Ad

Ad

14 October 2014

ມອບ-ຮັບໜ້າທີ່ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ



     ໃນຕອນບ່າຍວັນທີ 13 ຕຸ ລານີ້, ຢູ່ກະຊວງຕ່າງປະເທດ, ໄດ້ມີພິທີມອບ-ຮັບ ໜ້າທີ່ລະຫວ່າງທ່ານ ທວນ ວໍລະສານ ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດຜູ້ເກົ່າ ແລະ ທ່ານ ສຸວັນນາ ຜຸຍຍະວົງ ຫົວໜ້າກົມພົວພັນຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດຜູ້ໃໝ່, ໂດຍມີທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດເຂົ້າຮ່ວມ.
      ການມອບ-ຮັບໜ້າທີ່ຄັ້ງນີ້,ແມ່ນປະຕິບັດຕາມດຳລັດຂອງນາຍົກລັດຖະມົນ ຕີວ່າດ້ວຍການອະນຸ ມັດໃຫ້ພະນັກງານອອກ ພັກການ-ຮັບເບ້ຍບຳນານ ແລະ ປະຕິບັດ ຕາມດຳລັດຂອງນາຍົກລັດຖະ ມົນຕີວ່າດ້ວຍການແຕ່ງຕັ້ງຫົວ ໜ້າກົມພົວພັນຄົນ ເຊື້ອຊາດລາວຢູ່ຕ່າງປະເທດຄົນໃໝ່. ໂອກາດ ດັ່ງກ່າວ, ທ່ານຮອງນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດທີ່ກົມພົວພັນຄົນເຊື້ອຊາດ ລາວຢູ່ຕ່າງປະເທດຍາດ
ມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໃຫ້ ທິດເຍືອງທາງ ຕໍ່ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະ ເທດຄົນໃໝ່ກໍຄືພະ ນັກງານຂອງກົມຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກ ງານຂອງຕົນ ໃຫ້ດີ ແລະ ຮັກສາມູນເຊື້ອສາມັກຄີພາຍໃນໃຫ້ມີ ຄວາມໜັກ ແໜ້ນ, ເອົາໃຈໃສ່ວຽກງານສຶກສາອົບຮົມການ ເມືອງແນວຄິດ ເຮັດໃຫ້ພະນັກງານກຳໄດ້ແນວທາງການຕ່າງ ປະເທດຂອງ ພັກ-ລັດເຮົາເພື່ອສືບຕໍ່ໂຄສະນາປຸກລະດົມໃຫ້ພີ່ນ້ອງ ເຊື້ອຊາດລາວທີ່ ຍັງຢູ່ຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈແນວທາງອັນ ຖືກຕ້ອງຂອງພັກ ແລະ ລັດຖະບານເພື່ອໃຫ້ເຂົາເຈົ້າກັບ ຄືນມາຢ້ຽມ ຢາມ, ທ່ອງທ່ຽວ ແລະ ຊອກຊ່ອງທາງເຂົ້າມາລົງ ທຶນເພື່ອຊ່ວຍກັນພັດທະນາປະ ເທດຊາດຂອງພວກເຮົາໃຫ້ຈະ ເລີນກ້າວໜ້າ ຕໍ່ໄປ.

No comments:

Post a Comment