Ad

Ad

10 May 2016

ພະນັກງານ​ຫລັກ​ແຫ​ລ່ງກະຊວງ ຖວທ ​ເຊື່ອມ​ຊຶມມະຕິ X ຂອງ​ພັກ

ແຕ່ວັນ​ທີ 9-11 ພຶດສະພາ​ນີ້​, ທີ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ, ພະນັກງານ​ຫລັກແຫລ່ງທົ່ວ​ກະ ຊວງ​ຖະ​ແຫລ​ງຂ່າວ, ວັດ​ທະນະ​ທໍາ ​ແລະ ທ່ອງ​ທ່ຽວ (ຖວທ) ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ເຊື່ອມ​ຊຶມ​ມະ​ຕິກອງ​ປະຊຸມ​ໃຫຍ່ຄັ້ງທີ X ຂອງພັກ​ເປັນ​ຕົ້ນ: ເອກະສານ​ຜົນ​ສໍາ​ເລັດ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງພັກ,​ ບັນດາ​ຄາດໝາຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ວາງ​ອອກ​ແຕ່ລະ​ໄລຍະຮອດ​ປີ 2030, 2025, 2020 ​ແລະ ​ເຜີ​ຍ​ແຜ່​ເອກະສານ​ວຽກ​ງານຈຸດ​ສຸມ​ໃນ​ແຕ່​ລະ​ຂົງ​ເຂດ​​ເພື່ອຈັດ​ຕັ້ງປະຕິະບັດ​ໃນ​ 5 ປີຕໍ່ໜ້າແຕ່ 2016-2020.
             ເປັນ​ກຽດ​ເຜີ​ຍ​ແຜ່​ໂດຍ​​ສະຫາຍ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ເຊິ່ງສະຫາຍຕີລາຄາຄືນ ​ແລະ ໄດ້ຍົກໃຫ້ເຫັນຜົນສໍາເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຕະຫລອດ​ໄລຍະ​ 5 ປີຜ່ານມາໃນແຕ່ລະ​ທຸກ​ຂົງ​ເຂດ​ວຽກ​ງານ ​ເຊິ່ງ​ໄດ້ສອດຫ້ອຍເຂົ້າກັບທຸກວຽກງານ​ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງແລະ
ພັດທະນາ​ຊົນນະບົດຮອບດ້ານ, ສ້າງລະບົບການເມືອງປະຊາທິປະໄຕປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງແຕ່ຮາກຖານຂຶ້ນມາ, ເສດຖະກິດແຫ່ງຊາດໄດ້ຮັບການຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ເນື່ອງ ແລະ ດໍາເນີນໄປຢ່າງຖືກທິດໂດຍສະເລ່ຍ 5 ປີ ບັນລຸ​ໃນ​ລະດັບ 7,9%, ​ລາຍໄດ້ສະເລ່ຍຕໍ່ຫົວຄົນ 15 ລ້ານກວ່າກີບ. ໃນນີ້ສິ່ງສໍາຄັນພວກເຮົາສາມາດບຸກທະລຸ​​ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການລົບລ້າງຄອບຄົວທຸກຍາກ​​​ໃຫ້ຍັງ​​ເຫລືອພຽງ 6,7% ​ແລະໄວກວ່າເປົ້າໝາຍວາງໄວ້, ການຜະລິດກະສິກໍາແລະອຸດສາຫະກໍາຂະຫຍາຍຕົວຂຶ້ນຕາມລໍາດັບແລະ ອື່ນໆ; ຄຽງຄູ່ກັນນີ້ຂົງເຂດວັດ ທະນະທໍາ-ສັງຄົມແລະ ສາທາລະນະສຸກ ໄດ້ຮັບການຂະຫຍາຍຕົວທັງດ້ານປະລິ ມານແລະ ຄຸນນະພາບ ອັນພົ້ນເດັ່ນແມ່ນ ມີການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານ​​ການພັດທະນາ.

            ສະຫາຍ ບໍ່​ແສງ​ຄໍາ ວົງ​ດາລາ ກ່າວ​ຕື່ມ​ວ່າ: ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນທຸກຂົງເຂດວຽກ​ງານ​​ໄດ້ສ້າງພື້ນຖານແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດຕາມທິດທາງແລະ ຈຸດໝາຍທີ່ວາງໄວ້. ​​​ໃນ​ນັ້ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ກໍ​ໄດ້​ວາງ​ທິດ​ທາງ​ກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມໃນໄລຍະ 10 ປີ (2016-2025)​ ​ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ​ເຊິ່ງຄຳຂວັນວິໄສທັດ ​​ແລະ ຍຸດທະສາດຂອງການພັດທະນາແມ່ນ: ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວແລະ ຍືນຍົງ​​ເມື່ອເຖິງປີ 2030. 

No comments:

Post a Comment