Ad

Ad

14 January 2014

ຢ່າປະໝາດເລື່ອງອັກຄີໄພ.



         ເຈົ້າໜ້າທີ່ໄດ້ອອກມາຮຽກຮ້ອງໃຫ້ປະຊາຊົນເພີ່ມຄວາມມີສະຕິລະມັດລະ ວັງໃນການນຳໃຊ້ຟືນໄຟໃຫ້ຫຼາຍຂຶ້ນພາຍ ຫຼັງເຫັນວ່າສະພາບອາກາດໄດ້ເລີ່ມເຂົ້າ ສູ່ລະດູແລ້ງອາດເຮັດໃຫ້ເກີດອັກ ຄີໄພໄດ້ຖ້າຫາກບໍ່ປ້ອງກັນ, ດັ່ງພຽງໄລຍະຕົ້ນປີ ມານີ້ ຢູ່ນະ ຄອນຫຼວງວຽງຈັນມີອັກຄີໄພເກີດຂຶ້ນແລ້ວ 8 ຄັ້ງ ຊຶ່ງສາເຫດສ່ວນໃຫຍ່ ແມ່ນຍ້ອນຂາດສະຕິໃນການນຳໃຊ້ຟືນໄຟ, ບັນຫາໄຟຟ້າ ລັດວົງຈອນ ແລະ ອື່ນໆ, ສົ່ງຜົນເສຍຫາຍໃຫ້ເຮືອນ 5 ຫຼັງ, ລົດໃຫຍ່ 1 ຄັນ, ຫ້ອງເຊົ່າ 3 ຫ້ອງຖືກໄຟໄໝ້ ເຜົາຜານ.
    ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟ ນະຄອນຫຼວງວຽງຈັນ ກ່າວວ່າ: ນະຄອນຫຼວງວຽງຈັນມີການພັດທະ ນາ ແລະ ເສດຖະກິດຂະຫຍາຍຕົວໄວ, ຂະນະດຽວກັນການກໍ່ສ້າງອຳນັກງານ, ອົງການ ແລະ ທີ່ຢູ່ອາໄສຕ່າງໆເຮັດໃຫ້ມີຄວາມ ໜາ ແໜ້ນຫຼາຍຂຶ້ນ ແລະ ອາດມີ ຄວາມສ່ຽງທາງດ້ານຄວາມ ປອດໄພ ແລະ ສ່ວນໜຶ່ງກໍຍ້ອນສັງຄົມຍັງຂາດສະຕິໃນການ
ປ້ອງກັນ ເປັນຕົ້ນແມ່ນລະບົບໄຟຟ້າ, ການຕິດຕັ້ງອຸປະກອນຮັກ ສາຄວາມປອດໄພ ແລະ ບັ້ງ ມອດໄຟ, ເມື່ອມີອັກຄີໄພເກີດ ຂຶ້ນກໍຈະປ້ອງ ກັນໄດ້ຍາກຄື ໃນປີ 2013 ຢູ່ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນ 67 ຄັ້ງ, ທຽບ ໃສ່ປີ 2012 ເພີ່ມຂຶ້ນ 10 ກວ່າຄັ້ງ, ສົ່ງຜົນ ເສຍຫາຍຫຼາຍກວ່າ 37 ຕື້ ກີບ, ໃນນັ້ນມີເຮືອນ 8 ຫຼັງ, ຫ້ອງ ເຄື່ອງ 13 ຫ້ອງ, ຮ້ານຂາຍເຄື່ອງ 30 ຫຼັງ ແລະ ອື່ນໆ. ໂດຍສາ ເຫດສ່ວນໃຫຍ່ແມ່ນມາຈາກໄຟຟ້າລັດວົງຈອນ, ການໄຕ້ທູບທຽນບູຊາ ແລະ ການຂາດສະຕິໃນການໃຊ້ຟືນໄຟ.
          ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ມອດໄຟ ໃຫ້ທັດສະນະວ່າ: ປັດຈຸບັນຫາອັກຄີໄພ ຖືເປັນປາກົດການຫຍໍ້ທໍ້ທາງ ສັງ ຄົມ ທີ່ພົ້ນເດັ່ນ, ສະນັ້ນການສະ ກັດກັ້ນແກ້ໄຂຈຶ່ງຄວນໄດ້ຮັບການຮ່ວມມືຈາກສັງຄົມມີຄວາມເປັນເຈົ້າການໃນ ການນຳ ໃຊ້ຟືນໄຟ ແລະ ກວດກາລະບົບໄຟຟ້າ ພາຍໃນເຮືອນໃຫ້ຮັບປະກັນ ແລະ ຜ່ານມາເຈົ້າໜ້າທີ່ກໍໄດ້ເພີ່ມການໂຄສະນາຕາມ ຊຸມຊົນເພື່ອປຸກລະດົມໃຫ້ສັງຄົມຕິດຕັ້ງບັ້ງດັບເພີງເພື່ອເປັນການສະກັດກັ້ນບັນຫາອັກຄີໄພພ້ອມດຽວກັນກໍໄດ້ໂຄສະນາ ຕາມຊຸມຊົນ, ໃນການ ຮຽນຮູ້ວິທີການດັບມອດໄຟຢ່າງຖືກວິທີເພື່ອຊ່ວຍໃນການປ້ອງກັນ ແລະ ສະກັດກັ້ນອັກຄີໄພໄດ້ມີປະ ສິດທິຜົນ.

No comments:

Post a Comment