Ad

Ad

10 May 2016

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ +3 ແລະ ສຸດຍອດອາຊີຕາເວັນອອກຈັດຂຶ້ນທີ່​ຫລວງ​ພະ​ບາງ

           ໃນວັນທີ 7 ພຶດສະພາ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປລາວ ໄດ້ສືບຕໍ່ເປັນປະ ທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ +3 (ຈີນ, ຍີ່ປຸ່ນ, ສ ເກົາຫລີ) ແລະ ກອງປະຊຸມເຈົ້າ ໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ​ເຊິ່ງໄດ້ຈັດຂຶ້ນຢູ່ໂຮງແຮມ ຫລວງພະບາງວິວ ແຂວງຫລວງພະບາງ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ບັນ ດາກິດຈະກໍາຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກ ການຮ່ວມມື​ໃນໄລຍະປີ 2013-2017 ​ແລະ ການ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີແນະ ຂອງໜ່ວຍ
ງານຜູ້ຊົງຄຸນວຸດທິອາຊີຕາເວັນອອກສອງ (EAVG II), ​ຊິ່ງມີເປົ້າໝາຍກ້າວໄປສູ່ການສ້າງປະຊາ ຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະ ຍາວ. ອາຊຽນ +3 ແມ່ນໜຶ່ງໃນບັນດາກົນໄກທີ່ອາຊຽນ ເປັນຜູ້ລິເລີ່ມຂຶ້ນໃນປີ 1997ເຊິ່ງມີບົດບາດ ສຳຄັນໃນການສົ່ງເສີມສະ ຖຽນລະພາບທາງການເງິນ, ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະ ບຽງອາຫານ ແລະ ເປັນກຳລັງຊຸກຍູ້ຫລັກ ຂອງການເຕີບໂຕທາງເສດຖະກິດໃນພາກພື້ນກອງປະ ຊຸມຄັ້ງນີ້ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີການຕ່າງປະ ເທດອາຊຽນ +3 ແລະ ກອງປະຊຸມສຸດຍອດອາຊຽນ +3 ທີ່ສປປລາວ ຈະເປັນເຈົ້າພາບໃນ​ເດືອນ ກໍລະກົດ ​ແລະ ​ເດືອນ​ພະຈິກ 2016 ນີ້​ຕາມ​ລຳດັບ.
ສ່ວນກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມສຸດຍອດອາຊີຕາ ເວັນອອກຄັ້ງທີ 10 ໃນເດືອນພະຈິກ 2015 ທີ່ຜ່ານມາ ໂດຍສະເພາະແມ່ນຖະແຫລງການ ກົວລາ ລຳເປີ ວ່າດ້ວຍການສ້າງຕັ້ງ ອີເອເອສ ຄົບຮອບ 10 ປີ ແລະ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ 6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນ ຫາສຸຂະ ພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ ແລະ ການເຊື່ອມຈອດອາຊຽນ. ກອງປະຊຸມເຫັນດີສືບຕໍ່ເຮັດວຽກຮ່ວມກັນ ແລະ ປະສານງານຢ່າງໃກ້ຊິດ ເພື່ອຮັບປະກັນໃນການຈັດ ຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆ ແລະ ບັນດາຄຳຕົກລົງຂອງຜູ້ນຳຢ່າງມີປະສິດທິຜົນ ແນໃສ່ເສີມ ຂະຫຍາຍ ອີເອເອສ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອີເອເອສ ແລະ ກອງປະຊຸມ ສຸດຍອດ ອີເອເອສ ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນກັນຍາ 2016 ຕາມລຳດັບ ພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ສປປ ລາວ.

ກອງປະຊຸມຍັງໄດ້ແລກປຽ່ນທັດສະນະ ກ່ຽວກັບບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ. ອີເອເອສ ເປັນເວທີລະດັບຜູ້ນຳເພື່ອປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດ ຖະກິດ ທີ່ທຸກຝ່າຍມີຜົນປະໂຫຍດ ແລະ ມີຄວາມເປັນຫ່ວງຮ່ວມກັນ ແນໃສ່ສົ່ງເສີມສັນຕິພາບ, ສະ ຖຽນລະພາບ ແລະ ຄວາມສົມບູນພູນສຸກຢູ່ພາກພື້ນອາຊີຕາເວັນອອກ. ​ເຊິ່ງປະກອບດ້ວຍ10 ປະເທດສະມາຊິກອາຊຽນ ແລະ 8 ປະເທດ ຄູ່ເຈລະຈາອາຊຽນ ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ,​ ສ.ເກົາຫລີ, ຣັດເຊຍ ແລະ ສະຫະລັດອາເມລິກາ.

No comments:

Post a Comment