Ad

Ad

14 October 2014

ວຽກງານມາດຕະຖານໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ



     ເນື່ອງໃນໂອກາດວັນມາດ ຕະຖານໂລກຄົບຮອບ 67 ປີ (14/ 10/1947-14/10/2014) ທ່ານ ສາດສະດາຈານ ດຣ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ, ປະທານສະພາວິທະ ຍາສາດແຫ່ງຊາດ ໄດ້ກ່າວໃນວັນທີ 13 ຕຸລານີ້ວ່າ: ສປປ ລາວ, ໄດ້ລິເລີ່ມການເຄື່ອນໄຫວວຽກ ງານມາດຕະຖານເປັນທາງການມາແຕ່ປີ 1993  ແລະ ໄດ້ອອກ ກົດໝາຍ, ດໍາລັດ ແລະ ຂໍ້ຕົກລົງຕ່າງໆທີ່ສອດຄ່ອງກັບລະບຽບຂອງອົງການການຄ້າໂລກເຊັ່ນ: ປັບປຸງກົດ ໝາຍວ່າ ດ້ວຍມາດຕະຖານ, ກົດໝາຍມາດຕະຖານ ວັດແທກ, ດັດແກ້ຂໍ້ຕົກລົງວ່າ ດ້ວຍການຂຶ້ນທະບຽນຜະລິດຕະພັນ ແລະ ສິນຄ້າ, ການນຳໃຊ້ ກາມາດຕະຖານຜະລິດຕະພັນ ແລະ ສິນຄ້າ, ການກວດສອບ ຄຸນນະພາບສິນຄ້າ, ຂໍ້ຕົກລົງວ່າ ດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຈຸດສອບຖາມສິ່ງກີດຂວາງທາງເຕັກນິກຕໍ່ການຄ້າ, ປັດຈຸບັນວຽກງານມາດ ຕະຖານ ຢູ່ລາວໄດ້ມີການ ຄຸ້ມຄອງ ແລະ ປັບປຸງໃຫ້ມີຄຸນນະພາບທີ່ດີຂຶ້ນ ເທື່ອລະກ້າວ, ໂດຍເຄື່ອນໄຫວ ພາຍໃຕ້ຄວາມຮັບຜິດຊອບ ຄຸ້ມຄອງມະຫາພາກຂອງກົມມາດ ຕະຖານ ແລະ ວັດແທກຂຶ້ນກັບ ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີໄດ້ສ້າງ ແລະ
ປະກາດ ໃຊ້ມາດ ຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນຕ່າງໆໄດ້ 144 ມາດຕະຖານ,ໃນນັ້ນໄດ້ຮັບຮອງເອົາມາດຕະ ຖານໄຟຟ້າ-ອີເລັກ ໂຕຣ ນິກຂອງສາກົນມາເປັນ ມາດຕະຖານແຫ່ງຊາດຈຳນວນ 119 ມາດຕະຖານ, ອະນຸຍາດ ນຳໃຊ້ກາ ໝາຍມາດຕະຖານ ແຫ່ງຊາດ ໄດ້ຈຳນວນ 23 ຜະລິດຕະພັນເປັນຕົ້ນ: ບໍລິສັດນ້ຳດື່ມ ກາປາໂລມາຄຳ ແລະ ບໍລິສັດຊີ ມັງກາຊ້າງຄຳແມ່ນໄດ້ຮັບການ ຢັ້ງຢືນ ລະບົບມາດຕະຖານສາກົນ, ຂຶ້ນທະບຽນກວດກາຄຸນນະພາບຜະລິດຕະພັນ ແລະ ສິນຄ້າໄດ້ 100 ລາຍການ. ພ້ອມ ດຽວ ກັນນີ້, ກໍໄດ້ເຂົ້າຮ່ວມການເຄື່ອນໄຫວວຽກງານຄະນະກຳມະການທີ່ປຶກສາດ້ານ ມາດຕະຖານ ແລະ ຄຸນນະພາບອາຊຽນ ກັບບັນດາກະຊວງ ແລະ ຂະແໜງການຕ່າງໆ.
     ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ຕື່ມວ່າ: ປີ 2014 ນີ້, ອົງການມາດຕະຖານສາກົນ ໄດ້ມີຄຳຂວັນວ່າ “ນຳໃຊ້ມາດຕະຖານໃນທຸກລະດັບຂົງເຂດວຽກງານ ” ແລະ ໄດ້ເນັ້ນໃຫ້ເຫັນເຖິງບົດບາດສຳຄັນຂອງວຽກ ງານມາດຕະຖານໃນການພັດທະນາຂະແໜງການຕ່າງໆເຊັ່ນ: ຂະແໜງໄຟຟ້າ-ເອເລັກໂຕຣນິກ, ຂະແໜງເຕັກໂນໂລຊີຂໍ້ມູນ ຂ່າວສານ, ຂະແໜງການຄ້າ ແລະ ອຸດສາຫະກຳ, ຂະແໜງສາທາລະນະສຸກ ແລະ ຂະແໜງສິ່ງ ແວດລ້ອມຕະຫລອດ ເຖິງການ ຖ່າຍທອດເຕັກໂນໂລຊີ ຂອງຜູ້ປະກອບການຈາກປະເທດທີ່ພັດທະນາແລ້ວໄປສູ່ບັນດາປະເທດ ທພວມພັດທະນາ ແລະ ເພື່ອ ກະກຽມເຂົ້າປະຊາຄົມເສດຖະກິດ ອາຊຽນໃນປີ 2015 ນີ້ ໜ່ວຍ ງານມາດຕະຖານຍັງໄດ້ມີການ ເຊື່ອມຈອດ ຫລັກການ ກວດສອບດ້ານຜະລິດຕະພັນສິນຄ້າຫຸ້ມຫໍ່, ລະບົບການກວດສອບຊິງຊັ່ງລົດບັນທຸກ ແລະ ເຊື່ອມຈອດມາດ ຕະຖານໃນຂົງເຂດຕ່າງໆລະຫວ່າງປະເທດສະມາຊິກອາຊຽນຮ່ວມມືກັບພາກເອກະຊົນໃນການສ້າງຫ້ອງທົດລອງກວດສອບຄຸນນະ ພາບຜະລິດຕະພັນ ແລະ ສິນຄ້າ ໂດຍສອດຄ່ອງກັບລະບຽບຂອງມາດຕະຖານຂອງພາກພື້ນ ແລະ ສາກົນ, ສ້າງລະບົບການ ໃຫ້ລາງວັນຄຸນນະພາບດີເດັ່ນ, ສ້າງລະບົບການປະຕິບັດວຽກ ງານກວດກາ ແລະ ຢັ້ງຢືນຄຸນ ນະພາບຜະລິດຕະພັນ ແລະ ສິນ ຄ້າຕາມມາດຕະຖານສາກົນ, ປະຕິບັດລະບຽບການຂອງອົງ ການການຄ້າໂລກ ແລະ ສັນຍາ ການຫລຸດຜ່ອນສິ່ງກີດຂວາງ ດ້ານ ເຕັກນິກຕໍ່ການຄ້າອື່ນໆ.

No comments:

Post a Comment