Ad

Ad

14 January 2014

ສານ​ຕັດສິນ​ລົງ​ໂທດ​ຜູ້​ກໍ່ຄວາມບໍ່ສະຫງົບໃນສັງຄົມຈຳຄຸກ 15 ປີ.

     ​ເມື່ອ​ບໍ່​ດົນ​ມານີ້, ສານ​ນະ ຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ນາງ ໝີ ອາຍຸ 25 ປີ ຢູ່​ບ້ານ​ສີດຳ​ດວນ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ຈຳ​ຄຸກ​ເປັນ​ເວລາ 15 ປີ ​ແລະ ປັບ​ໄໝ​ເງິນ​ອີກ 14 ລ້ານ​ກີບ, ພາຍຫລັງ​ນາງ ໝີ ​ກັບ​ພັກ​ພວກ​ໄດ້​ເຄື່ອນ​ໄຫວ​ປຸ້ນ​ຊັບ ​ແລະ ລັກ​ຊັບ​ພົນລະ​ເມືອງ​ຫລາຍ​ຄັ້ງ ​ໂດຍ​ສະ​ເພາະ​ແມ່ນ​ປຸ້ນ ​ແລະ ລັກ​ລົດຈັກ​ໄດ້​ຈຳນວນ​ຫລາຍ​ສິບ​ຄັນ ລວມທັງ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ຕົວ​ເມືອງ ເຊິ່ງຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​ເດືອນ​ກັນຍາ 2010 ຜ່ານ​ມາ.
     ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ວັນ​ທີ 7 ມັງກອນ 2014, ສານ​ນະຄອນ ຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ໝາກ ອາຍຸ 25 ປີ ​ແລະ ນາງ ສົມ​ຫວັງ ອາຍຸ 19 ປີ ທັງ​ສອງ​ເປັນ​ອ້າຍ​ນ້ອງ​ກັນ ຢູ່​ບ້ານ​ສີ​ຖານ​ເໜືອ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ຄົນ​ລະ 5 ປີ ​ແລະ ປັບ​ໄໝ​ເງິນ​ຜູ້​ລະ 10 ລ້ານ​ກີບ ​ໃນ​ຄະດີ​ມົ້ວສຸມ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ມາ​ເປັນ​ເວລາ​ດົນ​ໃນ​ເຂດ​ເມືອງ​ສີ​ໂຄດ​ຕະບອງ ​ໂດຍ​ທັງ​ສອງ​ຖືກ​ເຈົ້າ ໜ້າ​ທີ່​ຈັບ​ໄດ້​ໃນ​ກາງ​ປີ 2013 ຜ່ານ​ມາ ພ້ອມ​ຂອງ​ກາງ​ຢາ​ເສບ​ຕິດ​ຈຳນວນ​ໜຶ່ງ.

No comments:

Post a Comment