Ad

Ad

13 October 2014

ກອງປະຊຸມສຸດຍອດອາຊີ-ເອີຣົບ (ASEM) ຄັ້ງທີ 10 ຈະໄຂຂຶ້ນໃນວັນ 16 - 17 ຕຸລານີ້ ຢູ່ນະຄອນມິລານປະເທດອີຕາລີ



    ໃນທ້າຍອາທິດຜ່ານມານີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນ ຫລວງວຽງຈັນ, ທ່ານອຸປະທູດສະຫະພາບເອີ ຣົບ, ທ່ານທູດຝລັ່ງ ແລະ ທ່ານທູດ ເຢຍລະມັນປະຈຳລາວ,ໄດ້ແຈ້ງໃຫ້ຮູ້ກ່ຽວກັບການດຳເນີນກອງປະຊຸມສຸດຍອດ ອາຊີ-ເອີ ຣົບ (ອາ ເຊັມ ASEM) ຄັ້ງທີ 10 ເຊິ່ງຈະໄຂຂຶ້ນຢ່າງເປັນທາງການໃນ ວັນທີ 16-17 ຕຸລານີ້ທີ່ນະຄອນມິລານ, ປະເທດອີຕາລີ ແລະ ຄາດວ່າຄະນະຜູ້ ແທນລາວຈະ ນຳໂດຍທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃຫ້ກຽດເຂົ້າ ຮ່ວມ.
    ທ່ານອຸປະທູດສະຫະພາບເອີຣົບປະຈຳລາວ ມີແຊນ ໂກ ແຟງ ກ່າວວ່າ: ອາເຊັມ ເປັນເວທີ ເຈລະຈາປືກສາຫາລືລະຫວ່າງ ປະເທດຄູ່ຮ່ວມຢູ່ສອງທະວີບອາຊີ-ເອີຣົບໃນດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງ ຄົມ, ໂດຍກອງປະຊຸມອາເຊັມ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ, ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ກອງ ປະຊຸມຄັ້ງທີ 10 ນີ້ ກໍຈະມີຄະ
ນະຜູແທນລະດັບປະມຸກລັດຈາກປະເທດຕ່າງໆໃນສອງທະວີບມາ ຮ່ວມ ແລະ ມາຮອດປັດຈຸບັນ ໄດ້ມີ 41 ປະເທດຕອບຮັບ ເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ ແລະ ຈະໄດ້ຮັບຮອງເອົາປະເທດ ໂຄອາຊີຈາກທະວີບເອີຣົບ ແລະ ປະເທດກາຊັກສະ ຖານຈາກທະວີບອາຊີ ເຂົ້າເປັນສະມາຊິກອາເຊັມໃໝ່, ເຊິ່ງຈະເຮັດໃຫ້ສະມາ ຊິກອາເຊັມເພີ່ມຂຶ້ນຈາກ 51 ມາ ເປັນ 53 ປະເທດ, ອັນໄດ້ສະແດງ ໃຫ້ເຫັນວ່າອາເຊັມແມ່ນຂອບການຮ່ວມມືທີ່ມີປະສິດທິພາບ ແລະ ມີການຂະຫຍາຍຕົວເປັນກ້າວໆ, ຂະນະທີ່ ລວມຍອດຜະລິດພາຍໃນທັງໝົດຂອງອາເຊັມກວມເອົາເກືອບເຄິ່ງຂອງເສດຖະກິດໂລກ.
     ກອງປະຊຸມຄັ້ງນີ້ຈະເນັ້ນໃສ່ບັນຫາການເຊື່ອມໂຍງໃນພາກພື້ນອາຊີເປັນຕົ້ນຕໍ ແລະ ຫົວຂໍ້ນີ້ ສປປ ລາວ ກໍມີຄວາມເຫັນ ດີ ຫລາຍ, ເນື່ອງຈາກວ່າເປັນການຊຸກຍູ້ໃຫ້ແຜນການເຊື່ອມໂຍງອາຊຽນເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ປະເທດລາວ ເຊິ່ງ ເປັນປະເທດບໍ່ມີທາງອອກສູ່ທະເລ ( Land Lock) ສາມາດມີທາງອອກສູ່ທະເລ (Land Link) ປາກົດຜົນເປັນຈິງ ໂດຍໄວ. ນອກຈາກນີ້, ໄດ້ມີກອງປະຊຸມສຳຄັນອື່ນໆປີ່ນອ້ອມເຊັ່ນ: ໃນວັນທີ 7 ຕຸລາຜ່ານມາກໍມີກອງປະຊຸມພາກລັດຖະສະ ພາອາ ເຊັມ, ວັນທີ 10 ຕຸລາແມ່ນກອງປະຊຸມພາກປະຊາຊົນ ແລະ ກ່ອນໜ້າເປີດກອງປະຊຸມອາເຊັມໜຶ່ງມື້ແມ່ນກອງປະ ຊຸມພາກ ທຸລະກິດ.
     ທ່ານທູດຝລັ່ງປະຈຳລາວ ກ່າວວ່າ: ຝລັ່ງແມ່ນປະເທດໜຶ່ງທີ່ໄດ້ຮ່ວມລິເລີ່ມ ແລະ ຊຸກຍູ້ການ ກໍຕັ້ງກອງປະຊຸມອາເຊັມ ແລະ ເຫັນວ່າການຮ່ວມມືດັ່ງກ່າວໄດ້ຊ່ວຍໃຫ້ສອງທະວີບອາຊີ-ເອີຣົບ ມີການພົວພັນຮ່ວມມືຫລາຍຂຶ້ນຊຶ່ງພົ້ນເດັ່ນທີ່ສຸດກໍ ແມ່ນພື້ນຖານເສດຖະກິດຂອງສອງທະວີບມີການຂະຫຍາຍຕົວ, ຂະນະທີ່ທ່ານທູດເຢຍລະມັນກໍໄດ້ກ່າວວ່າ: ເຢຍລະມັນ ແມ່ນໜຶ່ງໃນບັນດາປະເທດທີ່ກໍຕັ້ງສະຫະພາບເອີຣົບ ແລະ ໄດ້ໃຫ້ການສະໜັບການຈັດກອງປະຊຸມອາເຊັມທຸກຄັ້ງ ແລະ ກອງປະຊຸມອາເຊັມຄັ້ງທີ 10 ນີ້ ຜູ້ນຳສູງສຸດຂອງເຢຍລະມັນກໍຈະເຂົ້າຮ່ວມ ແລະ ຫວັງວ່າກອງປະຊຸມຈະໄດ້ຮັບຜົນສຳ ເລັດຄືກັບທຸກໆຄັ້ງຜ່ານມາ.

No comments:

Post a Comment