Ad

Ad

15 January 2014

ການສອບເສັງພາກຮຽນໜຶ່ງສົກ 2013-2014 ນີ້ສຶກສານະຄອນຫຼວງເນັ້ນວັດແທກຄຸນນະພາບ



      ຫຼັງຈາກເປີດການຮຽນ-ການ ສອນສົກຮຽນໃຫມ່ (2013- 2014) ມາແຕ່ຕົ້ນເດືອນກັນ ຍາ ແລະ ມາຮອດປັດຈຸບັນກໍເປັນ ເວລາ 4 ເດືອນກວ່າແລ້ວ ແລະ ການສອບເສັງພາກຮຽນ ໜຶ່ງເພື່ອວັດແທກຄວາມຮູ້ທີ່ໄດ້ຮຽນມາ ໃນໄລຍະຮຽນດັ່ງກ່າວ, ດັ່ງ ນັ້ນ ແຕ່ລະໂຮງຮຽນ ໃນນະຄອນຫຼວງວຽງຈັນກໍຄືຂອບເຂດທົ່ວປະເທດບໍ່ວ່າຈະເປັນໂຮງຮຽນລັດ, ເອກະຊົນແມ່ນ ພວມສຸມໃສ່ທວນຄືນບົດຮຽນເພື່ອກຽມພ້ອມເຂົ້າສອບເສັງ.
    ທ່ານ ຊົມພູ ແກ້ວປັບຍາ, ຫົວ ໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງ ຈັນໃຫ້ຮູ້ວ່າ: ການສອບເສັງພາກ ຮຽນທີ 1 ສົກປີ 2013-2014 ແມ່ນຈະຈັດ ຂຶ້ນໃນວັນທີ 20 - 24 ມັງກອນ   ນີ້, ຊຶ່ງທາງພະແນກຂອງຕົນໄດ້ລົງປະເມີນຕິດຕາມການຮຽນການສອນຖືກ ຕາມລະບົບລະບຽບທີ່ກະຊວງວາງອອກ ແລະ ສຳລັບການສອບເສັງສົກຮຽນນີ້ແມ່ນເນັ້ນ ວັດແທກຄຸນະພາບການຮຽນ, ການສອນ, ນັບແຕ່ຊັ້ນປະຖົມຮອດມັດທະຍົມຕ້ອງປະຕິບັດຄົບຕາມຫຼັກສູດທັງນີ້ກໍເພື່ອຍົກ ສູງຄຸນະພາບຂອງການ ສຶກສາໃຫ້ດີຂື້ນກວ່າເກົ່າ ແລະຜ່ານມາທາງພະແນກສຶກສາກໍໄດ້ເປີດກອງປະຊຸມຮ່ວມກັບບັນດາຜູ້ອຳ
ນວຍການໂຮງຮຽນມັດທະຍົມ ຈຳນວນ 147 ແຫ່ງໃນນະຄອນຫຼວງວຽງຈັນ, ໂດຍໄດ້ວາງມາດຕະການໃນການສອບເສັງ ເພື່ອເຮັດແນວໃດໃຫ້ນັກສອບເສັງ ແລະ ຄະນະກຳມະການປະຕິບັດໄດ້ຕາມລະບຽບຫຼັກການທີ່ກະຊວງວາງອອກ, ເປັນຕົ້ນ ການຍາມຫ້ອງເສັງ, ການອອກຫົວບົດແມ່ນໃຫ້ຢູ່ໃນຂອບເຂດການຮຽນ-ການສອນບໍ່ໃຫ້ຍາກຫຼືງ່າຍເກີນໄປເພື່ອວັດແທກ ໃຫ້ເຫັນເຖິງຄຸນນະພາບ ແລະ ຈຸດອອ່ນຂອງການຮຽນການສອນຜ່ານມາເພື່ອປັບປຸງ ແກ້ໄຂ.
           ທ່ານ ຫົວໜ້າພະແນກສຶກສານະຄອນຫຼວງກ່າວວ່າ: ສຳ ລັບການສອບເສັງພາກຮຽນ 1 ນີ້ທາງພະແນກໄດ້ມອບໃຫ້ ໂຮງຮຽນເປັນຜູ້ຈັດຕັ້ງປະຕິບັດ, ຊຶ່ງ ທາງພະແນກສຶກສາຈະສົງວິຊາການໄປສົມທົບກັບສຶກສາເມືອງ ລົງກວດກາຕິດຕາມການ ຈັດຕັ້ງປະຕິບັດຂອງແຕ່ລະໂຮງຮຽນໃຫ້ຖືກຕາມລະບຽບຫຼັກການທີ່ກະຊວງວາງອອກ, ເພື່ອໃຫ້ຮັບປະກັນນັບທັງດ້ານ ປະລິ ມານ ແລະ ຄຸນນະພາບມາຮອດມື້ນີ້ທຸກໆ ໂຮງຮຽນແມ່ນມີຄວາມພ້ອມ ແລ້ວທີ່ຈະຈັດການສອບເສັງ ພາກຮຽນທີ 1 ແລະ ພ້ອມຕິດຕາມກວດກາເປັນຢ່າງດີ, ທ່ານ ຫົວໜ້າພະແນກສຶກສານະຄອນ ຫຼວງໃຫ້ຮູ້ອີກວ່ານັບແຕ່ສົກຮຽນປີ 2011- 2012 ເປັນຕົ້ນມາຄຸນະພາບຂອງການຮຽນການສອນຂອງໂຮງຮຽນຕ່າງໆແມ່ນໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ, ໂດຍສະເພາະ ແມ່ນໂຮງຮຽນທີ່ຢູ່ເຂດຊານເມືອງແມນມີຄຸນນະພາບດີຂຶ້ນເກືອບທຽບເທົ່າໃນເທສະບານ.

No comments:

Post a Comment