Ad

Ad

15 January 2014

ຍຶດໄມ້ຂະຍຸງຈຳນວນຫລາຍ



     ​ເຈົ້າໜ້າ​ທີ່ ປກສ ​ແຂວງ​ສະ ຫວັນ​ນະ​ເຂດ ​​ໃຫ້​ຮູ້​ວ່າ: ​ໃນ​ທ້າຍ​ອາທິດ​ຜ່ານ​ມານີ້, ​ເຈົ້າໜ້າ​ທີ່​ຈຸດ​ກວດກາ​ນາ​ຊາຍ ​ເມືອງ​ອຸທຸມ ພອນ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ກວດຄົ້ນລົດ​ໃຫຍ່ 6 ຄັນ ທີ່​ລັກ ລອບ​ຂົນ​ໄມ້​ຂະ​ຍຸງ​ເປັນ​ຈຳນວນ​ຫລາຍ ຄືກ​ວດຄົ້ນລົດ​ກະບະ​ວີ​ໂກ້​ສີ​ປອນ​ເງິນ ໝາຍ​ເລກ​ທະບຽນ ກກ3474 ຄຳ​ມ່ວນ ອອກ​ຊື່​ທ້າວ ສົມ​ສະໜຸກ ອາຍຸ 45 ປີ ຢູ່​ບ້ານ​ຂົວ​ເຊ ​ເມືອງ​ເຊບັ້ງ​ໄຟ ​ແຂວງ​ຄຳ​ມ່ວນ ພົບ​ໄມ້​ຂະ​ຍຸງ​ຈຳນວນ 20 ທ່ອນ ໜັກ 270 ກິ​ໂລ, ລົດ​ຄັນ​ທີ​ສອງ​ແມ່ນ​ກະບະ​ວີ​ໂກ້ສີ​ປອນ ໝາຍ​ເລກ​ທະບຽນ ກກ3916 ຄຳ​ມ່ວນ ອອກ​ຊື່​ນາງ ດວງ​ຈັນ ອາຍຸ 38 ປີ ຢູ່​ບ້ານ​ອຸດົມ​ສຸກ ​ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ພົບ​​ໄມ້​ຂະ​ຍຸງ​ຈຳນວນ 67 ທ່ອນ ໜັກ 560 ກິ​ໂລ, ຄັນ​ທີ​ສາມ​ລົດ​ກະບະ​ວີ​ໂກ້​ສີຂາວ ໝາຍ​ເລກ​ທະບຽນ ຈກ 7723 ຄຳ​ມ່ວນ ອອກ​ຊື່​ທ້າວ ລຳ​ເງິນ ຢູ່​ແຂວງ​ຄຳ​ມ່ວນ ພົບ​ໄມ້​ຂະ​ຍຸງ​ຈຳນວນ 26 ທ່ອນ ໜັກ 370 ກິ​ໂລ, ຄັນ​ທີ​ສີ່​ລົດ​ເກງ​ຮຸນ​ໄດ​ອີ​ເເລນ​ຕາ ໝາຍ​ເລກ​ທະບຽນ ກກ 6617 ສະຫວັນ​ນະ​ເຂດ ອອກ​ຊື່​ທ້າວ ພອນ​ໄຊ ອາຍຸ 38 ປີ ຢູ່​ບ້ານ​ໂພນ​ພີ​ມ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ພົບ​ໄມ້​ຂະ​ຍຸງ 53 ທ່ອນ ໜັກ 390 ກິ​ໂລ, ຄັນ​ທີ​ຫ້າ​ລົດ​ຕູ້​ຮຸນ​ໄດ​ສະຕາ​​ແລັກ ໝາຍ​ເລກ​ທະ ບຽນ ກກ 7092 ຄຳ​ມ່ວນ ອອກ​ຊື່​ທ້າວ ຄຳ​ແສນ ອາຍຸ 29 ປີ ຢູ່​ບ້ານ​ມ່ວງ​ສຸມ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ພົບ​ໄມ້​ຂະ​ຍຸງ 41 ທ່ອນ ໜັກ 830 ກິ​ໂລ ​ແລະ ຄັນ​ທີ​ຫົກ​ລົດ​ຈິບ​ໂຕ​ໂຍຕາ​​ຟໍຈູ​ນ​ເນີ ໝາຍ​ເລກ​ທະບຽນ ກຍ 4186 ກຳ​ແພງ​ນະ ຄອນ ພົບ​ໄມ້​ຂະ​ຍຸງ 60 ທ່ອນ ໜັກ 670 ກິ​ໂລ ຂັບ​ຂີ່​ໂດຍ​ທ້າວ ​ເຜວ ແລະ ​ໄດ້​ເອົາ​ຕົວ​ຫລົບໜີ​ໃນ​ລະ ຫວ່າງ​ການ​ກວດກາ​ຂອງ​ເຈົ້າ ໜ້າ​ທີ່ ​ໂດຍ​ຜູ້​ຂັບ​ລົດ​ທັງ​ໝົດ​ໃຫ້ ການ​ກັບ​ເຈົ້າໜ້າ​ທີ່​ວ່າ: ມີ​ຄົນ​ຈ້າງ​ໃຫ້​ແກ່​ໄມ້​ຈຳນວນ​ດັ່ງກ່າວ​ຢູ່​ເຂດ​ທ່າ​ອຸດົມ ​ເມືອງ​ໄກສອນ ​ແຂວງ​ສະຫວັນ​ນະ​ເຂດ ​ເພື່ອ​ໄປ​ສົ່ງ​ຢູ່​ເຂດ​ຂົວ​ເຊບັ້ງ​ໄຟ ​ໂດຍ​ໄດ້​ຄ່າ​ຈ້າງ​ຄັນ​ລະ​ໜຶ່ງ​ລ້ານ​ກວ່າ​ກີບ ເຊິ່ງ​ເຈົ້າໜ້າ​ທີ່​ຕຳຫລວດ​ເສດຖະ ກິດ​ແຂວງ​ສະຫວັນ​ນະ​ເຂດ​ໄດ້​ກັກ​ລົດ ​ແລະ ​ໄມ້​ຈຳນວນ​ດັ່ງກ່າວ ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment