ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໃຫ້ທິດຊີ້ນຳໃນໂອກາດທີ່ນະ ຄອນຫລວງວຽງຈັນເປີດຂະບວນການ
ແຂ່ງຂັນ “ຮັກຊາດ ແລະ ພັດທະນາ, ຮັກ ນະຄອນຫລວງ ແລະ ຮ່ວມສ້າງນະຄອນຫລວງ” ໃນວັນທີ 10 ຕຸລາຜ່ານມານີ້ວ່າ:
ຄະນະ ພັກນະຄອນຫລວງວຽງຈັນ ຕ້ອງເພີ່ມທະວີການນຳພາ ແລະ ສ້າງຂະບວນ ການແຂ່ງຂັນ “ຮັກຊາດ ແລະ
ພັດທະນາ” ບົນເນື້ອ ໃນຈິດໃຈ 4 ບຸກທະລຸທີ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກວາງອອກເປັນຕົ້ນຄາດໝາຍການ ພັດທະນາ ເສດຖະກິດໂດຍສະເພາະດ້ານອຸດສາຫະກຳ-ຫັດຖະກຳ, ການບໍລິການ ແລະ ກະສິກຳ, ການຜະລິດເປັນສິນຄ້າ,
ປູກຝັງ-ລ້ຽງສັດ, ການສ້າງເສດຖະກິດ, ການນຳໃຊ້ວິທະຍາສາດເຕັກນິກໃໝ່, ຍົກສະ ມັດຕະພາບ ແລະ
ຄຸນນະພາບຂອງການຜະລິດລວມທັງ ແຂ່ງຂັນກັນປະຢັດ ແລະ ອື່ນໆ.
ທ່ານນາຍົກລັດຖະມົນຕີໄດ້ເນັ້ນຕື່ມວ່າ: ໃຫ້ບັນດາຄະນະພັກນະຄອນຫລວງວຽງຈັນ
ແຕ່ລະຂັ້ນເອົາໃຈໃສ່ຕໍ່ການ ຊີ້ນຳ- ນຳພາໃນຂົງເຂດທີ່ຕົນຮັບຜິດຊອບຢ່າງເປັນປົກກະຕິເພື່ອແນໃສ່ເຮັດໃຫ້ມີຂະບວນການແຂ່ງຂັນຢ່າງຕັ້ງໜ້າໂດຍຕິດພັນກັບຄຳ
ຂວັນ “ຮັກຊາດ ແລະ ພັດທະນາ” ໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການນຳພາຂອງຕົ້ນຕໍ່ວຽກງານແຂ່ງຂັນ-ຍ້ອງຍໍ,
ເອົາໃຈ
ໃສ່ປະຕິບັດບັນດາຄາດໝາຍດ້ານວັດທະນະທຳ-ສັງຄົມເຊັ່ນ: ການລຶບລ້າງຄວາມທຸກຍາກ, ການເຝິກອົບຮົມວິຊາຊີບ,
ແກ້ ໄຂການບໍ່ມີວຽກເຮັດງານທຳ, ຍົກລະດັບການສຶກສາ ແລະ ຄວາມຮູ້ດ້ານວິຊາການ, ການປະຕິບັດບັນດາຄາດໝາຍດ້ານສາ
ທາລະນະສຸກ, ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ, ການປະຕິບັດວຽກງານສະຫວັດດີການສັງຄົມ,
ການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ການສ້າງສະຕິຊາດ, ສະຕິເຄົາລົບກົດ
ໝາຍ ແລະ ຈັນຍາບັນອື່ນໆໃຫ້ໄດ້ຮັບໝາກຮັບຜົນຕົວຈິງ.
ພ້ອມກັນນີ້ ໄດ້ສະເໜີໃຫ້ຄະນະນຳນະຄອນຫລວງແຕ່ລະຂັ້ນຈົ່ງເພີ່ມທະວີການນຳພາການເມືອງແນວຄິດໃຫ້ເຂັ້ມແຂງ
ດ້ວຍການແຂ່ງຂັນປະຕິບັດແນວທາງ ແລະ ບັນດາຄາດໝາຍການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ
ດ້ານທີ່ພັກ-ລັດວາງອອກເພື່ອຮັບປະກັນໃຫ້ທົ່ວປະເທດເວົ້າລວມ, ເວົ້າສະເພາະແມ່ນທົ່ວນະຄອນຫຼວງ
ມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ,
ມີສະຕິລະວັງ ຕົວ ແລະ ຕ້ານທຸກ ກົນອຸບາຍທຳລາຍມ້າງເພຂອງພວກຄົນບໍ່ຫວັງດີຕໍ່ພັກ, ຕໍ່ປະເທດຊາດ,
ຕໍ່ລະບອບປະຊາທິປະໄຕປະຊາຊົນລາວ ແລະ ປັບ ປຸງລະບົບການເມືອງໃຫ້ໜັກແໜ້ນ-ເຂັ້ມແຂງ, ຖືສຳຄັນການເພີ່ມທະວີການນຳພາຂອງພັກກັບການເສີມຂະຫຍາຍຄວາມສັກ
ສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນການຈັດຕັ້ງ,
ຄວາມ ສາມັກຄີເປັນປຶກແຜ່ນຂອງຊາວນະຄອນຫລວງວຽງຈັນ. ພ້ອມນັ້ນກໍໃຫ້ຫັນປ່ຽນເອົາວຽກງານ “ແຂ່ງຂັນ-ຍ້ອງຍໍ”
ແລະ ການ ສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ເປັນແຜນການເຄື່ອນໄຫວລະອຽດຂອງຄະນະພັກແຕ່ລະຂັ້ນໃນການ
ຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນຜົນງານຂອງບຸກຄົນ, ກົມກອງລວມໝູ່ ແລະ ຄົ້ນຄວ້າສະເໜີຍ້ອງຍໍໃຫ້ຊັດເຈນ,
ຖືກ ຕ້ອງ-ທົ່ວເຖິງທຸກເປົ້າໝາຍ ແລະ ເໝາະສົມກັບຜົນງານຕົວຈິງຕາມການແຂ່ງຂັນປົກກະຕິ ແລະ
ການແຂ່ງຂັນຕາມແຕ່ລະ ບັ້ນ. ໃນນີ້ກໍໃຫ້ມີການປັບປຸງກົງຈັກການຈັດຕັ້ງທີ່ເຮັດວຽກງານແຂ່ງຂັນ-ຍ້ອງຍໍນັ້ນໃຫ້ມີຄຸນນະພາບ,
ມີຄວາມຮູ້-ຄວາມສາ ມາດໃນການປະຕິບັດໜ້າທີ່ໄດ້ຢ່າງຖືກຕ້ອງ ແລະ ມີຄວາມເປັນເອກະພາບກັນ.
No comments:
Post a Comment