Ad

Ad

14 January 2014

ວາງສະ​ແດງ​ຜົນງານ​ພາບ​ຖ່າຍ



    ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ແລະ ຄະນະ​ສິລະ​ປະກຳ​ສາດ​ມະ ຫາວິທະຍາ​ໄລ​ຂອນ​ແກ່ນ​ປະ​ເທດ​ໄທ​ ​ໄດ້​ຈັດ​ງານ​ວາງສະ​ແດງ​ຜົນ ງານ​ພາບ​ຖ່າຍ​​ໃນ​ໂອກາດ​ຈັດ ໂຄງການ​ເຝິກ​ອົບຮົມ​ວິຊາ​ການ ຖ່າຍ​ພາບ​ສິລະ​ປະ​ ​ແລະ ວັດທະ ນະ​ທຳ​ ໃນ​ລະຫວ່າງວັນ​ທີ 10-13 ມັງກອນນີ້, ມີນັກ​ສຳ​ມະກອນ ຈາກ​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ລາວ 15 ຄົນ ​ແລະ ປະ​ເທດ​ໄທ 40 ຄົນ ໄດ້​ນຳ​ເອົາ​ຜົນງານ​ການຖ່າຍ​ພາບ​ຢູ່​ລາວ ​ແລະ ປະ​ເທດ​ໄທ​ຈຳນວນ 68 ກວ່າ​ຮູບ, ພ້ອມ​​ປຶ້ມສູນ​ທິບັດ​ຈຳນວນ 300 ກວ່າ​ເຫລັ້ມ. ພິທີ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 13 ມັງກອນນີ້, ຢູ່ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ​ໂດຍ​ມີ​ ທ່ານ​ໄມ່ສິງ ຈັນ​ບຸດ​ດີ ຫົວໜ້າ​ສະ​ຖາ​ບັນ​ວິຈິດ​ສິນ​ແຫ​່ງຊາດ, ທ່າ​ນ ຮສຈ.ດຣ. ສະ​ເຫລີ​ມສັກ ພິກຸນ​ສີ ຄະນະບໍດີ​ສິລະ​ປະກຳ​ສາດ ມະ ຫາວິທະຍາ​ໄລ​ຂອນ​ແກ່ນ, ມີ​ບັນ ດາ​ນັກ​ສິລະ​ປິນ​ແຫ່ງ​ຊາດ, ນັກ​ສຶກສາ, ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາກ​ອນ​ເຂົ້າ​ຮ່ວມ.
     ທ່ານ ​ໄມ່ສິງ ຈັນ​ບຸດ​ດີ  ກ່າວ​ວ່າ: ​ໂຄງການອົບຮົມ​ການຖ່າຍ​ພາບສິລະ​ປະວັດ​ທະນະ​ທຳ​ແມ່ນ​ກິດຈະ​ກຳ​ໜຶ່ງ​ຢູ່​ໃນ​ການ​
ຮ່ວມ​ມື​ໃນ​ໂຄງການ​ມໍລະດົກ​ລ້ານ​ຊ້າງທີ່​ໄດ້​ເລີ່​ມ​ແຕ່​ປີ 2011- 2013 ລະ ຫວ່າງ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ກັບມະຫາວິທະຍາ​ໄລ​ຂອນ​ແກ່ນ ປະ​ເທດ​ໄທ ​ໄດ້​ມີ​ການ​ແລກປ່ຽນ​ຮຽນ​ຮູ້​ການຖ່າຍ​ພາບ​ຈາກ​ຊ່າງ​ຖ່າຍ​ພາບ​ທີ່​ມີ​ຄວາມ​ຊ່ຽວຊານ​ໂດຍ​ກົງ, ​ໄດ້​ມີ​ການ​ຮຽນຮູ​້ເຖິງ ຄວາມ​ສຳຄັນ​ຂອງ​ວິຖີ​ຊິວິດ ​ແລະ ສິລະ​ປະວັດ​ທະນະ​ທຳ​ໃນ​ກຸ່ມ​ປະ​ເທດ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳຂອງ​ເວົ້າ​ລວມ​​ໂດຍ​ສະ​ເພາະ​ແມ່ນ​ວິຖີ​ຊີວິດ ​ແລະ ສິລະ​ປະວັດ​ທະນະ​ທຳ​ຂອງ​ຄົນ​ລາວ, ຮຽນ​ຮູ້​ເຖິງ​ເຕັກນິກ​ການ​ນຳ​ໃຊ້​ກ້ອງຖ່າຍ​ໃຫ້​ຖືກ ຕ້ອງ​ຕາມ​ຫລັກ​ວິຊາ​ການ, ຮຽນ​ຮູ້​ການຖ່າຍ​ພາບ​ໃຫ້​ເປັນ​ມິ​ຕິ​ສິລະ​ປະ​ພາບ​ແຫ່ງ​ຄວາມ​ງາມ. ທີ່​ສຳ ຄັນ​ແມ່ນ​ການ​ສ້າງສັນ​ຄວາມ​ສຳພັນ, ຄວາມ​ສາມັກຄີ​ທີ່​ດີ​ຕໍ່​ກັນ ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຊຶ່ງ​ກັນ ແລະ​ ກັນ ຄວາມ​ຮັກ​ແພງ​ກັນ​ລະຫວ່າງນັກ​ສຶກສາ, ຄູ​ອາຈານ, ບຸກຄະລາ​ກອນ​ທັງ​ສອງ​ສະ​ຖາ​ບັນ​ໂດຍ​ອາ​ໄສ​ກິດຈະ​ກຳ​ດ້ານ​ສິ ລະ​ປະວັດ​ທະນະ​ທຳ​ເປັນ​ສື່ ແລະ ເປັນ​ເອກະ​ລັກ​ຂອງ​ສິລະ​ປະວັດ​ທະນະ​ທຳ​ເປັນ​ໜຶ່ງ​ດຽວ​ໃນ​ປະ​ເທດ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

No comments:

Post a Comment