Ad

Ad

15 January 2014

ຄາດຕະກຳເດັກອາຍຸ 3 ປີ ຖືກ ສານລົງໂທດຕັດອິດສະຫລະພາບ 10 ປີ



          ໃນວັນທີ 14 ມັງກອນນີ້ ສານປະຊາຊົນ ນະຄອນຫຼວງວຽງຈັນໄດ້ຕັດສິນລົງໂທດຕັດ ອິດສະຫຼະພາບ ທ້າວ ຫງວຽນ ດິງວຽນ ອາຍຸ 22 ປີ ສັນຊາດ ຫວຽດນາມ, ອາຊີບກຳມະກອນ, ພັກເຊົາຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ໃນຂໍ້ຫາຄາດຕະກຳ, ຊຶ່ງຖືກເຈົ້າໜ້າທີ່ກັກຕົວໃນວັນທີ 21 ມັງກອນ 2013 ຢູ່ຄ້າຍຄຸມຂັງໂພນຕ້ອງພາຍຫຼັງຜູ້ກ່ຽວ ກໍ່ເຫດຄາດຕະກຳເດັກອາຍຸ 3 ປີ.
             ຢູ່ທີ່ປະຊຸມສານ, ເຈົ້າ ໜ້າທີ່ໄອຍະການປະຊາຊົນນະ ຄອນຫຼວງວຽງຈັນໄດ້ຜ່ານຄຳ ຖະແຫຼງເລກທີ 173/ອຍກ. ນວ ລົງວັນທີ 9 ທັນວາ 2013 ວ່າ: ໃນ ວັນທີ 25 ທັນວາ 2013 ເວລາປະ ມານ 18 ໂມງ ນາງ ຫງວຽນ ທິບິ່ງ ໄດ້ໄປຫາ ທ້າວ ຫງວຽນ ຮ່ຽວ ຜູ້ເປັນຜົວພ້ອມ​ລູກ​ຊາຍ ທ້າວ ຫງວຽນ ຮ່ຽວຈ່ຽນ  ອາຍຸ 3 ປີ ຢູ່ບ່ອນ​ເຮັດ​ວຽກ​ທີ່ໂຮງງານ ເຟີນີເຈີ, ຈາກນັ້ນໄດ້ມີ ທ້າວ ຫງວຽນ ດິງວຽນ ເປັນ ກຳມະ ກອນເຮັດວຽກນຳໄດ້ມາຊວນ ເອົາ ທ້າວ ຫງວຽນຮ່ຽນຈ່ຽນ ໄປຫຼິ້ນນຳ ພ້ອມທັງຈູງແຂນຍ່າງ ໄປຫຼັງເຮືອນພັກແລ້ວໃຊ້ມືເບື້ອງຂວາບີບຄໍ, ມືເບື້ອງຊ້າຍອັດ ປາກແລ້ວບິດຫົວ ທ້າວ ຫງວຽນ ຮ່ຽວ ຈ່ຽນ ຈົນເສຍຊີວິດແລ້ວຜູ້ ກ່ຽວກໍອຸ້ມເດັກຜູ້ຕາຍໄປຖີ້ມໄວ້ ກອງໄມ້ຫ່າງຈາກບ່ອນລົງມືປະມານ 3​-4 ແມັດ ແລ້ວກັບໄປອາບ
ນ້ຳ, ພໍຮອດເວລາປະມານ 18 ໂມງຂອງມື້ດັ່ງກ່າວ ພໍ່ ແລະ ແມ່ຂອງເດັກຜູ້ຕາຍມາຖາມຫາແຕ່ຜູ້ກ່ຽວກໍຕອບປະຕິເສດວ່າບໍ່ ເຫັນ ແລະ ຜູ້ກ່ຽວຍັງໄປຊອກຫານຳພໍ່-ແມ່ຜູ້ຕາຍນຳກັນ, ​ແລະ ຕໍ່​ມາວັນທີ 26 ທັນວາ 2012 ​ກຳມະກອນຢູ່ໂຮງງານກໍພາ ກັນອອກຊອກຫາແຕ່ກໍບໍ່ພົບເຫັນເດັກຈົນ ຕົກມາຮອດເວລາ 17 ​ໂມງ ຂອງ ວັນທີ 27 ທັນວາ 2012 ຈຶ່ງມີກຳມະກອນໄດ້ ພົບເຫັນສົບ ທ້າວ ຫງວຽນ ຮ່ຽວຈ່ຽນ ນອນເສຍ ຊີວິດຢູ່ກ້ອງໄມ້ໃນໂຮງງານ, ທ້າວ ຫງວຽນ ຮ່ຽວຈຸງ ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າ ທີ່ລົງກວດກາສະຖານທີ່ເກີດເຫດພ້ອມທັງໄດ້ກັກຕົວກຳມະກອນ 5 ຄົນ ມາທຳ ການສອບສວນ, ແຕ່ຜ່ານການສອບສວນ ເຫັນວ່າບໍ່ມີຫຼັກຖານຮັດກຸມເຖິງຜູ້ກະທຳຜິດຈຶ່ງໄດ້ປ່ອຍຕົວພວກກ່ຽວ. ຕໍ່ມາເຈົ້າ ໜ້າທີ່ຈຶ່ງໄດ້ເກັບກຳຂໍ້ມູນຫຼັກຖານເພີ່ມ ເຕີມຈຶ່ງໄດ້ຮູ້ວ່າ ທ້າວ ຫງວຽນດິງວຽນເປັນຜູ້ກະທຳຜິດຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນຄະດີ ແລະ ຜ່ານການສືບສວນ- ສອບສອບສວນ​ ​ແລະ ຫລັກ​ຖານ​ຕ່າງໆ​ຈາກເຈົ້າໜ້າທີ່ ຜູ້ກ່ຽວຈຶ່ງກໍຍອມຮັບສາລະພາບໄດ້ກໍ່ເຫດຄາດຕະກຳເດັກຊາຍ​ດັ່ງກ່າວຍ້ອນຄຽດບໍ່ພໍໃຈຕໍ່ ທ້າວ ຫງວຽນຮ່ຽວຈຸງ  ພໍ່ຜູ້ເສຍຊີວິດໃຫ້ເງິນເດືອນໜ້ອຍ.
           ຜ່ານການຄົ້ນຄວ້າບັນດາ ຫຼັກຖານ ແລະ ເອກກະສານ ຕ່າງໆທີ່ປະກອບຢູ່ໃນສຳນວນ ຄະດີຢ່າງລະອຽດທີ່ຖ້ວນ, ຮອບ ດ້ານ ແລະ ພາວະວິໃສເຫັນວ່າມີ ຫຼັກຖານຮັດກຸມໜັກແໜ້ນພຽງພໍຢັ້ງຢືນວ່າ ທ້າວ ຫງວຽນ ດິງ ວຽນ ຈຳເລີຍມີຄວາມ ຜິດທາງ ອາຍາໃນສະຖານຄາດຕະກຳ ຕາມມາດຕາ 88 ຂອງກົດໝາຍ ອາຍາ, ເຫັນວ່າການກະທຳຜິດ ຂອງ ທ້າວ ຫງວຽນດິງ ວຽນ ໃນ ຄັ້ງນີ້ເປັນການກະທຳຜິດທາງອາຍາ ທີ່ແຕະຕ້ອງເຖີງຊີວິດຂອງ ບຸກຄົນອື່ນທັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ຄວາມ ບໍ່ເປັນລະບຽບຮຽບຮ້ອຍສານ ຈຶ່ງເຫັນຄວນຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍຈຳ​ຄຸກ 10 ປີ ພ້ອມປັບ ໃໝເງິນ 1 ລ້ານກີບ.

No comments:

Post a Comment