ທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນ
ສົ່ງ (ຍທຂ) ບຸນຈັນ ສີນທະວົງ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ການບູລະນະເສັ້ນທາງຫລວງ
ແຫ່ງຊາດ ແລະ ທ້ອງຖິ່ນແມ່ນ ມີຄວາມຈຳເປັນເພື່ອຮັບປະກັນ ໃຫ້ການສັນຈອນມີຄວາມສະ ດວກໂລ່ງລ່ຽນ
ແລະ ການປົກ ປັກຮັກສາ, ຟື້ນຟູບັນດາເສັ້ນ ທາງຫລັກເພື່ອເຊື່ອມ ຕໍ່ການຄົມ ມະນາຄົມນັບແຕ່ເໜືອຮອດໃຕ້
ແລະ ເຊື່ອມຈອດພາກພື້ນຈຶ່ງແມ່ນຍຸດ ທະສາດສຳຄັນເພື່ອສາມາດກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ລວມ ເຖິງວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ຜ່ານການເກັບກຳສະ ພາບຕົວຈິງ ຂອງເສັ້ນທາງທີ່ຈະຕ້ອງໄດ້ປັບປຸງ
ສ້ອມແປງເປັນຕົ້ນ: ການສີດ ຢາງ, ປູຢາງທັບໃຫ້ຢູ່ໃນສະ ພາບດີເພື່ອເພີ່ມອາຍຸການນຳໃຊ້ແຕ່ປີ
2015 - 2020 ມີຄວາມ ຍາວ 7 ພັນກວ່າກິໂລແມັດ ແລະ ຕ້ອງ ການງົບປະມານຫລາຍກວ່າ 3 ພັນຕື້ກີບ,
ສ່ວນທາງຫລວງທ້ອງ ຖິ່ນແມ່ນສຸມໃສ່ບັນດາເສັ້ນທາງທີ່ຮັບໃຊ້ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ວຽກ ງານພັດທະນາເສດຖະກິດ, ເຂົ້າ ຫາສະຖານທີ່ ທ່ອງທ່ຽວ, ເຂດທີ່ໝັ້ນ ການປະຕິວັດ ແລະ ເປົ້າ
ໝາຍລືບລ້າງຄວາມທຸກຍາກມີ ຄວາມຍາວປະມານ 30 ພັນກວ່າ ກິໂລແມັດ ແລະ ມີຄວາມຕ້ອງ ການງົບປະມານໃນການນຳໃຊ້
ເຂົ້າໃນການປະຕິບັດຕົວຈິງ 5 ພັນກວ່າຕື້ກີບ.
No comments:
Post a Comment