Ad

Ad

25 March 2015

ຍາມໃດພັກເຮົາກໍຖືເອົາວຽກງານກະສິກຳເປັນພື້ນຖານເສດຖະກິດແຫ່ງຊາດ



     ເນື່ອງໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຄື ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວຄົບຮອບ 60 ປີ(22 ມີນາ 1955-22 ມີນາ 2015) ແລະ ວັນສະ ຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ ( 2 ທັນວາ 1975-2 ທັນວາ 2015) ໃນຕອນເຊົ້າວັນທີ 24 ມີນານີ້, ທ່ານ ວິໄລວັນ ພົມເຂ ກຳມະ ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ຍາມໃດພັກ ແລະ ລັດຖະບານ ກໍໄດ້ຖືເອົາວຽກ ງານກະສິກຳເປັນພື້ນຖານເສດຖະກິດແຫ່ງຊາດ ເພື່ອກ້າວໄປສູ່ການພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກຢູ່ປະເທດເຮົາ.
    ທ່ານ ວິໄລວັນ ພົມເຂ ກ່າວວ່າ: ຕະຫລອດ 60 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະເທດຊາດພວກເຮົາໄດ້ຮັບ ການພັດທະນາໃຫ້ມີໂສມໜ້າໃໝ່ເທື່ອລະກ້າວ, ເຊິ່ງນັບແຕ່ສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຮຸກຮານພັກກໍໄດ້ມີຍຸດທະ ສາດຕໍ່ສູ້ຢ່າງມີໄຫວພິບ, ຈົນສາມາດນຳພາປະຊາຊົນບັນດາເຜົ່າຍາດໄດ້ຄວາມເປັນເອກະລາດ ແລະ ປົດປ່ອຍປະເທດຊາດຢ່າງ ສົມບູນໃນປີ 1975 ແລະ ນັບຕັ້ງແຕ່ນັ້ນມາພາຍໃຕ້ການຊີ້ນຳຂອງພັກ, ລັດຖະບານໄດ້ເອົາໃຈໃສ່ວຽກງານພັດທະ ນາເສດຖະ ກິດ-ສັງຄົມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ວຽກງານກະສິກຳຈຶ່ງແມ່ນວຽກໜຶ່ງທີ່ພັກ
ແລະ ລັດຖະບານໄດ້ຖືສຳຄັນວ່າເປັນພື້ນຖານເສດຖະກິດຂອງຊາດເພື່ອຄ້ຳປະກັນສະບຽງອາຫານ, ໂດຍສະເພາະແມ່ນສົ່ງ ເສີມໃຫ້ປະຊາຊົນສຸມໃສ່ເຮັດການຜະລິດກະສິກຳໃຫ້ສາມາດເພິ່ງຕົນເອງກຸ່ມຕົນເອງມີຢູ່ມີກິນ ແລະກາຍເປັນສີນຄ້າ. ດັ່ງປະເທດທີ່ຈະເລີນພັດທະນາມີເທັກໂນໂລຊີກ້າວໜ້າໃນໂລກເຊັ່ນ: ສະຫະລັດອາເມລິ ກາ, ຝຣັ່ງ, ເຍຍລະມັນ, ອັງກິດ ແລະ ປະເທດອື່ນໆ, ພວກເຂົາກໍຍັງຖືວຽກງານກະສິກຳເປັນຫລັກ ແລະ ມາຮອດປັດຈຸບັນພວກເຮົາກໍໄດ້ເຫັນຢ່າງ ປະຈັກຕານຳກັນແລ້ວວ່າ: ກະສິກຳໄດ້ກາຍເປັນໜໍ່ແໜງຂອງອຸດສະຫະກຳພັດທະນາເສດຖະ ກິດຂອງຊາດ ແລະ ແກ້ໄຂຄວາມທຸກຍາກ ຕົວຢ່າງ:ຢູ່ທ້ອງຖິ່ນຊົນນະບົດຫ່າງໄກສອກຫລີກຍາມສຸກເສີນໃນຄອບຄົວກໍແມ່ນອາໃສ່ເຂົ້າ ຫລື ພືດຜົນການກະເສດ ເພື່ອແກ້ໄຂສະພາບຫຍຸ້ງຍາກຕ່າງໆໃນຊີວິດການເປັນຢູ່.
     ທ່ານລັດຖະມົນຕີວ່າການກະສິກຳ ແລະ ປ່າໄມ້ ກ່າວວ່າ: ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຫັນວ່າປະເທດຊາດພວກເຮົາຍາດໄດ້ຜົນງານໃຫຍ່ຫລວງຫລາຍດ້ານ, ໃນນັ້ນວຽກງານກະສິກຳ ໂດຍສະເພາະການຜະລິດເຂົ້າໃນປີ 2004 ໄດ້ 2,5 ລ້ານໂຕນ, ປີ 2011 ເພີ່ມຂຶ້ນ 3,38 ລ້ານໂຕນ, ສົກປີ 2012-2013 ບັນລຸໄດ້ 3,41 ລ້ານໂຕນ, ສາມາດຕອບສະໜອງການບໍລິໂພກໄດ້ໂດຍພື້ນຖານ, ການຜະລິດເປັນສີນຄ້າເຊັ່ນ: ສາລີ, ໝາກເດືອຍ, ອ້ອຍ, ກາເຟ ແລະ ພືດຜັກຕ່າງໆໄດ້ ຫລາຍກວ່າ 5,4 ລ້ານໂຕນ, ປູກຕົ້ນໄມ້ອຸດສະຫະກຳ ເປັນຕົ້ນ: ຢາງພາລາໄດ້ຂະຫຍາຍຕົວຢ່າງແຂງແຮງ, ການລ້ຽງສັດແບບເປັນຟາມກໍມີຈຳນວນເພີ່ມຂຶ້ນຢ່າງໄວວາ, ນອກ ຈາກນີ້ຍຸດທະສາດຂອງລັດຖະບານແຕ່ນີ້ຮອດປີ 2030 ກໍຍັງແມ່ນສຸມໃສ່ການຄ້ຳປະກັນສະບຽງອາຫານ ແລະ ການຜະລິດກະສິກຳສະອາດ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ, ເຊິ່ງຍຸດທະສາດດັ່ງກ່າວແມ່ນມີຫລາຍໂຄງການ ແລະ ຫລາຍນະໂຍບາຍທີ່ຈະຕ້ອງໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ ເປັນຕົ້ນ: ປຸກລະດົມໃຫ້ສັງຄົມມີຄວາມເຂົ້າໃຈ ແລະ ເຫັນຄວາມສຳຄັນຂອງວຽກງານກະສິກຳ, ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການຜະລິດ, ຄົ້ນຄວ້າບັນດານະໂຍບາຍພິເສດເພື່ອສົ່ງເສີມການຜະລິດເຊັ່ນ: ແນວພັນ, ໄຟຟ້າ, ຝຸ່ນປຸຍ, ຢາຕ້ານສັດຕູພືດ, ສະໜອງເງິນກູ້ດ້ວຍອັດຕາດອກເບ້ຍຕ່ຳ ແລະ ອື່ນໆ.
    ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວມ້ວນທ້າຍວ່າ: ມາຮອດປັດຈຸບັນ, ພວກເຮົາສາມາດຢັ້ງຢືນໄດ້ຢ່າງເອກອ້າງທະນົງໃຈວ່າ: ຂະແໜງກະສິກຳໄດ້ປະກອບສ່ວນຊ່ວຍໃຫ້ຊົນນະບົດ ໄດ້ຮັບການພັດທະມີໂສມໜ້າໃໝ່ ແລະ ສາມາດລືບລ້າງຄວາມທຸກຍາກຂອງປະຊາຊົນລົງເທື່ອລະກ້າວ ແລະ ຜົນສຳເລັດດັ່ງກ່າວນັ້ນ ກໍແມ່ນຍ້ອນພັກປະຊາຊົນປະຕິວັດລາວ, ໄດ້ມີຍຸດທະສາດ ແລະ ວາງແນວທາງນະໂຍບາຍດ້ານກະສິກຳຢ່າງຖືກຕ້ອງສອດຄ່ອງທີ່ສຸດ, ຊຶ່ງບໍ່ມີລະບອບການເມືອງໃດໃນລາວເຮັດໄດ້.

No comments:

Post a Comment