Ad

Ad

14 October 2014

ລັດວິສາຫະກິດ ແລະ ຕິດຕັ້ງໄຟຟ້າແຂວງຈຳປາສັກຫັນໄປສູ່ການດຳເນີນທຸລະກິດແບບມອບເຫມົາ



       ເມື່ອທ້າຍອາທິດຜ່ານມາຢູ່ ສະໂມສອນລັດວິສະຫະກິດກໍ່ ສ້າງແລະຕິດຕັ້ງໄຟ ຟ້າ (ກ.ຕ.ຟ) ແຂວງຈຳປາສັກໄດ້ຈັດໃຫ້ມີ ກອງປະຊຸມເພື່ອຍົກລະດັບການ ໃຫ້ບໍລິ ການວ່ອງໄວແລະຮັບປະກັນຄຸນນະພາບ ແລະ ມີການເຊັນສັນຍາເພື່ອຫັນໄປສູ່ການ ດຳເນີນທຸລະກິດແບບມອບເໝົາ ຮ່ວມກັນລະຫວ່າງລັດວິສາຫະກິດດັ່ງກ່າວ ແລະ ໂຮງານຜະລິດເສົາໄຟຟ້າເມືອງປາກເຊໂດຍ ເຂົ້າຮ່ວມຂອງທ່ານ  ດຣ ຄຳມະນີ ອິນທິ ຣາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະບໍ່ແຮ່, ທ່ານບົວສອນ  ວົງ ສອງຄອນ ຮອງເຈົ້າແຂວງໆຈຳປາ ສັກເຂົ້າຮ່ວມເປັນສັກຂີພິຍານນຳອີກ.
       ຜູ້ອຳນວຍການໃຫ່ຍລັດວິ ສະຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟ ຟ້າ (ກ.ຕ.ຟ) ໄດ້ມີຄຳເຫັນຕໍ່ທີ່ປະ ຊຸມ ວ່າ: ພາຍຫຼັງ ທີ່ລັດວິສາຫະກິດຂອງຕົນໄດ້ມີການປັບປຸງໃໝ່ໃນການເຄື່ອນໄຫວທຸລະກິດມາ ແຕ່ຕົ້ນປີ 2014 ພະນັກງງານການນຳ ແລະ ກຳມະກອນໄດ້ ພ້ອມພຽງກັນບຸກບືນຜ່ານຜ່າ ຄວາມຫຍຸ້ງຍາກນາໆປະການ ຈົນສາມາດແກ້ໄຂໜ້າວຽກສຳ ຄັນເປັນຕົ້ນແມ່ນ ໄດ້ປັບປຸງແຜນດຳເນີນທຸລະກິດຂອງຕົນເພື່ອໃຫ້ສອດຄ່ອງກັບເງື່ອນໄຂໃນ ຄວາມເປັນຈິງຂອງຕະຫລາດ ພ້ອມກັນນີ້ກໍໄດ້
ເອົາໃຈໃສ່ຊອກຫາແຫຼ່ງທຶນພ້ອມເຂົ້າຮ່ວມໂຄງການຕ່າງໆຕາມຄວາມສາມາດຂອງຕົນ, ນອກນັ້ນ ກຕຟ ຍັງໄດ້ຕັ້ງໜ້າຊອກ ຫາແຫຼ່ງລາຍຮັບເພື່ອຍົກລະດັບການແກ້ໄຂການບໍລິການຂອງຕົນໃຫ້ຊອກຫາການຮ່ວມມືທາງດ້ານທຸລະກິດໃຫ້ຫລາຍຂຶ້ນ.
       ອຳນວຍການໃຫຍ່ເວົ້າວ່າ :  ເຖິງວ່າໃນໄລຍະຜ່ານມາຈະມີ ອຸປະສັກແລະຄວາມຫຍຸ້ງຍາກຫຼາຍປະການແຕ່ດ້ວຍການຊີ້ ນຳໆພາຂອງຄະນະພັກ, ຄະນະອຳນວຍການຈິ່ງເຮັດໃຫ້ການດຳເນີນທຸລະກິດມີທ່າກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ທຸ ລະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໃນບັນດາແຂວງພາກໃຕ້ມີບົດບາດກ້າວຂຶ້ນສູ່ໃບໜ້າໃໝ່.

No comments:

Post a Comment