ເຊົ້າວັນທີ 9 ຕຸລາຜ່ານມານີ້, ທ່ານຮອງນາຍົກລັດຖະມົນຕີ
ສົມສະຫວາດ ເລັ່ງສະຫວັດ ຜູ້ຊີ້ ນຳວຽກງານເສດຖະກິດການ ຜະລິດ ແລະ ຈະລາຈອນ ໄດ້ເຄື່ອນໄຫວຢ້ຽມຢາມ
ແລະ ຊີ້ນຳບັນດາໂຄງການຄ້ຳປະກັນສະບຽງອາຫານຂອງ ກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງມີທ່ານ ວິໄລວັນ
ພົມເຂ ລັດຖະມົນຕີວ່າການ ກະຊວງດັ່ງກ່າວພ້ອມຄະນະນຳກະຊວງໃຫ້ການຕ້ອນຮັບຢ່າງ ອົບອຸ່ນ.
ໂຄງການຄ້ຳປະກັນສະບຽງອາຫານເປັນໂຄງການບຸລິມະສິດທີ່ພັກ
ແລະ ລັດຖະບານເຮົາໄດ້ ຮັບຮອງເອົາເພື່ອສາມາດຄ້ຳ ປະກັນສະບຽງອາຫານໄປຄຽງຄູ່ກັບການເພີ່ມຂຶ້ນຂອງພົນລະເມືອງຊຶ່ງຄາດວ່າ ຮອດປີ
2025 ຈະມີປະມານ 8,7 ລ້ານຄົນ ດັ່ງ ນັ້ນ, ລັດຖະບານຈຶ່ງໄດ້ກຳນົດເອົາ 10 ແຂວງເປົ້າໝາຍເພື່ອຜະລິດກະສິ ກຳເປັນຕົ້ນຕໍຄື:
ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບູ ລີ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ,
ຈຳປາສັກ ແລະ ນະຄອນຫລວງວຽງຈັນ.
ໂອກາດນີ້, ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ
ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ຂະແໜງການ ຍາດມາໄດ້ແຕ່ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາໃນການຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ,
ໃນນັ້ນ ໃຫ້ເບິ່ງຄືນນະໂຍບາຍ 12 ຂໍ້ທີ່ກຳນົດໄວ້ໃນໂຄງການດັ່ງກ່າວວ່າມີອັນໃດຕ້ອງເພີ່ມເຕີມ
ຫລື ປັບປຸງຕື່ມເພື່ອໃຫ້ສອດ ຄ່ອງກັບການຈັດຕັ້ງປະຕິບັດ, ໂດຍສະເພາະໃນ 10 ແຂວງເປົ້າໝາຍກ່ຽວກັບລະບົບສະນອງນ້ຳຊົນລະປະທານ,
ການປັບປຸງ ດິນເພື່ອໃຫ້ແຕ່ລະພື້ນທີ່ສາມາດນຳໃຊ້ແນວພັນອັນດຽວກັນໄດ້ຢ່າງມີປະສິດທິພາບ, ພ້ອມທັງກຳນົດແນວພັນໃຫ້ສອດຄ່ອງກັ
ບສະພາບອາກາດໃນແຕ່ລະເຂດ-ແຕ່ລະແຂວງ, ໃຫ້ເອົາໃຈໃສ່ຖອດຖອນບົດຮຽນຈາກປະເທດເພື່ອນມິດຍຸດທະສາດໂດຍສະ
ເພາະຮູບແບບການຮ່ວມທຸລະກິດການຜະລິດກັບປະຊາຊົນ, ສົມທົບກັບກະຊວງກົມກອງທີ່ກ່ຽວຂ້ອງເພື່ອປົກປັກຮັກສາປ່າ
ໃນເຂດຍອດນ້ຳໃຫ້ມີຄວາມຍືນຍົງໃນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ, ສຸມໃສ່ປັບປຸງບັນດາສູນກະສິກຳຕ່າງໆໃຫ້
ສາມາດຕອບສະໜອງໄດ້ທັງເຕັກນິກ, ວິຊາການ ແລະ ແນວພັນທີ່ເໝາະສົມ, ເອົາໃຈໃສ່ສ້າງກຸ່ມການຜະລິດໃຫ້ເຂັ້ມແຂງ
ແລະ ສາມາດນຳໃຊ້ເຄື່ອງມືການຜະລິດໃຫ້ມີປະສິດທິພົນສູງ.
No comments:
Post a Comment