Ad

Ad

14 October 2014

ເສັ້ນທາງໃນຕົວເມືອງຍັງເປິເປື້ອນຫຼາຍພາກສ່ວນກ່ຽວຂ້ອງຄວນເບິ່ງຄືນ



    ເຖິງວ່າລະດູຝົນໄດ້ຜ່ານພົ້ນ ໄປ, ແຕ່ເສັ້ນທາງສາຍຕ່າງໃນ ຕົວເມືອງນະຄອນ ຫຼວງວຽງຈັນ, ກໍຍັງເປິເປື້ອນເຕັ້ມໄປດ້ວຍຂີ້ ດິນ, ຊາຍ, ຍ້ອນໂຄງການກໍ່ສ້າງ, ລົດ ບັນທຸກ, ເສັ້ນທາງ ເປ່ເພ, ເປັນຕົ້ນແມ່ນເສັ້ນທາງ ໜ້າໄອເຕັກຜ່ານໄຟແດງທາດ ຫຼວງຫາໄພແດງໂພນຄັງ, ເສັ້ນທາງຄູວຽງຫາຕະຫຼາດເຊົ້າ, ເສັ້ນທາງໄຟແຕງ ຫຼັກ 5 ໄປຫາໄຟແດງດົງໂດກ, ເສັ້ນທາງໜອງບອນ ແລະ ອື່ນໆ, ເຫັນວ່າ ຍັງບໍ່ໄດ້ຮັບ ການປົວແປງອະນາໄມ, ສ້າງຄວາມບໍ່ຈົບງານໃຫ້ ແກ່ຜູ້ສັນຈອນໄປມາ ແລະ ເຮັດ ໃຫ້ການ ຜັນຂະຫຍາຍຍນະໂຍ ບາຍ ສ ສະອາດ ຢູ່ນະຄອນຫຼວງວາງອອກມົວໝອງ, ເກີດຫາງສຽງຈົມວ່າຈາກສັງຄົມ, ຕໍ່ບັນ ຫານີ້ ໄລຍະຜ່ານມາກໍເຫັນວ່າ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ອະນາໄມ, ລ້າງເສັ້ນທາງຕ່າງໃນຕົວເມືອງສະອາດ ເປັນບາງໄລ ຍະເທົ່ານັ້ນ, ແຕ່ເຖິງ ແນວໃດກໍຂໍສະເໝີໃຫ້ພາກສ່ວນ ກ່ຽວຂ້ອງຊອກຫາວິທີແກ້ໄຂ, ປົວແປງເສັ້ນທາງຈຸດທີ່ເປ່ເພ, ວາງ
ມາດຕະການຢ່າງເຂັ້ມງວດຕໍ່ໂຄງການກໍສ້າງ ແລະ ພາກສ່ວນລົດບັກທຸກດິນ, ຫີນຊາຍ, ທີ່ເປັນສາເຫດຫຼັກທີ່ເຮັດໃຫ້ເສັ້ນ ທາງເປ ເປື້ອນ, ເປ່ເພ, ພ້ອມນັ້ກ ພາກສ່ວນລ້າງເສັ້ນທາງກໍຕ້ອງ ໄດ້ເພີ່ມຄວາມເອົາໃຈໃສ່ປະຕິ ບັດໜ້າທີ່ຂອງຕົນ, ສິ່ງສຳຄັນ ແມ່ນ ທຸກຄົນຕ້ອງເປັນເຈົ້າການ ຮັກສາອະນາໄມສະຖານທີ່ສະທາລະນະ, ກໍຄືເສັ້ນທາງເພື່ອເຮັດແນວໃດໃຫ້ເສັ້ນທາງໃນນະ ຄອນຫຼວງວຽງຈັນສະອາດສວຍງາມເປັນໃບໜ້າໃບຕາຂອງປະເທດ.

No comments:

Post a Comment