Ad

Ad

14 January 2014

ເປີດສາຍທາງບິນຕ່າງປະເທດ ວິງ ສສ ຫວຽດນາມ - ວຽງຈັນ ສປປ ລາວ.



     ຖ້ຽວບິນທຳອິດຂອງສາຍ ການບິນຫວຽດນາມແອລາຍ (Vietnam Airlines) ATR72 ໄດ້ ນຳຜູ້ໂດຍສານຈຳນວນ 68 ຄົນ ຈາກວິງ ແຂວງເຫງະອານ ສສ ຫວຽດນາມ ມາສູ່ສະໜາມບິນສາກົນວັດໄຕ ນະຄອນຫລວງ ວຽງຈັນ ສປປ ລາວ ດ້ວຍ ຄວາມປອດໄພເພື່ອເປີດສາຍທາງບິນ ຕ່າງປະເທດຕື່ມອີກຂອງສາຍການບິນ Vietnam Airlines ໃນເຊົ້າວັນທີ 12 ມັງກອນ 2014 ນີ້ແນໃສ່ຕອບສະໜອງ ຄວາມ ຕ້ອງການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດລາວ-ຫວຽດນາມ ໂດຍສະເພາະປະຊາ ຊົນເຂດພາກກາງຫວຽດນາມເຂົ້າມາລາວໃຫ້ມີຄວາມສະດວກສະບາຍ.
     ທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນລາວໃຫ້ສຳພາດຕໍ່ນັກຂ່າວໃນໂອກາດເປີດສາຍທາງບິນດັ່ງກ່າວ
ວ່າ: ໃນຫລາຍປີຜ່ານມານີ້, ການ ພົວພັນຮ່ວມມືລະຫວ່າງບໍລິສັດ ການບິນຂອງສອງປະເທດລາວ-ຫວຽດນາມ ໄດ້ມີປະສິດ ທິຜົນ ຫລາຍຂຶ້ນປະກອບສ່ວນສຳຄັນ ເຂົ້າໃນການກະຕຸກຊຸກຍູ້ການຮ່ວມມືລົງທຶນ, ພົວພັນແລກປ່ຽນ ສິນຄ້າຂາຍລະຫວ່າງ ປະຊາຊົນ ແລະນັກທຸລະກິດສອງປະເທດ ນັບມື້ເພີ່ມທະວີຫລາຍຂຶ້ນ. ສະເພາະການເປີດສາຍທາງບິນໃໝ່ ວິງ-ວຽງຈັນຂອງ ຫວຽດນາມ ແອລາຍຄັ້ງນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງເພື່ອເປີດກວ້າງການພົວພັນຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ໂດຍສະເພາະເຂດພາກກາງຫວຽດນາມ ແລະ ລາວ ເພື່ອສ້າງເງື່ອນໄຂໃຫ້ແກ່ນັກທຸລະກິດ ແລະ ປະຊາຊົນສອງ ປະເທດໄດ້ໄປມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ.
     ໃນໂອກາດນີ້, ການນຳແຂວງ ເຫງະອານກໍຢືນຢັນວ່າ: ປັດຈຸບັນ ການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມນັບມື້ເພີ່ມ ທະວີ ແລະ ກ້າວສູ່ລວງເລິກ, ຄວາມຕ້ອງການໄປມາຫາສູ່, ຮ່ວມມືລົງທຶນໂດຍສະເພາະຂົງເຂດການທ່ອງທ່ຽວພິເສດແມ່ນ ແຂວງ ເຫງະອານກໍຄືບັນດາແຂວງພາກກາງຫວຽດນາມຕໍ່ກັບລາວນັບມື້ຫລາຍຂຶ້ນ, ແຕ່ຜ່ານມາການໄປມາຫາສູ່ບັນດາທ້ອງ ຖິ່ນເຫລົ່ານັ້ນ ສ່ວນຫລາຍແມ່ນທາງບົກໂດຍສະເພາະແຕ່ລະປີມີປະມານ 70.000 ເທື່ອຄົນ ໄດ້ເດີນ ທາງຜ່ານຊາຍແດນນາ ແມວ-ແທງຮວ່າ ແລະ ເກົາແຈວ ຫລັກ 20-ຮ່າຕິງ ອັນໄດ້ສ້າງຄວາມຫຍຸ້ງຍາກລຳບາກ ແລະ ເສຍເວລາບໍ່ໜ້ອຍ. ດັ່ງນັ້ນ, ການເປີດສາຍທາງບິນນີ້ ຈຶ່ງມີຄວາມໝາຍສຳຄັນຍິ່ງ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການດຶງດູດການລົງທຶນລະຫວ່າງ ສອງປະເທດນັບມື້ຫລາຍຂຶ້ນ ແລະ ສ້າງເງື່ອນໄຂສະດວກສະບາຍໃຫ້ແກ່ການພັດທະນາການທ່ອງທ່ຽວກໍຄືການໄປມາ ຫາສູ່ກັນລະຫວ່າງປະຊາຊົນເຂດພາກກາງ ຫວຽດນາມ ແລະ ລາວ ແລະ ເຊື່ອມໂຍງກັບພາກພື້ນຫລາຍ ຂຶ້ນ.

No comments:

Post a Comment