Ad

Ad

14 January 2014

ເລີ່ມກໍ່ສ້າງໂຮງງານຜະລິດປູນ​ຂາວຄົບວົງຈອ​ນຢູ່ແຂວງຄຳມ່ວນ​



        ພິທີວາງສິລາລືກໂຄງການ​ກໍ່ສ້າງໂຮງງາ​ນຜະລິດປູ​ນຂາວ ຄົບວົງຈອນ​ ຂອງບໍລິ ສັດ ຢູນີ ແຊັມ ລາວ ຈຳກັດ ໄດ້ມີຂຶ້​ນໃນ​ເຊົ້າວັ​ນທີ 11 ມັງກອ​ນນີ້ ຢູ່ບ້ານ​​ນ້ອຍ ເມືອງ ເຊບັ້ງໄຟ ແຂວງຄຳ ມ່ວນ​ ໂດຍການ​ເຂົ້າຮ່ວມເປັນກຽດຂອງທ່ານ​ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດ ຖະກິດ. ພ້ອມນີ້ ກໍມີ ທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ປະທານ ບໍລິສັດ ຢູນິແຊັມລາວ ແລະ ອຳນາດການ ປົກຄອງທ້ອງຖິ່ນເຂົ້າຮ່ວມເປັນຈຳນວນຫລາຍ.    
         ໂຄງການກໍ່ສ້າງດັ່ງກ່າວ, ຈະເປັນໂຮງງານຜະລິດປູນຂາວທີ່ທັນສະໄໝແຫ່ງ ທຳອິດຂອງ ສປປ ລາວ ດ້ວຍມູນຄ່າການ ລົງທຶນ 28 ລ້ານໂດລາສະຫະລັດ. ໃນນັ້ນ, ເປັນທຶນກໍ່ສ້າງ 20 ລ້ານ ໂດລາ ເຊິ່ງຄາດ
ວ່າໃນປີ 2015 ຈະໄດ້ເລີ່ມຜະລິດ ແລະ ນຳ ອອກມາຈຳໜ່າຍ ເປັນຕົ້ນປູນຂາວ ທາດໄຮເດຼດ (ປູນຂາວປຽກ), ປູນຂາວແຫ້ງ, ນ້ຳປູນຂາວ ແລະ ແຄຊຽມ ຄາບໍເນດ; ບັນດາຜະ ລິດຕະພັນປູນຂາວເຫຼົ່ານີ້ຈະຖືກ ນຳໃຊ້ເຂົ້າໃນອຸດສາຫະກຳຂະແໜງການ ຕ່າງໆ ເຊັ່ນ: ປັບປຸງ ສະພາບແວດລ້ອມ, ປັບປຸງນ້ຳ, ສະກັດນ້ຳຕານ, ນຳໃຊ້ໃນຂະ ແໜງກະສິກຳ ແລະ ອຸດສາຫະກຳຜະລິດ ເຫຼັກກ້າ; ນອກຈາກນີ້, ບໍລິສັດ ຢູນິແຊັມລາວ ຍັງໄດ້ມີ ຮ່ວມມືກັບ ບໍລິສັດ PK ຊຶ່ງເປັນ ບໍລິສັດປູນຂາວຂອງລາວໂດຍະ ຮ່ວມກັນໃນການສຳຫຼວດ, ຂຸດຄົ້ນບໍ່ແຮ່, ການຜະລິດປູນ ຂາວ ແລະ ການຈຳໜ່າຍ ຢູ່ພາຍ ໃນ ສປປ ລາວ; ດ້ວຍປະສົບການ 20 ກວ່າປີ ແຫ່ງການດຳເນີນທຸລະກິດໃນຫຼາຍໆປະເທດ. ບໍລິສັດ ຢູນິແຊັມ ຈະຕອບສະໜອງ ທຶນເຂົ້າໃນການພັດທະນາການ ຜະລິດຫີນປູນໃຫ້ມີຄຸນນະພາບສູງ ແລະ ຕອບສະໜອງ ຄວາມຮູ້ ທາງດ້ານເຕັກນິກ, ວິທີການ ແລະ ການບໍລິຫານຈັດການ ແລະ ການຄຸ້ມຄອງການພັດທະນາໃຫ້ມີປະສິດທິຜົນສູງຂຶ້ນ ເລື້ອຍໆ.

No comments:

Post a Comment