ອະນຸກຳມະການປ້ອງກັນ ບຸນຊ່ວງເຮືອປະຈຳປີທ່າວັດຈັນ,
ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນງານບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນນັບແຕ່
ວັນທີ 5-9 ຕຸລາຜ່ານມານີ້, ມີປາ ກົດການຫຍໍ້ທໍ້ເກີດຂຶ້ນຫລາຍຄັ້ງ
ຄື: ເວລາປະມານ 23:00ໂມງຂອງວັນທີ 5 ຕຸລາ, ມີຄົນຮ້າຍຈົກກະເປົາເງິນຂອງປະຊາຊົນ
ທ່ານໜຶ່ງຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ເສຍຫາຍ
1,2 ລ້ານກີບ, 500 ບາດ (ສະກຸນເງິນໄທ), 10 ໂດລາສະຫະລັດ, ທະ ບຽນລົດ 2 ໃບ, ບັດເອທີເອັມ
ແລະ ບັດປະຈຳຕົວ ແລະ ເວລາ ປະມານ 21:00 ໂມງຂອງວັນທີ 6 ຕຸລາ, ມີຄົນຮ້າຍຈົກເອົາກະ
ເປົາເງິນຂອງປະ ຊາຊົນທ່ານໜຶ່ງ ຢູ່ບ້ານໂພນຕ່ຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນເສຍຫາຍ
8 ແສນກີບ, 4 ພັນບາດ (ສະກຸນເງິນໄທ), 200 ໂດລາສະ ຫະລັດ, ບັດເອທີເອັມ, ບັດປະຈຳຕົວ
ແລະ ໃບທະບຽນລົດ.
ເວລາປະມານ 16:00 ໂມງຂອງວັນທີ 7 ຕຸລາ, ຄົນຮ້າຍ
ແຫກກະເປົາເງິນຂອງພົນລະ ເມືອງຜູ້ໜຶ່ງຢູ່ບ້ານໜອງທາໃຕ້ເມືອງຈັນທະບູລີ ນະຄອນຫລວງວຽງຈັນ,
ເສຍຫາຍ 1,2 ລ້ານກີບ ແລະ ເວລາປະມານ 19:00 ໂມງຂອງວັນທີ 9 ຕຸລາ, ໄດ້ມີຄົນຮ້າຍຈົກເອົາກະເປົາເງິນຂອງພົນລະ
ເມືອງຜູ້ໜຶ່ງຢູ່ບ້ານດອນກອຍ,ເມືອງສີສັດຕະນາກ, ນະຄອນ ຫລວງວຽງຈັນ ເສຍຫາຍ
1,3 ລ້ານກີບ, 100 ໂດລາສະຫະ ລັດ, ທະບຽນລົດ 2 ໃບ, ບັດປະຈຳຕົວ ແລະ ບັດເອທີເອັມ
ແລະ ວັນດຽວກັນຍິງສາວຄົນໜຶ່ງຢູ່ບ້ານດອນ ໜູນ ເມືອງໄຊທານີ ນະຄອນ ຫລວງວຽງຈັນ
ຖືກຄົນຮ້າຍຈົກເອົາໂທລະສັບມືຖືໜຶ່ງໜ່ວຍໃນ
ກະເປົາ ແລະ ຂະນະດຽວກັນ, ຄົນຮ້າຍຈົກເອົາກະເປົາເງິນຂອງນາງພົນລະເມືອງຜູ້ໜຶ່ງຢູ່ບ້ານສ້າງເຫວີຍ,
ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນມີທະບຽນລົດ 2 ໃບ, ບັດປະຈຳຕົວ 2 ໃບ, ປື້ມບັນຊີທະນາຄານ,
ບັດເອທີເອັມ, ເງິນສົດ 4 ແສນ ກີບ ເສຍຫາຍ ແລະ ຄືນວັນດຽວ ກັນຄົນລັກເອົາກະເປົາເງິນຂອງປະຊາຊົນທ່ານໜຶ່ງຢູ່ບ້ານໂພນໄຊ,ເມືອງໄຊເສດຖາມີໂທລະສັບມືຖື
1 ໜ່ວຍມູນຄ່າ 5 ລ້ານກວ່າກີບ, ເງິນສົດ 8 ແສນກີບເສຍ ຫາຍ ແລະ ເວລາປະມານ 12
:00 ໂມງຂອງມື້ ດຽວກັນໄດ້ມີຄົນຮ້າຍລັກກະເປົາເງິນຂອງຮ້ານຂາຍເຄື່ອງແຫ່ງໜຶ່ງພາຍໃນງານບຸນມີເງິນ
3 ລ້ານກີບ, ໂທລະ ສັບ, ບັດປະຈຳຕົວ, ທະບຽນລົດໃຫຍ່ ແລະ ທະບຽນລົດຈັກເສຍ ຫາຍ. ສະນັ້ນ,
ໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້ກໍຈະແມ່ນບຸນນະມັດ ສະການພະທາດຫລວງ ຈຶ່ງຂໍໃຫ້ທຸກຄົນມີສະຕິລະວັງຕົວເກັບມ້ຽນຊັບສີນທີ່ມີຄ່າໃຫ້ດີ
ແລະ ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການຕິດຕາມກຸ່ມຄົນບໍ່ດີທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບໃນສັງຄົມມາດຳເນີນຄະດີຕາມລະບຽບກົດໝາຍ.
No comments:
Post a Comment