Ad

Ad

4 March 2016

ກະຊວງແຜນການ ແລະ ການລົງທຶນ ເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 34 ປີ

          ໃນວັນທີ 3 ມີນານີ້ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 34 ປີ (16 ກຸມພາ 1982-16 ກຸມພາ 2016) ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2015 ເພື່ອເພີ່ມທະວີຄວາມຮັບຜິດຊອບຂອງສະມາຊິກພັກ ແລະ ພະນັກງານຕໍ່ວຽກງານຕິດຕາມ-ກວດກາໃຫ້ສູງຂຶ້ນ ແລະ ສອດຫ້ອຍວຽກດັ່ງກ່າວເຂົ້າໃນທຸກຂົງເຂດວຽກງານ.


            ທ່ານ ດຣ. ຄຳລຽນ ພົນເສນາ ຄະນະປະຈຳພັກ, ປະທານຄະນະກວດກາພັກ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ພັກ ແລະ ລັດຖະບານຍາມໃດກໍໃຫ້ຄວາມສຳຄັນ ແລະ ມີທັດສະນະທີ່ຈະແຈ້ງຕໍ່ວຽກງານກວດກາ ແລະ ຖືເອົາວຽກງານຕິດຕາມ-ກວດ ກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ, ບໍ່ມີການກວດກາກໍໝາຍຄວາມວ່າບໍ່ມີການນຳພາ, ເຊິ່ງວຽກງານຕິດຕາມ-ກວດກາ ແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ, ການຈັດຕັ້ງພັກ-ລັດທຸກຂັ້ນ, ສະມາຊິກພັກ, ພະນັກງານທຸກຄົນຕ້ອງຢູ່ພາຍໃຕ້ການຕິດຕາມກວດກາຂອງພັກ, ພ້ອມນີ້ ການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫລວງແມ່ນຄວາມຮັບຜິດຊອບໂດຍກົງຂອງພັກ-ລັດ ແລະ ຂອງທຸກການຈັດຕັ້ງໃນສັງຄົມ ເພາະວ່າບັນຫານີ້ໄດ້ກາຍ ເປັນບັນຫາລວມຂອງສາກົນ ແລະ ພາກພື້ນ. ດັ່ງນັ້ນ ຄະນະບໍລິຫານງານພັກແຕ່ລະຂັ້ນກໍຄືສະມາຊິກພັກ, ພະນັກງານທຸກຄົນໃນກະຊວງຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າກວ່າເກົ່າ. 

No comments:

Post a Comment