Ad

Ad

13 October 2014

ທະນາຄານພັດທະນາ ແລະ ການລົງທຶນຫວຽດນາມ ແລະ ທະນາຄານລາວຫວຽດສືບຕໍ່ໃຫ້ການຊ່ວຍເຫລືອລາວຕື່ມອີກ



         ພິທີມອບ-ຮັບການຊ່ວຍເຫລືອຈາກທະນາຄານພັດທະນາ ແລະ ການລົງ ທຶນ ສສ ຫວຽດນາມ (BIDV) ແລະ ທະນາ ຄານຮ່ວມທຸລະກິດລາວຫວຽດ ( Lao VietBank) ໃຫ້ແກ່ສະພາແຫ່ງ ຊາດ ລາວຈຳນວນ 300.000 ໂດລາສະ ຫະລັດ ຫລື ປະມານ 2,4 ຕື້ກີບ ໄດ້ມີຂຶ້ນໃນວັນທີ 9 ຕຸລານີ້, ທີ່ນະຄອນຫລວງ ວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງປານີ ຢາທໍຕູ້ ປະທານສະພາ ແຫ່ງຊາດ ແລະ ຝ່າຍຫວຽດນາມຕາງຫນ້າໂດຍທ່ານ ດວານຫວຽດນາມ ອຳ ນວຍການໃຫຍ່ທະນາຄານລາວຫວຽດ.
    ການຊ່ວຍເຫລືອດັ່ງກ່າວເພື່ອແນໃສ່ສະຫນັບສະຫນູນການເຄື່ອນໄຫວຂອງສະພາແຫ່ງຊາດເພື່ອຊ່ວຍເຫລືອປະຊາຊົນ ແຂວງໄຊສົມບູນທີ່ເປັນແຂວງສ້າງຕັ້ງຂຶ້ນໃຫມ່ມີເງື່ອນໄຂສ້າງອ່າງເກັບນໍ້າ ແລະ ການຕອບສະຫນອງອຸປະກອນການແພດຈຳ ນວນຫນຶ່ງ, ສຳລັບສົກປີ 2014- 2015. ໃນນັ້ນສຳລັບປີ 2014 ນີ້, ທະນາຄານດັ່ງກ່າວຈະໃຫ້ການຊ່ວຍເຫລືອເປັນຈຳນວນ ເງິນ 150.000 ໂດລາສະຫະລັດ, ສ່ວນອີກ 150.000 ໂດລາຈະມອບໃຫ້ໃນປີ 2015 .

          ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໃນພິທີວ່າ: ນີ້ແມ່ນການຊ່ວຍເຫລືອອັນລໍ້າຄ່າທີ່ມີຕໍ່ປະຊາຊົນໄຊສົມບູນກໍຄື ປະຊາຊົນລາວທຸກຖ້ວນຫນ້າ, ເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດລາວໃຫ້ເຕີບ ໃຫຍ່ເຂັ້ມແຂງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອນ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງປະເທດລາວ-ຫວຽດນາມທີ່ມີມາແຕ່ດົນນານແລ້ວນັ້ນນັບມື້ແຕກດອກ ອອກຜົນຫງອກງາມຍິ່ງໆຂຶ້ນ.
  ໄລ່ມາຮອດປັດຈຸບັນທະນາຄານ BIDB  ແລະ ທະນາຄານລາວຫວຽດ, ໄດ້ໃຫ້ການຊ່ວຍ ເຫລືອ ແລະ ສະຫນັບຫນູນສັງ ຄົມລາວລວມມີມູນຄ່າທັງຫມົດເກືອບ 11 ລ້ານໂດລາສະຫະລັດ ຫລື ປະມານ 880 ຕື້ກີບ, ໃນນັ້ນ ສ່ວນໃຫຍ່ແມ່ນສະ ຫນອງໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ແລະ ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ.

No comments:

Post a Comment