Ad

Ad

15 January 2014

ກົມອຸຕຸນິຍົມເຕືອນ ! ອາກາດຈະສືບຕໍ່ຫນາວເຢັນ



     ກົມອຸຕຸນິຍົມ ແລະ ອຸທົກ ກະສາດໄດ້ແຈ້ງສະພາບອາກາດແຕ່ເວລາ 7 ໂມງເຊົ້າຂອງວັນ ອັງຄານທີ 14 ມັງກອນ 2014 ວ່າ: ບໍລິເວນຄວາມກົດດັນສູງ ຂອງອາກາດໜາວເຢັນມີກໍາລັງປານກາງຫາແຮງຍັງສືບຕໍ່ປົກ ຄຸມຢູ່ທົ່ວທຸກພາກຂອງປະເທດ ລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເປັນສ່ວນໃຫຍ່, ເຊິ່ງລັກສະນະ ເຊັ່ນນີ້ຍັງຈະເຮັດໃຫ້ອຸນຫະ ພູມອາກາດໂດຍທົ່ວໄປເຢັນລົງຕື່ມ 2 ຫາ 4 ອົງສາ ແລະ ອາກາດຍັງໜາວເຢັນຫລາຍຢູ່ແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ພ້ອມມີໝອກໜາປົກຫຸ້ມຫລາຍຂຶ້ນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ທາງດ້ານຕາເວັນອອກຂອງແຂວງພາກເໜືອຫາພາກກາງພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.
        ພາກເໜືອດ້ານຕາເວັນ ອອກ: ອາກາດຍັງໜາວເຢັນຫາໜາວເຢັນຫລາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນ ກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ. ອຸນ ຫະພູມຕໍ່າສຸດ 05 - 07 ອົງສາ ແລະ ສູງສຸດ 12 - 14 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຍັງໜາວເຢັນພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ. ອຸນຫະ ພູມຕໍ່າສຸດ 10 ​ 12 ອົງສາ ແລະ ສູງສຸດ 28 ​ 30 ອົງສາ.

          ສຳລັບ ແຂວງບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ: ອຸນຫະພມຕໍ່າສຸດ 12 ​ 14 ອົງ ສາ. ນະຄອນຫຼວງວຽງຈັນ: ອາ ກາດຍັງສືບຕໍ່ໜາວເຢັນພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດ. ອຸນຫະ ພູມ ຕໍ່າສຸດ 14 - 16 ອົງສາ ແລະ ສູງສຸດ 26 -  28 ອົງສາ. ພາກກາງ: ອາກາດຍັງໜາວເຢັນຢູຕື່ມອີກ, ພ້ອມມີໝອກບາງປົກ ຫຸ້ມຢູ່ທົ່ວໄປຫຼາຍຂື້ນໃນຕອນເຊົ້າ ແລະຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກພ້ອມລົມພັດແຮງ ເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 10 - 12 ອົງສາ ແລະ ສູງສຸດ 26 - 28 ອົງສາ.
     ແຂວງໄຊສົມບູນ : ອາກາດຍັງໜາວເຢັນຫຼາຍພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມຕໍ່າສຸດ 04 - 06 ອົງສາ ແລະ ສູງສຸດ 18 - 20 ອົງສາ. ພາກໃຕ້:ອາກາດຍັງໜາວເຢັນຢູ່ຕື່ມອີກພອ້ມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມ ພັດແຮງເປັນບາງໂອກາດ. ອຸນ ຫະພູມຕໍ່າສຸດ 12 - 14 ອົງສາ ແລະ ສູງສຸດ 26 - 28 ອົງສາ.
      ເຂດປາກຊ່ອງ: ອາກາດ ຍັງສືບຕໍ່ໜາວເຢັນຫຼາຍ ແລະ ມີໝອກໜາໃນຕອນເຊົ້າ. ອຸນ ຫະ ພູມຕໍ່າສຸດ 03-05 ອົງສາ ແລະ ສູງສຸດ 18 - 20 ອົງສາ.ພ້ອມນີ້, ໃນ 1 ຫາ 2 ວັນຕໍ່ໜ້າສະພາບອາກາດຍັງຈະສືບຕໍ່ໜາວເຢັນຢູ່ຕື່ມອີກ ແລະ ຈະໜາວ ເຢັນຫລາຍ ຢູ່ແຂວງພາກເໜືອດ້ານຕາເວັນ ອອກ, ເຂດຮ່ອມພູ, ແຂວງ ໄຊສົມບູນ ແລະ ພູພຽງບໍລະເວນ ປາກຊ່ອງ, ພ້ອມ ມີໝອກໜາປົກຫຸ້ມເປັນສ່ວນຫລາຍ, ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສໃນເຂດແຂວງດັ່ງກ່າວຈົ່ງມີສະຕິ ແລະ ເອົາໃຈໃສ່ຮັກສາສຸກຂະພາບໂດຍການນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມນີ້ກໍ່ໃຫ້ລະມັດລະວັງຕໍ່ສະພາບໝອກໜາຊຶ່ງຈະເປັນໄພອັນຕະລາຍໃນການເດີນທາງ.

No comments:

Post a Comment