Ad

Ad

14 October 2014

ມະຫະກຳສີມືອັນໂດດເດັ່ນຂອງຊາວຊ່າງຫັດຖະກຳລາວເປີດຂຶ້ນແລ້ວ



     ຕອນບ່າຍວັນທີ 13 ຕຸລານີ້, ສະມາຄົມຫັດຖະກຳລາວ ໄດ້ຈັດງານມະຫະກຳ ວາງສະແດງຜະ ລິດຕະພັນສິນຄ້າຂອງຊາວ ຊ່າງ ຫັດຖະກຳທົ່ວປະເທດເປັນຄັ້ງທີ 13, ຂຶ້ນຢູ່ສູນການຄ້າລາວ-ໄອ ເຕັກ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດ ເຂົ້າຮ່ວມເປີດງານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ.
     ໃນພິທີດັ່ງກ່າວ ທ່ານ ຫານ ຊະນະສີສານ ປະທານສະມາຄົມ ຫັດຖະກຳລາວ ໄດ້ຂຶ້ນກ່າວລາຍງານວ່າ:  ມະຫະກຳຂອງ ຊາວຊ່າງຫັດຖະກຳທີ່ຈັດຂຶ້ນໃນຄັ້ງນີ້ ເປັນຄັ້ງທີ 13 ແລະ ຖືເປັນປາງ ບຸນປະເພນີຂອງຊາວຊ່າງຫັດຖະກຳລາວ, ເພື່ອສ້າງໂອ ກາດໃຫ້ຊາວຊ່າງຫັດຖະກຳລາວທົ່ວ ປະເທດສາມາດນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຂາຍ, ພ້ອມນີ້ຍັງໄດ້ສ້າງ ໂອກາດໃຫ້ ເຂົາເຈົ້າໄດ້ມາແລກປ່ຽນບົດ ຮຽນນຳກັນ, ຊອກຫາຄູ່ຄ້າ, ຄູ່ ຮ່ວມທຶນ, ຮ່ວມທຸລະກິດນຳກັນ,  ແລະມີໂອກາດ ເຂົ້າຮ່ວມສຳມະ ນາເພື່ອຫາຄວາມຮູ້ ແລະ ສິ່ງທີ່ ເປັນປະໂຫຍດໃນງານດັ່ງກ່າວ. ສຳລັບຫົວຂໍ້ສຳມະນາໃນປີນີ້ ແມ່ນ: ຫັດຖະ ກຳເຄື່ອງທີ່ລະນຶກ, ການເຂົ້າຫາແຫລ່ງທຶນ
SME ແລະ ການກຽມຕົວເຂົ້າເປັນປະ ຊາຄົມເສດຖະກິດອາຊຽນ AEC ໃນປີ 2015 ທີ່ຈະມາເຖິງ. ໃນ ທຸກໆປີຜ່ານມາ ທາງສະມາຄົມ ຍັງໄດ້ຈັດງານປະກວດແຂ່ງຂັນຜະລິດຕະພັນດີເດັ່ນ, ໂດຍບໍ່ຈຳ ກັດຈຳນວນຜູ້ເຂົ້າແຂ່ງຂັນ, ເຍົາ ວະຊົນລາວ ອາຍຸ 15 ປີຂຶ້ນໄປສາ ມາດນຳເອົາສິ່ງປະດິດໃໝ່ຂອງຕົນເຂົ້າມາຮ່ວມປະກວດ ແລະ ໃນປີນີ້ສຳລັບຫົວຂໍ້ການແຂ່ງຂັນຜະລິດ ຕະພັນດີເດັ່ນ ແມ່ນ: “ເຄື່ອງທີ່ລະນຶກລາວ” ທີ່ມີ ຄວາມຫລາກຫລາຍ ແລະ ສວຍ ງາມ, ເພື່ອຕ້ອນຮັບວັນປະຫວັດ ສາດທີ່ ສຳຄັນໃນປີໜ້າຄື: ວັນ ສ້າງຕັ້ງພັກປະຊາຊົນປະຕິວັດ ລາວຄົບຮອບ 60 ປີ, ວັນສະຖາ ປະນາ ສປປ ລາວ ຄົບຮອບ  40 ປີ, ວັນທີ່ ສປປ ລາວ ຈະເຂົ້າ ເປັນປະຊາຄົມເສດຖະກິດອາ ຊຽນ ແລະ ວັນອື່ນໆ. ໃນງານ ສຳຄັນຄັ້ງນີ້ຍັງຈະໄດ້ຈັດໃຫ້ມີ ກິດຈະກຳສາທິດຜະລິດເຄື່ອງ ຫັດຖະກຳພື້ນເມືອງເພື່ອສ້າງຈິດສຳນຶກໃນ ຄວາມຮັກຊາດ, ຮັກພູມປັນຍາຂອງບັນພະບູລຸດໃຫ້ ພວກນ້ອງນັກຮຽນໄດ້ເຫັນວ່າ ປູ່ຍ່າຕາຍາຍຂອງພວກເພີ່ນຜະ ລິດເຄື່ອງ ຫັດຖະກຳແນວໃດ ແລະ ໃນຄ່ຳຄືນຂອງວັນທີ 15 ຕຸລາ 2014 ທາງສະມາຄົມຍັງ ຈະໄດ້ຈັດງານເດີນແບບເສື້ອຜ້າອາພອນ ລາວເພື່ອພ້ອມພຽງກັນອະນຸລັກວັດທະນະທຳອັນດີ ງາມຂອງຊາດ, ໂດຍສະເພາະ ແມ່ນຊຸດນຸ່ງຫົ່ມພື້ນເມືອງລາວ, ຊຶ່ງການ ນຸ່ງສິ້ນບ່ຽງແພຂອງແມ່ຍິງລາວປຽບສະເໝືອນດອກໄມ້ປະດັບ ແລະ ເພີ່ມຄວາມມີສະເໜ່ ໃຫ້ແກ່ເມືອງລາວ.
     ໃນພິທີສຳຄັນນີ້, ທ່ານ ສີສະຫວາດ ທິຣະວົງ ປະທານ ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວໄດ້ມີຄຳເຫັນບາງ ເນື້ອໃນສຳຄັນວ່າ: ມະຫະ ກຳສີມືຫັດຖະກຳລາວໄດ້ຈັດ ຜ່ານມາຫລາຍຄັ້ງແລ້ວ, ຊຶ່ງເປັນ ການສ້າງຄວາມເອກອ້າງຂອງ ຊາວ ຊ່າງຫັດຖະກຳລາວຕໍ່ສາຍຕາຂອງແຂກພາຍໃນ ແລະ ຕ່າງ ປະເທດ, ແຕ່ວ່າຊາວຊ່າງຫັດ ຖະກຳລາວຍັງມີຄວາມຈຳກັດ ໃນ ຫລາຍດ້ານຕ້ອງໄດ້ຮຽນຮູ້ ຕື່ມເພື່ອພັດທະນາສີມືຂອງຕົນ ໃຫ້ໄດ້ມາດຖານແຫ່ງຊາດ ແລະ ພາກພື້ນໃນອະນາຄົດອັນໃກ້ນີ້, ຊຶ່ງຍັງຈຳເປັນຕ້ອງໄດ້ຮັບການ ສະໜັບສະໜູນ ແລະ ອຳນວຍ ຄວາມສະດວກຈາກອົງການມະຫາພາກຢ່າງເປັນຮູບປະທຳເພື່ອ ກຽມພ້ອມຜະລິດສິນຄ້າຫັດຖະ ກຳໃຫ້ຫລາກຫລາຍອອກຮັບໃຊ້ຕະຫລາດພາຍໃນ ແລະ ສາກົນ ຕາມນະໂຍບາຍເປີດກວ້າງ ທາງດ້ານເສດຖະກິດຂອງພັກ ແລະ ລັດຖະບານທີ່ໄດ້ກຳນົດໄວ້.

No comments:

Post a Comment