Ad

Ad

18 January 2016

ບໍລິສັດຟອດມໍ​ເຕີ້ ​ມອບ​ທຶນ​​ການສຶກສາໃຫ້ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມລາ​ນິດ 20 ພັນ​ໂດ​ລາ​ສະຫະລັດ

ວັນທີ 14 ມັງກອນນີ້, ບໍລິສັດຟອດມໍເຕີ້, ​ໄດ້ມອບທຶນການສຶກສາ ຈຳນວນ 20 ພັນໂດລາສະຫະລັດໃຫ້ສະຖາບັນການທ່ອງທ່ຽວແລະ ການໂຮງແຮມແຫ່ງຊາດ ລານິດ, ພາຍໃຕ້ໂຄງການອະນຸລັກແລະ ປົກປັກຮັກສາສິ່ງແວດລ້ອມໃນລາວ ທີ່ບໍລິສັດເປັນຜູ້ດຳເນີນການ.
          ຜູ້ອຳນວຍການຝ່າຍຂາຍບໍລິສັດ ຟອດມໍເຕີ ກ່າວວ່າ: ບໍລິສັດ ຟອດມໍເຕີ ມີຄວາມມຸ້ງໝັ້ນທີ່ຈະຮັກສາສິ່ງແວດລ້ອມເພື່ອອະນາຄົດຂອງລູກຫລານໃນຮຸ້ນຕໍ່ໆໄປແລະແນະນຳການແກ້ໄຂບັນຫາສິ່ງແວດລ້ອມແບບຍືນຍົງ ​​ເພື່ອໃຫ້ໂລກເຮົາໜ້າຢູ່ຕະຫລອດໄປ, ​ຊຶ່ງໂຄງການນີ້ແມ່ນການສະໜັບສະໜູນທຶນການສຶກສາ, ​ເພື່ອໃຫ້ພາກສ່ວນກ່ຽວ ຂ້ອງໄດ້ນຳໄປປະຕິບັດໂຄງການດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍທີ່ໄດ້ວາງໄວ້.


     ​     ຜູ້ອຳນວຍການສະຖາບັນການທ່ອງທ່ຽວແລະ ການໂຮງແຮມ​​ແຫ່ງຊາດ ລານິດ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງບໍລິສັດຟອດ ທີ່ໄດ້​​ສະໜັບສະໜູນທຶນການສຶກສາໃຫ້ນັກສຶກສາຜູ້ທີ່ຂາດແຄນທຶນແລະ ບໍ່ມີໂອກາດໃນການສຶກສາ, ຊຶ່ງ​​ຈຳນວນທຶນດັ່ງກ່າວຈະໄດ້ແບ່ງປັນໃຫ້ນັກສຶກສາ ຈຳນວນ 11 ຄົນທີ່ກຳລັງສຶກສາຢູ່ໃນສົກຮຽນ​ 2015-2017, ​​ເພື່ອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂສຶກສາຮ່ຳຮຽນຈົນຈົບວິຊາຊີບແລະ ນຳ​​ໄປພັດທະນາຊຸມຊຸມ, ຄອບຄົວແລະ ຕົນເອງໃຫ້ພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

No comments:

Post a Comment