ວົງ ​ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວງ ໄດ້ໃຫ້ຮູ້ວ່າ:ໜັງສື​ໃບ​ລານ​ເປັນ​ມູນ​ມໍລະດົກ​ທາງ​ດ້ານ​ປັນຍາ​ຂອງ​ບັນພະບຸລຸດ​ລາວ​ໂດຍ​ມີ ພະ ອາຈານ ​ແລະ ຊາວບ້ານ​ໄດ້​ອະ ນຸລັກ​ຮັກສາ​ໄວ້​​ໃຫ້​ລູກຫລານ​, ນັກ​ຄົ້ນຄວ້າ, ນັກ​ສຶກສາ, ປັນຍາ​ຊົນ ​ແລະ ຜູ້​ສົນ​ໃຈ​ໃນ​ການ​ຄົ້ນ ຄວ້າ​ຮ່ຳຮຽນ​ທັງຫລາຍ​ໄດ້​ຊົມ​ໃຊ້​ຢ່າງ​ກວ້າງ​ຂວາງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ເພື່ອ​ເຮັດ​​ໃຫ້​ວຽກ​ງານ​ປົກ​ປັກ​ຮັກສາ​ໜັງສື​ໃບ​ລານ​ຂອງລາວ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຈົນ​ເຖິງ​ປະຈຸ​ບັນ, ​ເຮັດ​ໃຫ້​ມີ​ຊື່​ສຽງ​ໃນ​ພາກ​ພື້ນ ​ແ​ລະ ສາກົນ, ທັງ​ເປັນ​ທີ່​ຍອມຮັບ​ຂອງ​ສາກົນ​ວ່າ​ລາວ​ມີ​ມໍລະດົກ​ທາງ​ດ້ານ​ວັດ ທະນະ​ທຳ​ຢ່າງ​ຫລວງຫລາຍ. ເພື່ອ​ເປັນ​ການ​ສືບ​ທອດ​ການ​ເຜີ​ຍ​ແຜ່​ວິທີ​ປົກ​ປັກ​ຮັກສາ, ການ​ສືບ​ຕໍ່​ການ​ຈານ​ໃບ​ລານ​ໃຫ້​ຄົນ​ຮຸ່ນ​ຕໍ່ໆ​ໄປ ​ແລະ ສິ່ງ​ສຳຄັນ​ຢ່າງ​ຍິ່ງ​ແມ່ນ ການ​ບໍລິການ​ໃຫ້​ມີ​ການ​ນຳ​ໃຊ້​ໜັງສື​ໃບ​ລານ​ໃຫ້​ກ້ວາງ​ຂວາງ​ໃນ​ທົ່ວ​ສັງຄົມ.      

No comments:

Post a Comment