Ad

Ad

4 March 2016

ພົບຫລັກຖານຢັ້ງຢືນການຕັ້ງຖິ່ນຖານຂອງມະນຸດບູຮານກ່ອນໜ້ານີ້ 3 ພັນປີ

          ຕາມແຫລງຂ່າວຈາກ ບໍລິສັດ ພູເບ້ຍ ມາຍນິງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ນັກບູຮານວິທະຍາຈາກກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນັກສຶກສາຈາກມະຫາ ວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລເຈັມສ໌ຄຸກ ປະເທດອົດສະຕຣາລີ, ໄດ້ຄົ້ນພົບວັດຖຸບູຮານຈຳນວນ 41 ສີ້ນສ່ວນຢູ່ເຂດບ້ານວຽງ, ແຂວງຊຽງຂວາງ ແລະ ໄດ້ຄົ້ນພົບຫລັກຖານຂອງການຕັ້ງຖິ່ນຖານຂອງມະນຸດບູຮານ, ເຊິ່ງຄາດວ່າມີອາຍຸຫລາຍກວ່າ 3 ພັນປີ, ວັດຖຸບູຮານດັ່ງກ່າວປະກອບມີ: ເຄື່ອງເຄືອບລາຍຄາມ ແລະ ກອກຢາສູບ ທີ່ເປັນບົ່ງບອກໃຫ້ຮູ້ກ່ຽວກັບການພົວພັນດ້ານການຄ້າ ແລະ ວັດທະນະທຳຂອງປະຊາຊົນຢູ່ເຂດດັ່ງກ່າວໃນເມື່ອກ່ອນ.

           ທ່ານ ດຣ. ໄນໂຈ ຈາງ ຈາກມະຫາວິທະຍາໄລເຈັມສ໌ຄຸກ ກ່າວວ່າ: ວັດຖຸບູຮານທີ່ຄົ້ນພົບຄາດວ່າເກີດໃນສະໄໝລ້ານຊ້າງປະມານສະຕະວັດທີ 17 ແລະ ມີວັດຖຸບາງຈຳນວນບົ່ງບອກເຖິງການດຳລົງຊີວິດໃນເຂດດັ່ງກ່າວທີ່ມີອາຍຸຫລາຍກວ່ານັ້ນ,ນັບທັງເຄື່ອງປັ້ນດິນເຜົ່າ, ເຊິ່ງອາດເກີດໃນຍຸກເຫລັກປະມານ 2 ພັນປີຜ່ານມາ ແລະ ຮ່ອງຮອຍຫີນຂະໜາດໃຫຍ່ທີ່ມີອາຍຸປະມານ 3 ພັນປີ.

    ການຄົ້ນຫາວັດຖຸບູຮານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກໂຄງການນິວໂຄລົມໂບ ປະເທດອົດສະຕຣາລີ ເພື່ອຄົ້ນຫາຫລັກຖານການດຳລົງຊີວິດຂອງຄົນບູຮານໃນຍຸກເຫລັກ ແລະ ຢູ່ໃນສະໄໝດຽວກັນກັບບັນດາແຫລ່ງໄຫຫີນທີ່ມີຊື່ສຽງ ແລະ ຈະສາມາດສ່ອງແສງໃຫ້ຮູ້ວ່າບັນພະບູລຸດຜູ້ສ້າງໄຫຫີນມີຊີວິດການເປັນຢູ່ຄືແນວໃດ.

No comments:

Post a Comment