Ad

Ad

18 January 2016

ທະນາຄາ​ນລາວ-ຝຣັ່ງ ສະຫລອງວັນສ້າງຕັ້ງຄົບ​ຮອບ 5 ປີ

ໃນວັນທີ 14 ມັງກອນນີ້, ທະນາຄານລາວ-ຝຣັ່ງໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງທະນາຄານຂອງຕົນຄົບຮອບ 5 ປີ (26/11/2010-26/11/2015), ຂຶ້ນທີ່ສະຖານທູດຝຣັ່ງ ປະຈຳລາວ, ​ໂດຍການ​​ເຂົ້າຮ່ວມຂອງທ່ານນາງ ໂຄຣດິນເລີດູເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ, ທ່ານໂອລີເວ ຄລາຍ ຜູ້ອຳນວຍການໃຫຍ່ທະນາຄານເບຣດ, ມີຜູ້ຕາງໜ້າລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ, ເຂົ້າຮ່ວມນຳດ້ວຍ.
          ​​ໃນໂອກາດນີ້ ທ່ານທູດໄດ້ກ່າວສະແດງຄວາມຍິນດີຕໍ່ຜົນສຳເລັດການເຮັດວຽກງານບໍລິການຂອງທະນາຄານລາວ-ຝຣັ່ງ ຕະຫລອດໄລຍະ 5 ປີຜ່ານມາ​, ຊຶ່ງໄດ້ມີການເຄື່ອນໄຫວຈັດກິດຈະກໍາ
ສະໜັບສະໜູນຄວາມຕ້ອງການແຫລ່ງທຶນໃຫ້ນັກລົງທຶນຕ່າງປະເທດ, ບໍລິສັດ​​ ​ແລະ ປະຊາຊົນຊາວລາວໄດ້ເປັນຢ່າງດີ, ​ເຊິ່ງເຮັດໃຫ້ທະນາຄານລາວ-ຝຣັ່ງ, ປະສົບຜົນສຳເລັດເປັນຢ່າງດີໃນໄລຍະ 5 ປີຜ່ານມາ, ພ້ອມນີ້ ທ່ານທູດຍັງໄດ້ຮຽກຮ້ອງໃຫ້ທະນາຄານລາວ-ຝຣັ່ງ ຈົ່ງສືບຕໍ່ອຳນວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອສະໜັບສະໜູນບັນດາທຸລະກິດຕ່າງໆໄດ້ພຽງພໍຕາມຄວາມຕ້ອງການຂອງເຂົາເຈົ້າ.

           ຜູ້ອຳນວຍການທະນາຄານໃຫຍ່ທະນາຄານເບຣດ, ​ເຊິ່ງເປັນທະນາຄານແມ່ທີ່ຕັ້ງຢູ່ປະເທດຝຮັ່ງໄດ້ກ່າວໃນພິທີວ່າ: ທະນາຄານລາວ-ຝຣັ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງຢູ່ສປປ ລາວ ມາແຕ່ວັນທີ 26 ພະຈິກ 2010, ​ແລະເປັນທະນາຄານຂອງທະວີເອີຣົບແຫ່ງທຳອິດແລະແຫ່ງດຽວທີ່ໄດ້ສ້າງຕັ້ງຂຶ້ນໃນສປປ ລາວ, ສ່ວນໃຫຍ່ ພະນັກງານພາຍໃນທະນາຄານຈະເປັນຄົນລາວ, ​ເຊິ່ງມີໜ່ວຍບໍລິການທົ່ວປະເທດ 22 ​ແຫ່ງ, ໂດຍຈະເນັ້ນໃສ່ສົ່ງເສີມແລະ ພັດທະນາທາງດ້ານເສດຖະກິດ-ການຄ້າ, ການລົງທຶນເປັນຕົ້ນຕໍ ຕາມຫລັກການ ແລະລະບຽບການຂອງທະນາຄານແລະ ການເງິນ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງລັດຢ່າງເຂັ້ມງວດ, ພ້ອມນີ້ ຍັງໄດ້ກ່າວຂອບໃຈມາຍັງລູກຄ້າທີ່ໃຫ້ຄວາມໄວ້ວາງໃຈ ​​ເຂົ້າມາໃຊ້ບໍລິການນຳທະນາຄານລາວ-ຝຣັ່ງ ຈຶ່ງເຮັດ​​ໃຫ້ທະນາຄານມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

No comments:

Post a Comment