ເຈົ້າໜ້າທີ່ ປກສ ແຂວງອັດຕະປື ໃຫ້ຮູ້ວ່າ:
ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຂອງຕົນ ສາມາດມ້າງຂະບວນການຄ້າຂາຍຢາເສບຕິດ ຕົວອັນຕະລາຍໃນເຮືອນຫລັງໜຶ່ງຢູ່ບ້ານສາມັກຄີ,
ເມືອງສາ ມັກຄີໄຊ, ສາມາດຈັບຜູ້ຕ້ອງຫາໄດ້ຄື: ທ້າວ ຈັນ ອາຍຸ 37 ປີ ແລະ ນາງ ວຽງ
ອາຍຸ 32 ປີ ທັງສອງເປັນຄູ່ຜົວເມຍກັນ ແລະ ເປັນເຈົ້າຂອງເຮືອນ ແລະ ທ້າວ ໄຊພອນ
ອາຍຸ 28 ປີຢູ່ບ້ານດ່ານດອນຈັນ,ເມືອງລະມາມ, ແຂວງເຊກອງ ເຊິ່ງເປັນລູກຄ້າທີ່ພວມຊື້ຢາບ້ານຳກັນຢູ່ເຮືອນດັ່ງກ່າວ,
ພ້ອມຂອງກາງຢາບ້າ 4 ພັນເມັດ, ເງິນ ສົດໜຶ່ງລ້ານກວ່າກີບ ແລະ ໂທ ລະສັບມືຖື
6 ໜ່ວຍ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.ເຈົ້າໜ້າທີ່ໃຫ້ຮູ້ວ່າ:
ພວກກ່ຽວແມ່ນຂະບວນການຄ້າຂາຍຢາເສບຕິດອັນຕະລາຍ ແລະ ເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນນານສົມຄວນ,
ແຕ່ເນື່ອງຈາກການຊື້-ຂາຍຂົນສົ່ງຢາເສບຕິດຂອງພວກກ່ຽວໃນໄລຍະຜ່ານມາແມ່ນມີວິທີເລິກແລບແນບນຽນຈຶ່ງບໍ່ມີຫລັກຖານທີ່ຈະເອົາຜິດໄດ້,
ຈົນໃນທີ່ສຸດເຈົ້າໜ້າທີ່ພວກເຮົາກໍສາມາດຈັບຕົວຂະບວນການດັ່ງກ່າວມາດຳເນີນຄະດີໄດ້.
No comments:
Post a Comment