Ad

Ad

14 January 2014

ສະຫລຸບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນ​ປີ 2013



         ກົມ​ອາ​ຊຽນ,ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນຂອງ ສປປ ລາວ ຂຶ້ນ ​ໃນ​ວັນ​ທີ 13 ມັງກອນນີ້, ຢູ່​ສູນ​ເຝິກ​ອົບຮົມ ​ແລະ ຮ່ວມ​ມື​ສາ ກົນ ​ໂດຍ​ການ​ໃຫ້​ກຽດ​ເປັນ​ປະ ທານ ຂອງ ທ່ານ​ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າ​ທີ່​ອາວຸ​ໂສ​ອາ​ຊຽນຂອງລາວ, ມີ​ບັນດາ​ຜູ້​ຮັບຜິດ ຊອບ​ຈຸດ​ປະສານ​ງານ​ອາ​ຊຽນຂອງ​ກະຊວງ​, ຂະ​ແໜງ​ການ, ອົງການ​ທຽບເທົ່າ​ອ້ອມ​ຂ້າງ​ສູນ​ກາງ, ຕາງໜ້າ​ສະພາ​ການ​ຄ້າ ​ແລະ ອຸດ ສາ​ຫະກຳ, ສະ ມາຄົມ​ກຸ່ມ​ທຸລະ​ກິດ​ລາວເຂົ້າ ຮ່ວມຈຳນວນຫລາຍ.
         ກອງ​ປະຊຸມ​ຄັ້ງນີ້, ໄດ້​ສະ ຫລຸບ ​ແລະ ຕີ​ລາຄາ​ຄືນ​ຜົນສຳ​ເລັດ, ຂໍ້ຄົງຄ້າງ, ສິ່ງ​ທ້າ​ທາຍ​ໃນ​ການຈັດຕັ້ງປະຕິບັດ​ບັນດາ​ກິ​ຈະ​ກຳ ​ແລະ ມາດຕາ​ການ​ຕ່າງໆ ​ໃນ​ໜຶ່ງ​ປີຜ່ານມາພາຍ​ໃຕ້​ແຜນ​ແມ່​ບົດ 3 ​ເສົາຄ້ຳຄື: ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​
ຊຽນ, ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ປະຊາ​ຄົມ​ວັດທະນະທຳ- ສັງຄົມ​ອາ​ຊຽນ. ພ້ອມ​ດຽວ​ກັນນີ້ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຊາບ​ສະ ພາບ​ການ​ຂອງ​ພາກພື້ນ ​ແລະ ສາ
ກົນທີ່​ພົ້ນ​ເດັ່ນ​ໃນ​ປະຈຸ​ບັນ,​ ໄດ້​ແລກປ່ຽນ ​ແລະ ຖອດ​ຖອນ​ບົດ ຮຽນ​ຊຶ່ງ​ກັນ ​ແລະ ກັນ ​ເພື່ອ​ປັບ ປຸງ​ຂອບ​ປະສານ​ງານ ​ແລະ ກະ ກຽມ​ຄວາມ​ພ້ອມ​ໃນ​ແຕ່​ລະ​ດ້ານ​ເປັນຕົ້ນ​ແມ່ນ ດ້ານ​ບຸກຄະລາ​ກອນ, ນິຕິ​ກຳ,​ ໂຄງ​ລ່າງ​ພື້ນ ຖານ, ຜະລິດ​ຕະພັນ ​ແລະ ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ ​ເພື່ອ​ກຽມພ້ອມ​ເຂ້ົາປະຊາ​ຄົມ​ອາ​ຊຽນ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຂົ້າຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ການ​ກະກຽມ​ເປັນ​ປະທານ​ອາ ຊຽນ ຂອງ ສປປ ລາວ ​ໃນ​ປີ 2016.
    ຕະຫລອດ​ໄລຍະ​ໜຶ່ງ​ປີ ຜ່ານມາ, ສປປ ລາວ ​ໄດ້​ປະກອບ ສ່ວນ​ຢ່າງ​ຫ້າວຫັນໃນການຈັດ ຕັ້ງປະຕິບັດ​ພັນທະ​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ, ​ເປັນ ຕົ້ນ​ແມ່ນ​ໄດ້​ເປັນ​ເຈົ້າພາບ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນວ່າ​ດ້ວຍ​ການ​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ ຄັ້ງທີ 9, ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ​ສູງ​ສຸດ ຄັ້ງທີ 10,ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ວ່າ​ດ້ວຍ​ກົດໝາຍ​ອາ​ຊຽນຄັ້ງທີ 15, ກອງ​ປະຊຸມ​ອົງ ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂົງ​ເຂດ​ອາຊີ-ຕາ​ເວັນ​ອອກສຽງ​ໃຕ້ຄັ້ງທີ 9, ກອງ​ປະຊຸມ​ລັດຖະ ມົນຕີ​ຂົນ​ສົ່ງ​ອາ​ຊຽນຄັ້ງທີ 19 ແລະ ກອງ​ປະຊຸມ​ເຈ້ົາໜ້າ​ທີ່​ອາວຸ​ໂສ​ຂົນ​ສົ່ງ​ອາຊຽນຄ້ັງທີ 36, ກອງ​ປະຊຸມ​ລັດຖະມົນຕີ​ປ່າ​ໄມ້​ອາ​ຊຽນ​ໃນຄັ້ງທີ 35, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ຄ້ັງທີ 12 ​ແລະ ກອງ​ປະຊຸມ​ລັດ ຖະມົນຕີ​ກິລາ​ອາຊຽນ ຄັ້ງທີ 2. ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ຮັບ​ທຶນ​ສະ ໜັບ​ສະ​ໜູນຈາກ​ໂຄງການ​ຊ່ວຍ​ເຫລືອ​ວຽກ​ງານ​ອາ​ຊຽນ ​ໄລຍະ 3 ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ.

No comments:

Post a Comment