Ad

Ad

10 May 2016

ສະຫລອງວັນສ້າງຕັ້ງສະຫະພາບເອີຣົບຄົບຮອບ 66 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພາບເອີຣົບ 9 ພຶດສະພາຄົບຮອບ 66 ປີ ໄດ້ຈັດ ຂຶ້ນໃນແລງວັນທີ 9 ພຶດສະພານີ້ ທີ່ນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ແສງເພັດ ຮ່ວງ ບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ ຢ່າງຫລວງຫລາຍ.
ທ່ານ ມີແຊນ ໂກແຟງ ອຸປະທູດສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ ມີຄຳເຫັນຕໍ່ພິທີວ່າ: 66 ປີ ກ່ອນໜ້ານີ້, ບັນພະບູລຸດຂອງພວກເຮົາໄດ້ວາງຮາກຖານໂຄງສ້າງ ເອີຣົບບົນພື້ນ ຖານວິໄສທັດແຫ່ງສັນຕິພາບ, ຄວາມເປັນໜຶ່ງ ດຽວ, ຄວາມຮັ່ງມີ ແລະ ຊີວິດ ທີ່ມີກຽດສັກສີ ແລະ ປີ 2016 ແມ່ນປີແຫ່ງສັນຍາລັກສຳລັບ ສປປ ລາວ ເນື່ອງຈາກມີການປັບປຸງລັດຖະທຳມະນູນ, ສຳ ເລັດກອງປະຊຸມໃຫຍ່
ຄັ້ງທີ X ຂອງພັກ, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ແລະ ການແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ອັນສະແດງໃຫ້ເຫັນວ່າ ສປປ ລາວ ພວມກ້າວສູ່ການພັດທະນາໃນອະນາຄົດຢ່າງແຂງແຮງໂດຍ ສຸມໃສ່ສ້າງຄວາມຮັ່ງມີ ແລະ ການພັດທະນາປະເທດຊາດໃນໄລຍະຍາວ. ຂະນະດຽວກັນ ສປປ ລາວ ໄດ້ກາຍເປັນຈຸດໃຈກາງແຫ່ງຄວາມສົນໃຈທີ່ເພີ່ມຂຶ້ນຂອງວົງຄະນາຍາດສາກົນ ໂດຍການຮັບໜ້າທີ່ເປັນປະທານໝູນວຽນອາຊຽນທີ່ໄດ້ຮັບໂອ ກາດນຳພາການຈັດຕັ້ງປະຕິ ບັດວິໄສທັດອາຊຽນຮອດປີ 2025 ແລະ ປະຊາຄົມເສດຖະ ກິດອາຊຽນ. ນອກຈາກນີ້ ສປປ ລາວຍັງໄດ້ປະກອບສ່ວນເຂົ້າ ໃນບັນດາແຜນງານລິເລີ່ມສາ ກົນເຊັ່ນ: ການລົງນາມຂໍ້ຕົກ ລົງປາຣີວ່າດ້ວຍການປ່ຽນແປງດິນຟ້າອາກາດໃນວັນທີ 22 ເມສາ 2016 ເຊິ່ງແມ່ນຕົວຢ່າງ ໜຶ່ງທີ່ຊີ້ໃຫ້ເຫັນວ່າມີການ ເຊື່ອມໂຍງອັນຕໍ່ເນື່ອງເຂົ້າກັບເວທີສາກົນ ຂອງ ສປປ ລາວ.

ທ່ານ ມີແຊນ ໂກແຟງ ກ່າວວ່າ: ຂ້າພະເຈົ້າມາຮັບໜ້າ ທີ່ເປັນຫົວໜ້າສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວໃນເດືອນມັງກອນປີ 2012 ເວລານັ້ນສິ່ງທີ່ຜູ້ຄົນເວົ້າ ເຖິງຫລາຍກວ່າໝູ່ຕໍ່ລາວແມ່ນ ການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ແລະ ກອງປະຊຸມສຸດຍອດອາ ຊຽນອາເຊັມຄັ້ງທີ 9. ສອງເຫດການ ດັ່ງກ່າວນັບວ່າແມ່ນການສະ ໜອງແຫ່ງການພັດທະນາເສດຖະ ກິດ, ການເຊື່ອມໂຍງຂອງລາວລວມເຖິງການມີສ່ວນຮ່ວມຢ່າງຫ້າວຫັນ ແລະ ເພີ່ມ ຂຶ້ນໃນການຮ່ວມມືກັບສາກົນ, ນັບແຕ່ປີ 2012 ເປັນຕົ້ນມາຂ້າພະເຈົ້າໄດ້ເຫັນການພັດທະນາ ຕົວເມືອງຢ່າງວ່ອງໄວເຊິ່ງໄດ້ ປ່ຽນແປງໂສມໜ້າບັນດາຕົວ ເມືອງໃຫຍ່ຂອງລາວໂດຍມີການຂະຫຍາຍເສັ້ນທາງ, ພັດ ທະນາທີ່ດິນ, ກໍ່ສ້າງອາຄານ, ຕຶກຫ້າງຮ້ານຫລາຍແຫ່ງ, ເຂດຊົນນະບົດຫ່າງໄກສອກຫລີກ ໄດ້ຮັບການພັດທະນາຍົກລະດັບດ້ານພື້ນຖານໂຄງລ່າງໃຫ້ດີເພື່ອຕອບສະໜອງການພັດທະນາເສດຖະ ກິດ ແລະ ອຸດສາຫະກຳຂອງປະເທດ, ຄຽງຄູ່ກັບ ການພັດທະນາດັ່ງກ່າວ ສປປ ລາວ ກໍຍັງມີສິ່ງທ້າທາຍຫລາຍ ຢ່າງຈະຕ້ອງໄດ້ສືບຕໍ່ແກ້ໄຂເປັນຕົ້ນການແກ້ໄຂບັນຫາຄວາມ ທຸກຍາກ, ການຄ້າຂາຍໄມ້ ເຖື່ອນ, ການຄ້າຂາຍສັດປ່າ, ບັນຫາຢາເສບຕິດ, ຄ້າມະນຸດ, ການຟອກເງິນ ແລະ ອື່ນໆເພື່ອ ເປັນການສະແດງອອກແຫ່ງ ຄວາມສາມັກຄີກັບປະຊາຊົນ ລາວ, ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກຈຶ່ງ ໄດ້ຮ່ວມກັນເພື່ອເປັນໜຶ່ງໃນ ການສະໜອງການຊ່ວຍເຫລືອດ້ານການພັດທະນາລາຍໃຫຍ່ ໃນ ສປປ ລາວ ໂດຍມີວົງເງິນ ຊ່ວຍເຫລືອລວມເຖິງ 500 ລ້ານເອີໂຣ ຫລື ປະມານ 4,5 ພັນຕື້ີກີບແຕ່ປີ 2016-2020 ແລະ ເລີ່ມແຕ່ປີ 2016 ເປັນຕົ້ນ ໄປບັນດາຄູ່ຮ່ວມພັດທະນາເອີ ຣົບຈະຮ່ວມມືດ້ານການພັດທະ ນາຂອງຕົນເຂົ້າກັນໂດຍການ ສ້າງແຜນງານຮ່ວມກັບລັດຖະ ບານ ແລະ ເປົ້າໝາຍແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໃຫ້ປະ ສົບຜົນສຳເລັດ.

No comments:

Post a Comment