ເຈົ້າໜ້າທີ່ພະແນກຈະລາຈອນນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ເວລາປະມານ 16:30 ໂມງ ຂອງວັນທີ 12 ຕຸລານີ້, ໄດ້ເກີດອຸປະຕິເຫດຢູ່ເສັ້ນທາງເລກ
13 ໃຕ້ເຂດບ້ານນາຊອນ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ, ເຊິ່ງແມ່ນລົດກະບະວີໂກ້ໝາຍເລກທະບຽນ
ກອ 2349 ກຳແພງນະຄອນຂັບໂດຍທ້າວ ຈັນເພັງ ວັນນະວົງ ອາຍຸ 30 ປີຢູ່ບ້ານສົມສະໜຸກ,
ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນຕຳລົດຈັກໝາຍເລກທະບຽນ ດກ 2774 ກຳແພງນະຄອນ,ຂັບຂີ່ໂດຍນາງ
ເສັງ ອາຍຸ 18 ປີ, ສັນ ຊາດກຳປູເຈຍ ພັກເຊົາຊົ່ວຄາວຢູ່ບ້ານນາຊອນ ເມືອງປາກງື່ມ
ນະຄອນຫລວງວຽງຈັນ ເສຍຊີ ວິດຄາທີ່ ແລະ ຜ່ານການສືບ ສວນ-ສອບສວນຂອງເຈົ້າໜ້າທີ່ຮູ້ວ່າ:
ລົດກະບະແມ່ນແລ່ນມາແຕ່ນະຄອນຫລວງວຽງຈັນ ເພື່ອຈະໄປບ້ານພ້າວ, ສ່ວນລົດຈັກແມ່ນແລ່ນສວນທາງມາແຕ່
ບ້ານພ້າວ ແລະ ພໍຮອດຈຸດເກີດເຫດລົດຈັກໄດ້ລ້ຽວເຂົ້າຮ່ອມຟາກທາງແຕ່ບໍ່ວິດຈຶ່ງຖືກລົດໃຫຍ່ຕຳເສຍຊີວິດຄືດັ່ງກ່າວ.
No comments:
Post a Comment