Ad

Ad

14 January 2014

ຄວນເບິ່ງຄືນປ້າຍໂຄສະນາຕ່າງໆສ່ວນຫຼາຍຂຽນເປັນພາສາຕ່າງປະເທດ



  ໃນປັດຈຸບັນເສດຖະກິດຂອງ ປະເທດເຮົາມີການຂະຫຍາຍຕົວໄວຂຶ້ນ ມັນສະແດງອອກໃຫ້ ເຫັນວ່າ: ບັນດາຫ້າງຮ້ານຂອງ ຫົວໜ່ວຍທຸລະກິດຕ່າງໆໄດ້ມີຂຶ້ນເປັນຈຳນວນຫຼາຍ, ອັນໄດ້ສ້າງ ຄວາມປະທັບໃຈໃຫ້ປະຊາຊົນ ລວມທັງຕ່າງປະເທດ, ແຕ່ຂະ ນະດຽວກັນສິ່ງທີ່ໜ້າເປັນຫ່ວງ  ແລະ ເປັນບັນຫາຊຳເຮື້ອມາຕະ ຫຼອດນັ້ນແມ່ນບັນຫາປ້າຍໂຄສະນາສິນຄ້າ, ປ້າຍບອກຈຸດທີ່ ຕັ້ງຂອງສຳນັກງານອົງການ, ບັນດາຫົວໜ່ວຍທຸລະກິດ ແລະ ປ້າຍ ຊີ້ບອກຕ່າງໆຜ່ານມາເຫັນວ່າ ສ່ວນຫຼາຍຍັງຂຽນພາສາຕ່າງ ປະເທດ  ແລະ ພາສາສະເພາະປະເທດຜູ້ລົງທຶນເທົ່ານັ້ນ, ໂດຍບໍ່ຄຳນຶ່ງເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕຂອງລາວ ເຮົາ, ນີ້ກໍ ເນື່ອງຈາກພາກສ່ວນກ່ຽວຂ້ອງທີ່ອະນຸຍາດອອກປ້າຍໂຄສະນາເຫລົ່ານັ້ນຍັງຖືເບົາ ແລະ ຂາດການກວດກາຄວາມ ຖືກຕ້ອງໃນດ້ານ ລັກຊະນະ ແລະ ຫຼັກການຂອງມັນ ເຊັ່ນ: ປ້າຍໂຄສະນາທີ່ມີທັງພາສາລາວ ແລະ ພາສາຕ່າງປະເທດ, ແຕ່ ການຂຽນຊຳພັດເອົາພາ ສ່ວນລາວລົງລຸ່ມ ແລະ ເອົາພາສາຕ່າງປະເທດຂື້ນເທິງ, ຊຶ່ງຜິດຕໍ່ລະບຽບຫຼັກການທີ່ກຳນົດໄວ້, ດັ່ງນັ້ນ, ຈຶ່ງຂໍໃຫ້ພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ກວດກາເຂັ້ມງວດເພື່ອຄວາມເປັນລະບຽບຮຽບຮ້ອຍ.

No comments:

Post a Comment